ສະຫະຣັດຊ່ອຍເຫຼືອອາຫານ ໃຫ້ ນັກຮຽນ
2014.11.04

ທ່ານ Daniel Clune ເອກ ອັຄຣັຖທູຕ ສະຫະຣັດ ປະຈຳ ສປປ ລາວ ປະກາດ ໃນ ມື້ວັນຈັນ ນີ້ວ່າ ຣັຖບານ ສະຫະຣັດ ຈະ ໃຫ້ ການ ຊ່ວຍເຫລືອ ແກ່ ຣັຖບານ ລາວ 27 ລ້ານ ໂດລາ ໂດຽຜ່ານ ກົມ ກະສິກັມ ສະຫະຣັດ USDA ໃນການ ສນັບສນູນ ໂຄງການ ອາຫານ ໂລກ WFP ເພື່ອຈັດ ອາຫານ ຕອນເຊົ້າ ແລະ ອາຫານ ທ່ຽງ ແກ່ ເດັກນ້ອຍ ລາວ ຈໍານວນ 170,000 ກວ່າ ຄົນ ຕາມ ໂຮງຮຽນ ຕ່າງໆ ປະມານ 1,747 ແຫ່ງ ໃນ ປະເທດ ລາວ ໃນ ຣະຍະ ສາມ ປີ ຂ້າງໜ້າ.
ທ່ານວ່າ ໂຄງການ ຊ່ວຍເຫລືອ ເດັກນ້ອຍ ລາວ ດັ່ງກ່າວ ນີ້ ບໍ່ ແມ່ນ ແຕ່ ສະເພາະ ເປັນ ອາຫານ ເພື່ອ ໃຫ້ອີ່ມທ້ອງ ເທົ່ານັ້ນ ແຕ່ຍັງ ເປັນ ອາຫານ ປະເພດ ຄຸນນະພາບ ທີ່ເຕັມໄປ ດ້ວຍທາດ ວິຕາມິນ ຢ່າງ ຄົບຖ້ວນ ເພື່ອ ເຮັດໃຫ້ ເດັກນ້ອຍ ມີ ສຸຂພາບ ແຂງແຮງ ແລະ ມີ ຄວາມຈໍາ ດີ ເອົາໃຈໃສ່ ຕໍ່ການຮຽນ ຕາມ ນະໂຍບາຍ ຂອງ ການຮ່ວມມື ຣະຫວ່າງ ສະຫະຣັດ ແລະ ກະຊວງ ສຶກສາ ທິການ ລາວ. ທ່ານ Dan Clune ເນັ້ນວ່າ ໂຄງການ ສົ່ງເສີມ ອາຫານ ໃຫ້ແກ່ ເດັກນ້ອຍ ດັ່ງກ່າວ ນີ້ ຍັງ ເປັນການ ສົ່ງເສີມ ໃຫ້ເດັກນ້ອຍ ໄດ້ ເຂົ້າ ຮຽນ ໃນ ຈຳນວນ ຫລາຍ ເພີ້ມຂຶ້ນ ພ້ອມຍັງ ເປັນການ ຊ່ວຍ ຫລຸດຜ່ອນ ບັນຫາ ການກືກ ໜັງສື ນຳອີກ.
ຢ່າງໃດ ກໍຕາມ ທີ່ຜ່ານມາ ສະຫະຣັດ ກໍໄດ້ ໃຫ້ທຶນ ການຊ່ວຍເຫລືອ ສຳລັບ ໂຄງການ ຂອງ ອົງການ ອາຫານ ໂລກ ຢູ່ລາວ ຕລອດມາ ທີ່ມີມູນຄ່າ ທັງໝົດ ເກືອບ ຮອດ 53.8 ລ້ານ ໂດລາ ໃນ ຣະຍະ 10 ປີ ຜ່ານມາ ນີ້.
ໂຄງການ ອາຫານ ໂລກ ຫຼື WFP ເປັນ ໂຄງການ ຊ່ວຍເຫລືອ ໃນດ້ານ ມະນຸສທັມ ທີ່ ໃຫຍ່ທີ່ສຸດ ໃນໂລກ ໄດ້ເຣີ້ມໃຫ້ ການ ຊ່ວຍ ເຫລືອ ດ້ານ ອາຫານ ການກິນ ແກ່ ລາວ ແຕ່ປີ 1975 ເປັນ ຕົ້ນມາ ໂດຽສະເພາະ ສຳລັບ ໂຄງການ ຊ່ວຍເຫລືອ ແມ່ແລະເດັກ ຊຶ່ງ ນອກຈາກ ການ ແຈກຢາຍ ອາຫານ ການກິນ ແລ້ວ ຍັງມີ ເຈົ້າໜ້າທີ່ ຂອງ ອົງການ ໃຫ້ການ ແນະ ນຳ ຮ່ວມມື ກັບ ເຈົ້າໜ້າທີ່ ທ້ອງຖີ່ນ ໃນດ້ານ ການ ສົ່ງເສີມ ອາຫານ ການກິນ ບໍ່ຕໍ່າ ກວ່າ 80 ລ້ານ ຄົນ ໃນ ປະມານ 75 ປະເທດ ທີ່ ທຸກຈົນ ທົ່ວໂລກ.