ສະຫະຣັຖຊ່ອຍໂຄງການ ເຂົ້າທ່ຽງ ໃຫ້ນັກຮຽນ

ຈໍາປາທອງ
2021.08.16
ສະຫະຣັຖຊ່ອຍໂຄງການ ເຂົ້າທ່ຽງ ໃຫ້ນັກຮຽນ ດຣ. ປີເຕີ ເຮມອນ, ເອກອັຄຣັຖທູດ ສະຫະຣັດ ອາເມຣິກາ ປະຈຳລາວ ເຂົ້າຮ່ວມ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ອົງການອາຫານໂລກ ຫາລື-ວາງແຜນ ວຽກງານ ໂຄງການ ອາຫານທ່ຽງ ໃນໂຮງຮຽນ 2020-2021
ພາບຈາກ: ວີດີໂອ ກະຊວງສຶກສາທິການ ແລະ ກິລາ

ເດັກນ້ອຍຕຽມອະນຸບານ ແລະ ນັກຮຽນຊັ້ນປະຖົມສຶກສາ ທີ່ມີອາຍຸແຕ່ 3 ປີຫາ 14 ປີ ຢູ່ໂຮງຮຽນ 63 ແຫ່ງ ທີ່ເມືອງລະຄອນເພັງ ແຂວງສາລະວັນ ປະມານ 5,000 ຄົນ ຈະໄດ້ກິນ ອາຫານຈາກໂຄງການ ອາຫານທ່ຽງ ຂອງສະຫະຣັຖອາເມຣິກາ ເປັນເວລາ 5 ປີ ຄືຕັ້ງແຕ່ສົກຮຽນປີ 2021 ເຖິງປີ 2025.

ໂຄງການຊ່ອຍເຫຼືອອາຫານທ່ຽງ ຂອງ ສະຫະຣັຖອາເມຣິກາ ໃຫ້ເດັກນ້ອຍນັກຮຽນ ຢູ່ເມືອງລະຄອນເພັງ ນີ້ເປັນໂຄງການທໍາອິດຢູ່ ເມືອງນີ້ ທີ່ຈະຊ່ອຍເຮັດໃຫ້ ເດັກນ້ອຍນັກຮຽນ ໃນຊັ້ນຮຽນ ແລະໃນເກນອາຍຸດັ່ງກ່າວ ບໍ່ປະລະການຮຽນຫລາຍ ຊຶ່ງທີ່ຜ່ານມາປະລະ ການຮຽນເຖິງ 6% ໃນຂນະທີ່ ກະຊວງສຶກສາທິການ ແລະ ກິລາ ກໍານົດເອົາໄວ້ພຽງ 2% ເທົ່ານັ້ນ ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະ ກິລາ ເມືອງລະຄອນເພັງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ສິງຫາ ນີ້ວ່າ:

“ຂຍາຍໄປເມືອງລະຄອນເພັງ ນີ້ກໍຍ້ອນວ່າອັດຕຣາປະລະ ມັນສູງເພາະວ່າຜ່ານມານີ້ ຊຸມຊົນເກີດລູກແລ້ວຖິ້ມປະລູກໄວ້ນໍາພໍ່ເຖົ້າ ແມ່ເຖົ້າໄປທໍາງານຢູ່ຕ່າງປະເທດເຮັດໃຫ້ເດັກນ້ອຍ ຂາດຮຽນ ປະລະການຮຽນ ເຂົາຈຶ່ງເລັ່ງໃສ່ລະຄອນເພັງ ຈຶ່ງຂຍາຍໄປຫັ້ນ.”

ເຈົ້າໜ້າທີ່ຫ້ອງການສຶກສາທິການ ແລະກິລາ ເມືອງລະຄອນເພັງ ອີກທ່ານນຶ່ງກໍເວົ້າວ່າ ໂຄງການ ອາຫານທ່ຽງຂອງ ສະຫະຣັຖ ອາເມຣິກາ ນີ້ນອກຈາກຈະຊ່ອຍໃຫ້ນັກຮຽນມີເຂົ້າ ທ່ຽງກິນ ແລະ ເຂົ້າໂຮງຮຽນຫລາຍຂຶ້ນແລ້ວ ກໍຍັງຈະຊ່ອຍໃຫ້ນັກຮຽນ ບໍ່ຂາດ ສານອາຫານ ແລະແບ່ງເບົາ ພາລະຂອງພໍ່ແມ່ ຜູ້ປົກຄອງທີ່ຕ້ອງໄດ້ທຽວ ໄປຮັບລູກຫລານກັບເມືອ ກິນເຂົ້າທ່ຽງບ້ານ ແລ້ວເອົາກັບ ມາສົ່ງໂຮງຮຽນອີກ ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ໃຫ້ເດັກນ້ອຍທີ່ຂາດສານອາຫານ ແລະກໍເຮັດໃຫ້ອັດຕຣາການປະລະ ການຮຽນຫັ້ນຫລຸດລົງ. ຢູ່ນີ້ຕອນແລງຫັ້ນ ສ່ວນຫລາຍແລ້ວ ເດັກນ້ອຍມັນເມືອບ້ານ ກິນເຂົ້າທ່ຽງແລ້ວ ບໍ່ຢາກມາໂຮງຮຽນ. ແບ່ງເບົາໃຫ້ພໍ່ແມ່ ເຮັດວຽກເຕັມພາກສ່ວນຫັ້ນນ່າ ບໍ່ຢາກໃຫ້ມາຮັບ ເອົາລູກ ຍາມຕອນທ່ຽງ ໃຫ້ໄດ້ຢູ່ໃນໂຮງຮຽນເລີຍ ເລີກຍາມແລງ ຈັ່ງໄດ້ມາຮັບເອົາ.”

ກ່ຽວກັບໂຄງການຊ່ອຍເຫຼືອອາຫານທ່ຽງ ຂອງ ສະຫະຣັຖອາເມຣິກາ ແກ່ເດັກນ້ອຍນັກຮຽນລາວ ທີ່ວ່ານີ້ ເຈົ້າໜ້າທີ່ປະສານງານໃນ ໂຄງການອາຫານທ່ຽງຣະຫວ່າງລາວ ແລະສະຫະຣັຖອາເມຣິກາ ປະຈໍາແຂວງສາລະວັນກ່າວວ່າ ເມືອງລະຄອນເພັງ ເປັນເມືອງນຶ່ງ ໃນຈໍານວນ 11 ເມືອງຂອງ 10 ແຂວງຂອງລາວ ທີ່ໄດ້ຮັບການຊ່ອຍເຫລືອ ປະມານ 25 ລ້ານໂດລາ ສະຫະຣັຖ ຊຶ່ງຄາດວ່າ ປະມານ ເດືອນ ມົກກະຣາ ປີ 2022 ນີ້ ນັກຮຽນກຸ່ມເປົ້າໝາຍ ຢູ່ເມືອງລະຄອນເພັງນີ້ ຈະໄດ້ຮັບອາຫານທ່ຽງ ທຸກຄົນ ດັ່ງທີ່ທ່ານ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 16 ສິງຫາ ນີ້ວ່າ:

“ໃນເງິນ 25 ລ້ານ ຫຼຽນສະຫະຣັຖ ເນາະ ເຂົາຈະໃຫ້ເຂົ້າຈ້າວເນາະ ອັນທີ 2 ໃນໝາກຖົ່ວລັນຕາຫັ້ນ ອັນທີ 3 ລະແມ່ນນໍ້າມັນພືດ ອັນທີ 4 ລະແມ່ນ ປັອງປາ. ນອກຈາກນັ້ນ ເຂົາຊື້ ວັດຖຸອຸປກອນ ໃນການປຸກສ້າງເນາະ ເປັນສັງກະສີເປັນຕະປູ ຕະໜ່າງເຫຼັກອ້ອມ ສວນຄົວ ບົວຫົດນໍ້າຜັກ ລູກປາລູກກົບ. ຜັກນີ້ເຂົາກໍເຮັດເຮືອນຮົ່ມເນາະ ເຂົາສນອງຜ້າຢາງໃຫ້ ໃຫ້ຊຸມຊົນ ເປັນຜູ້ເຮັດເຮືອນຮົ່ມ ແລ້ວຊຸມຊົນມາເຮັດໜານຜັກປູກ ແລ້ວນັກຮຽນກັບນາຍຄຣູ ເປັນຜູ້ບົວຣະບັດ.”

ກ່ຽວກັບໂຄງການຊ່ອຍເຫລືອ ອາຫານທ່ຽງນີ້ ຜູ້ປົກຄອງນັກຮຽນ ທີ່ຮຽນຢູ່ໂຮງຮຽນປະຖົມສຶກສາ ບ້ານໂອກາດ ເມືອງລະຄອນເພັງ ເວົ້າວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ມາຣະດົມຊາວບ້ານ ໃຫ້ຕຽມແຮງງານເພື່ອປຸກບ່ອນໄວ້ ເຮັດອາຫານທ່ຽງ ສໍາລັບນັກຮຽນ ຫຼັງຣະດູ ຝົນນີ້, ຕົນກໍດີໃຈ ທີ່ທາງບ້ານໄດ້ຮັບການຊ່ອຍເຫຼືອ ຈາກ ສະຫະຣັຖອາເມຣິກາ ຍ້ອນເປັນໂຄງການທໍາອິດ ທີ່ເຂົ້າມາເຖິງບ້ານ ແລະ ຈະຊ່ອຍໃຫ້ນັກຮຽນ ໃນບ້ານນີ້ບໍ່ຂາດສານອາຫານ, ຄອບຄົວນັກຮຽນໃນບ້ານ ສ່ວນໃຫຍ່ທຸກຍາກ ຂາດເຂີນ ດັ່ງທີ່ທ່ານກ່າວໃນມື້ ດຽວກັນນີ້ວ່າ

“ເດັກນ້ອຍເນາະ ຖ້າມີອາຫານການກິນຢູ່ໂຮງຮຽນ ເດັກນ້ອຍຈະໄປໂຮງຮຽນ ກັນຫຼາຍຈັ່ງຊີ້ນ່າ ເພາະວ່າສ່ວນຫຼາຍ ບ້ານເຮົານີ້ກະສິ ຂາດເຂີນເຣື່ອງອາຫານເນາະ ເພາະວ່າ ບາງຄອບຄົວເບື່ອອາຫານ ຈັ່ງຊີ້ນ່າ. ເທົ່າທີ່ຂ້ອຍລົງໄປ ເວລາເພິ່ນມາສັກຢາໃຫ້ເດັກນ້ອຍນ່າ ເພິ່ນກໍວັດລວງສູງ ນໍ້າໜັກ ສ່ວນຫລາຍກໍສິມີແຕ່ເດັກຂາດສານອາຫານ ເດັກນ້ອຍເຂົາໄປຢູ່ໂຮງຮຽນ ເຂົາກໍຈະໄດ້ກິນອາຫານທາງຄຣູ ກຽມໃຫ້ ເຂົາກໍສິດີໃຈແຫຼະ.”

ແຂວງສາລະວັນ ເປັນແຂວງນຶ່ງຂອງລາວ ທີ່ເຄີຍໄດ້ຮັບການຊ່ອຍເຫຼືອ ດ້ານໂຄງການອາຫານທ່ຽງ ຢູ່ເມືອງສະມ້ວຍ ເມືອງຕະໂອ້ຍ, ເມືອງຕຸ້ມລານ ແລະ ເມືອງເລົ່າງາມ ຈາກ ອົງການຈັດຕັ້ງສາກົນ ຂອງຫຼາຍປະເທດ ມາຕັ້ງແຕ່ປີ 2009 ແລະການຊ່ອຍເຫຼືອນັ້ນ ຈະຍຸຕິລົງປະມານ ເດືອນກັນຍາ ທີ່ຈະມາເຖິງນີ້ ແລະຈະມອບໃຫ້ ຣັຖບານ ສປປລາວ ເປັນຜູ້ຫາທຶນສືບຕໍ່ ໂຄງການອາຫານທ່ຽງຢູ່ 4 ເມືອງ ດັ່ງກ່າວຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.