ຄົນຂັບລົດບັນທຸກ ຂ້ອງໃຈ ກັບການເກັບເງິນຄ່າຜ່ານທາງ ບໍ່ມີກົດລະບຽບ

ຄົນຂັບລົດບັນທຸກຈໍານວນໜຶ່ງ ທີ່ໃຊ້ເສັ້ນທາງ 16E ຢູ່ແຂວງຈໍາປາສັກ ຂ້ອງໃຈ ຍ້ອນການເກັບຄ່າຜ່ານທາງ ບໍ່ມີກົດລະບຽບ ແລະ ເກັບເງິນຫຼາຍ.

ຮູບພາບປະກອບ: ຕົວຢ່າງ ດ່ານ ແຫ່ງໜຶ່ງ ຢູພາກໃຕ້ ຂອງ ສປປ ລາວ. ເດືອນພະຈິກ ປີ 2023. RFA

ຄົນຂັບລົດບັນທຸກເຄື່ອງຂອງ ຈໍານວນໜຶ່ງ ທີ່ຂັບລົດຜ່ານດ່ານເກັບເງິນ ຕາມເສັ້ນທາງເລກ 16E  ຢູ່ຫຼັກ 21 ເມືອງປາກຊ່ອງ ແຂວງຈໍາປາສັກ ທີ່ບໍ່ມີຊິງຊັ່ງນໍ້າໜັກລົດນັ້ນ ພາກັນຂ້ອງໃຈ ນໍາເລື່ອງການເກັບເງິນ ຄ່າຜ່ານທາງ ຂອງບໍລິສັດເອກກະຊົນ ທີ່ສໍາປະທານເສັ້ນທາງສາຍນີ້ ແພງ ໂດຍສະເພາະ ລົດບັນທຸກເຄື່ອງຂອງ ທີ່ພະນັກງານດ່ານ ເວົ້າວ່າ ລົດເກີນນໍ້າໜັກມາດຕະຖານ ຕ້ອງໄດ້ເສຍຄ່າຜ່ານທາງ 5 ແສນກີບ.

ກ່ຽວກັບເລື່ອງທີ່ວ່ານີ ປະຊາຊົນ ຜູ້ໜຶ່ງ ທີ່ໄດ້ຂັບລົດແກ່ເຄື່ອງ ຜ່ານດ່ານເກັບເງິນ ຢູ່ຫຼັກ 21 ນັ້ນ ໄດ້ເຜີຍແຜ່ຄລິບວີດິີໂອ ທາງສື່ສັງຄົມອອນລາຍ ໃນມື້ວັນທີ 14 ມີນາ ນີ້ ໂດຍເວົ້າວ່າ ຖືກພະນັກງານດ່ານ ຮຽກເກັບເງິນນໍາ 5 ແສນກີບ ໂດຍອ້າງວ່າ ລົດບັນທຸກເຄື່ອງ ຂອງລາວ ມີນໍ້າໜັກເກີນມາດຕະຖານ ທັ້ງໆທີ່ໃນໃບບິນ ຫຼືໜັງສືຢັ້ງຢືນນັ້ນ ລະບຸວ່າ ນໍ້າໜັກບໍ່ໄດ້ເກີນມາດຕະຖານ ແຕ່ພະນັກງານປະຈໍາດ່ານບໍ່ເຊື່ອ ແລະ ຢູ່ດ່ານນັ້ນ ກໍບໍ່ມີຊິງຊັ່ງນໍ້າໜັກລົດ ເພື່ອທີ່ຈະຮູ້ໄດ້ວ່າ ລົດຄັນດັ່ງກ່າວ ມີນໍ້າໜັກເກີນມາດຕະຖານແທ້ ຫຼືບໍ່ ດັ່ງຊາວບ້ານ ຢູ່ເມືອງປາກຊ່ອງ ຜູ້ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ມີນາ ນີ້ວ່າ:

“ປະຊາຊົນເພິ່ນ ເພີ່ນເວົ້າຮຽກຮ້ອງກໍແມ່ນ ເພາະວ່າຈະໄປເກັບເງິນນໍາເຂົາ ກະບໍ່ມີຕາຊັ່ງ ບໍ່ມີຫຼັກຖານ ຢັ້ງຢືນວ່າ ລົດເຂົາ ມັນເກີນ ນໍ້າໜັກເຂົາ ມັນເກີນ. ບາງທີ ເຂົາເຈົ້າຊັ່ງນໍ້າໜັກ ເຂົາເຈົ້າຮູ້ມາກ່ອນແລ້ວ ແລ້ວກໍໄປເອົາເງິນເຂົາ ຈັ່ງຊີ້ນ່າ  ກໍຕ້ອງມີຕາຊັ່ງ ໃຫ້ປະຊາຊົນເບິ່ງ ເພື່ອຄວາມໝັ້ນໃຈ ວ່າຊັ້ນສາ ເພື່ອຄວາມໂປ່ງໃສ.”


ຂ່າວ ກ່ຽວກັນ
ຈໍາປາສັກ ຍົກເລີກສັນຍາ ຮັບເໝົາສໍາປະທານກິດຈະການ ເກັບເງິນຄ່າຜ່ານທາງ 14A
ປະຊາຊົນສ່ວນໜຶ່ງ ເດືອດຮ້ອນ ຈາກການຂຶ້ນ ຄ່າທາງດ່ວນ
ຊາວບ້ານຂໍໃຫ້ທາງການ ແກ້ໄຂ ຄ່າທາງ 16E


ເກັບຄ່າຜ່ານທາງ ບໍ່ມີກົດລະບຽບ

ຄົນຂັບລົດບັນທຸກ ທີ່ເຄີຍຜ່ານດ່ານຫຼັກ 21 ເມືອງປາກຊ່ອງ ກໍເວົ້າວ່າ ສ່ວນໃຫຍ່ ລົດບັນທຸກ ທີ່ນໍ້າໜັກຫຼາຍ ຫຼືເກີນມາດຕະຖານແດ່ ເວລາໄປຜ່ານດ່ານນັ້ນ ກໍບໍ່ເຄີຍຖືກກັກ, ນໍ້າໜັກເກີນດ້າມ 4-5 ໂຕນ ກໍຂໍເຂົາຜ່ານ ໃຫ້ເງິນເຂົາແດ່ ສອງສາມແສນ ກໍຜ່ານໄປໄດ້:

“ຢູ່ຫຼັກ 21 ອໍ ບາງຄົນ ເຂົາກະໃຫ້ເລີຍ ເຄີຍໄປເລີຍ ເກີນດ້າມ 4-5 ໂຕນ ບໍ່ ກໍຂໍຜ່ານເຂົາ ໃຫ້ເຂົາທໍ່ໃດ ແສນ ສອງແສນ ສາມແສນ ໃຫ້ເຂົາໄປ ວ່າຈັ່ງຊັ້ນນ່າ ເຂົາກໍຮັບລັບໆ ຫັ້ນແຫຼະ. ມັນກໍຜິດກົດໝາຍ ຂອງເຂົາ ຫັ້ນແຫຼະ.”

ແລະຄົນຂັບລົດບັນທຸກເຄື່ອງຂອງ ອີກຜູ້ໜຶ່ງ ກໍເວົ້າວ່າ ຕົນໄດ້ຂັບລົດ ຜ່ານດ່ານເກັບເງິນ ຫຼັກ 21 ເມືອງປາກຊ່ອງ ບໍ່ເຄີຍຖືກຖາມ ເລື່ອງນໍ້າໜັກລົດ ຈັກເທື່ອ. ຮູ້ກັນແລ້ວ ກໍໃຫ້ເງິນກັນໄປ, ເຂົາໄດ້ເງິນແລ້ວ ເຂົາກໍບໍ່ສົນ, ຄົນຂັບລົດບັນທຸກ ເຂົາເຈົ້າຈະຮູ້ຢູ່ແລ້ວ ວ່າ ຕ້ອງໄດ້ເສຍເງິນ ໃຫ້ພະນັກງານປະຈໍາດ່ານ ຢູ່ແລ້ວ ໃຫ້ຕາມເຂົາຮຽກເກັບ. ແຕ່ຖ້າຜູ້ໃດບໍ່ຮູ້ ຜ່ານໄປ ນໍ້າໜັກເກີນດ້າມໂຕນ ສອງໂຕນກໍໃໝ. ບາງເທື່ອ ພະນັກງານ ປະຈໍາດ່ານ ກໍອ້າງນັ້ນ ອ້າງນີ້ ຮຽກເກັບເງິນນໍາ ແລະຜູ້ຂັບລົດ ກໍຕ້ອງໄດ້ຈ່າຍໃຫ້:

“ສ່ວນຫຼາຍ ແມ່ນຊັ່ງບໍ່ໄດ້ແຫຼະ ແບບເຂົາເຈົ້າຮູ້ກັນ ແລ້ວກະໂອນເງິນໃຫ້ກັນ ຄັນໄດ້ເງິນແລ້ວ ເຂົາບໍ່ສົນ. ສົມມຸດວ່າ ເຮົາໄປບໍ່ຮູ້ແລ້ວ ກໍຈັບແກ່ໄປ ເກີນດ້າມໂຕນ ສອງໂຕນນີ້ ກະໃໝ, ເວົ້າເອົາເງິນ ເອົາແທ້ ເອົາວ່າ ເຂົາກະບໍ່ປ່ອຍ ກະຈໍາເປັນໄດ້ເສຍ ຫັ້ນນ່າ. ມັນບໍ່ສະເໝີພາບກັນ ບາງຄົນ ກະມີເສັ້ນ ມີສາຍ ກະບໍ່ກວດ ບໍ່ກາອີ່ຫຍັງ ໄປໄດ້ສະບາຍ.”

ການເກັບຄ່າຜ່ານທາງ

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ ຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງປາກຊ່ອງ ເວົ້າວ່າ ດ່ານຫຼັກ 21 ປາກຊ່ອງ ເປັນດ່ານ ຂອງກຸ່ມບໍລິສັດຫຸ້ນສ່ວນ ການຄ້າພາກໃຕ້ລາວ ທີ່ສໍາປະທານ ເສັ້ນທາງສາຍນີ້, ເປັນດ່ານເກັບເງິນ ຄ່າຜ່ານທາງ, ບໍ່ແມ່ນດ່ານຊັ່ງນໍ້າໜັກ, ບໍ່ມີຊິງຊັ່ງນໍ້າໜັກລົດ ແລະວ່າ ດ່ານເກັບເງິນ ນໍາລົດບັນທຸກໜັກ 5 ແສນກີບ ເປັນຂໍ້ກໍານົດ ທີ່ມີໄວ້ໃນສັນຍາຢູ່ແລ້ວ ດັ່ງທີ່ທ່ານກ່າວວ່າ:

“ຈຸດຫຼັກ 21 ແມ່ນມັນເປັນດ່ານເກັບເງິນ ຊືໆ ຢູ່ຫັ້ນ. ມັນບໍ່ແມ່ນດ່ານຕິດຊັ່ງ ເຮົາກໍໄດ້ຕິດຕາມ ແລະປະສານງານ ກັບເພິ່ນເປັນປະຈໍາ, ເພິ່ນກໍມີກົດລະບຽບ ມີຂັ້ນຕອນຢູ່. ເພິ່ນມີນິຕິກໍາ ໄດ້ກໍານົດຄຸ້ມຄອງແລ້ວ ເພາະໃນການຕິດຊັ່ງນໍ້າໜັກຫັ້ນ ແມ່ນວ່າເພິ່ນຈະເອົາຕາມໃບບິນ ຫຼືວ່າເອກກະສານຢັ້ງຢືນ ຈາກປາຍທາງ ຖືວ່າລົດໜັກ ເພິ່ນຈະກໍານົດໂລດວ່າ ເກັບ 5 ແສນກີບ ເນື່ອງຈາກວ່າ ມັນມີຂໍ້ກໍານົດ ຫຼືສັນຍາ ກັບລັດຖະບານ ແຫຼະ. ຄວາມໝາຍວ່າຈັ່ງຊັ້ນ ຫັ້ນນ່າ ມັນເປັນເສັ້ນທາງເອກກະຊົນ ສໍາປະທານ.”

ແຕ່ເຖິງຢ່າງໃດກໍຕາມ ທ່ານກໍເວົ້າວ່າ ທາງເມືອງປາກຊ່ອງ ກໍມີແຜນ ທີ່ຈະມີການຕິດຕັ້ງ ຊິງຊັ່ງນໍ້າໜັກ ຢູ່ດ່ານຫຼັກ 21 ນັ້ນຢູ່ ແລະຈະປັບປຸງ ດ່ານຕ່າງໆ ທີ່ມີຊິງຊັ່ງ ເພື່ອໃຫ້ທັນສະໄໝ ແລະຫຼຸດຜ່ອນຫາງສຽງ ຂອງປະຊາຊົນນໍາດ້ວຍ.

ເມື່ອກ່ອນໜ້ານີ້ ປະຊາຊົນ ຢູ່ແຂວງຈໍາປາສັກ ຜູ້ໃຊ້ເສັ້ນທາງ 16E ລະຫວ່າງ ເມືອງປາກຊ່ອງ ແລະນະຄອນປາກເຊ ກໍໄດ້ຮຽກຮ້ອງໃຫ້ທາງການ ແກ້ໄຂ ເລື່ອງການເກັບຄ່າຜ່ານທາງ ຂອງກຸ່ມບໍລິສັດ ຫຸ້ນສ່ວນການຄ້າ ພາກໃຕ້ລາວ ເປັນຕົ້ນ:
>  ລົດເກັງ ແລະລົດກະບະ 15 ພັນກີບ ຕໍ່ຄັ້ງ
>  ລົດຕູ້ ແລະລົດ 6 ລໍ້ນ້ອຍ 20 ພັນກີບ
>  ລົດເມ 6 ລໍ້ກາງ 30 ພັນກີບ
>  ລົດ 10 ລໍ້ 40 ພັນກີບຕໍ່ຄັ້ງ.

ແຕ່ເມື່ອເດືອນກໍລະກົດ 2024 ເຈົ້າແຂວງ ແຂວງຈຳປາສັກ ໄດ້ສັ່ງໃຫ້ພະແນກການເງິນແຂວງ ຍົກເລີກສັນຍາຮັບເໝົາ ສໍາປະທານກິດຈະການ ເກັບເງິນຄ່າຜ່ານທາງເລກ 14A ຂອງບໍລິສັດ ດວງດີ ກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ ແບບຖາວອນ ແຕ່ບ້ານຫ້ວຍເພັກ ເມືອງໂພນທອງ ຫາບ້ານພະພີນ ເມືອງຈໍາປາສັກ, ສ່ວນເສັ້ນທາງສາຍອື່ນໆ ຍັງມີການເກັບເງິນ ຄ່າຜ່ານທາງຢູ່ຄືເກົ່າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org