ໄທຍ ຍັງຕ້ອງການຄົນງານຈາກ ຕ່າງປະເທດ
2020.12.17

ໃນການເສວະນາ ກ່ຽວກັບການປົກປ້ອງສິດທິ ຄົນງານຕ່າງດ້າວ, ໃນໄລຍະ ການຣະບາດຂອງໂຄວິດ-19 ຊຶ່ງໄດ້ຈັດຂຶ້ນທີ່ບາງກອກ ປະເທດໄທຍ ໃນມື້ວັນທີ 15 ທັນວາ 2020, ເຈົ້າໜ້າທີ່ແຮງງານໄທທ່ານນຶ່ງເວົ້າວ່າ, ປະເທດໄທຍປະສົບກັບບັນຫາການຂາດແຄນ ແຮງງານຕ່າງດ້າວ, ໂດຍສະເພາະແມ່ນຈາກ ພະມ້າ, ລາວ ແລະ ກໍາພູຊາ ໃນໄລຍະການ ແຜ່ຣະບາດຂອງເຊື້ອພຍາດໂຄວິດ-19, ຍ້ອນພວກເຂົາເຈົ້າບາງສ່ວນໄດ້ກັບຄືນປະເທດ, ແລະຫຼາຍຄົນບໍ່ກັບຄືນມາ ຫຼືຍັງເຂົ້າມາໄທຍບໍ່ໄດ້; ດັ່ງຜູ້ຕາງໜ້າກົມຈັດຫາງານ ກະຊວງແຮງງານໄທຍ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 15 ທັນວາ ນີ້ວ່າ:
“ເປັນສິ່ງທ້າທາຍ ໃນການບໍຣິຫານຄຸ້ມຄອງຄົນງານຕ່າງດ້າວ, ຊຶ່ງເປັນສິ່ງຈໍາເປັນຕ້ອງສ້າງຄວາມສົມດູລຣະຫວ່າງການປະຕິບັດ ຕາມຂໍ້ກໍານົດຂອງໜ່ວຍງານສາທາຣະນະສຸຂ ກັບ ການຟື້ນຟູເສຖກິດ, ເພື່ອແກ້ໄຂບັນຫາການຂາດເຂີນຄົນງານ, ເພາະນາຍຈ້າງ ກໍຍັງຕ້ອງການຢູ່, ໃນເມື່ອຄົນງານອອກ ກໍໃຊ້ຄົນງານທີ່ມີຢູ່ ສາມາດຢູ່ໄດ້ແລະກໍເຮັດວຽກໄດ້.”
ທ່ານກ່າວຕື່ມວ່າ ສໍາລັບຄົນງານຕ່າງປະເທດ, ທີ່ໄດ້ກັບຄືນໄປປະເທດ ຂອງພວກເຂົາແລ້ວ ແລະ ຢາກກັບເຂົ້າມາໄທຄືນນັ້ນ, ໃນເບື້ອງຕົ້ນ ຫລາຍພາກສ່ວນທີ່ກ່ຽວຂ້ອງຢູ່ໄທຍ ກໍກໍາລັງປຶກສາກັນ ເຖິງຄວາມເປັນໄປໄດ້ ໃນການໃຫ້ຄົນງານເຫລົ່ານີ້, ກັບເຂົ້າມາຮວມທັງນະໂຍບາຍ ຂອງປະເທດພວກເຂົາເຈົ້າວ່າ ເພິ່ນຈະເຮັດແນວໃດ, ຊຶ່ງອາດຕ້ອງໃຊ້ເວລາ ອີກດົນຈຶ່ງຈະມີ ທາງອອກສໍາລັບບັນຫານີ້, ຍ້ອນປະເທດເຫລົ່ານັ້ນ ຍັງມີການຣະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່.
ເຈົ້າໜ້າທີ່ອົງການເຄືອຂ່າຍການຍ້າຍຖິ່ນ ໃນເຂດແມ່ນໍ້າຂອງ ກ່າວວ່າ, ມາຮອດປັດຈຸບັນ ພາກທຸຣະກິດ ຢູ່ໄທຍ ເລີ່ມກັບມາເປີດ ກິຈການແດ່ແລ້ວ ແຕ່ທຸຣະກິດສ່ວນນຶ່ງ ໄດ້ພົບກັບ ບັນຫາຂາດເຂີນຄົນງານຕ່າງປະເທດ, ຍ້ອນທີ່ຜ່ານມາ ພວກເຂົາໄດ້ເລີກຈ້າງ ເນື່ອງຈາກມີການຢຸດກິຈການ, ແລະ ມີບັນຫາ ເຣື່ອງການເຮັດໃບອະນຸຍາດ ເຮັດວຽກຢູ່ໄທຍ ເຮັດໃຫ້ພວກເຂົາເດີນທາງກັບຄືນ ປະເທດ; ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄົນງານຕ່າງດ້າວ ໄດ້ຮັບຜົລກະທົບ ຈາກການປິດທຸຣະກິດ, ຄົນງງານກໍຕົກງານຫລາຍ, ມີຄົນງານສ່ວນນຶ່ງທີ່ເພິ່ນບໍ່ອະນຸຍາດ ໃຫ້ເຮັດວຽກ ທີ່ພາກທຸຣະກິດຕ້ອງການເຊັ່ນ; ພາກການກໍ່ສ້າງ ຫລື ພາກບໍຣິການ, ຈະໄດ້ຮັບຜົລກະທົບ ຕອນທີ່ຄົນງານເພິ່ນກັບໄປ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ສະຫະພັນແຮງງານລາວ ປະຈໍາປະເທດໄທຍທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ທັນວາ ນີ້ວ່າ, ທີ່ຜ່ານມາຄົນງານລາວ ທີ່ເຮັດວຽກຢູ່ໄທຍ ຈໍານວນຫລາຍ ຕ້ອງເດີນທາງກັບ ສປປລາວ ຍ້ອນຖືກເລີກຈ້າງ. ແລະສ່ວນນຶ່ງກໍ ຖືກຫລຸດຄ່າຈ້າງລົງ, ເຮັດໃຫ້ພວກເຂົາເຈົ້າສູ້ກັບຄ່າໃຊ້ຈ່າຍບໍ່ໄຫວ, ຂນະທີ່ທາງການກໍບໍ່ໄດ້ ຊ່ອຍເຫລືອເທົ່າທີ່ຄວນ, ມີແຕ່ອົງການ ມູລນິທິມາຊ່ອຍ, ດັ່ງທີ່ທ່ານກ່າວວ່າ:
”ຊ່ວງໂຄວິດນີ໋ກັບຫລາຍ, ກໍຍ້ອນໂຮງງານມັນປິດ, ຖ້າບໍ່ປິດ ກໍໃຫ້ເງິນເດືອນໜ້ອຍລົງ, ກໍພໍດີແຕ່ຄ່າເຊົ່າຫ້ອງຄ່າຫຍັງ ເພິ່ນກໍເລີຍວ່າ ກັບໄປບ້ານດີກວ່າ, ໜ່ວຍງານພາກຣັຖ ບໍ່ມີມາຊ່ວຍ ມີແຕ່ມູລນິທິມາຊ່ວຍຢູ່.”
ທ່ານກ່າວຕື່ມວ່າ ໃນເມື່ອສະຖານະການຢູ່ໄທຍ, ເລີ້ມດີຂຶ້ນແດ່ແລ້ວນີ້ ທຸຣະກິດຕ່າງໆ ກໍເລີ່ມກັບມາເປີດຄືນ, ຄົນງານລາວຢູ່ໄທຍ ກໍພໍຈະຢູ່ລອດ, ແຕ່ສໍາລັບຄົນງານລາວ ທີ່ກັບຄືນປະເທດກ່ອນໜ້ານີ້, ກໍບໍ່ສາມາດກັບມາເຮັດວຽກ ຢູ່ໄທຍຄືເກົ່າໄດ້, ຍ້ອນທາງການ ລາວ ຍັງບໍ່ອະນຸຍາດໃຫ້ຄົນງານ ຂ້າມໄປເຮັດວຽກຢູ່ໄທຍໄດ້. ແລະວ່າ ບັນຫາຫລັກ ທີ່ເຮັດໃຫ້ຊາວລາວຕ້ອງການໄປຫາວຽກເຮັດ ໃນຕ່າງປະເທດ, ກໍຍ້ອນວ່າຢູ່ລາວ ວຽກງານຫາຍາກ ແລະຄ່າແຮງງານກໍຕໍ່າ, ຖ້າໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນປະເທດໄທຍ ຖ້າຮູ້ຈັກໃຊ້ຮູ້ຈັກເກັບ ກໍຈະສາມາດສົ່ງເງິນໄປໃຫ້ຄອບຄົວ ຢູ່ລາວໄດ້.
ອີງຕາມຂໍ້ມູນຂອງສໍານັກບໍຣິຫານແຮງງານຕ່າງດ້າວ, ກົມຈັດຫາງານ ກະຊວງແຮງງານໄທຍ, ມີຄົນງານທົ່ວໄປ ທີ່ໄດ້ຮັບອະນຸຍາດ ເຮັດວຽກຢູ່ປະເທດໄທຍຈໍານວນ 2.2 ລ້ານປາຍຄົນ, ໃນນັ້ນຄົນງານພະມ້າ 1.5 ລ້ານປາຍຄົນ, ຄົນງານກໍາພູຊາ 5 ແສນປາຍຄົນ ແລະຄົນງານລາວ 2.2 ແສນປາຍຄົນ.
ພ້ອມກັນນັ້ນ ໃນການເສວະນາດັ່ງກ່າວ ຍັງໄດ້ເວົ້າເຖິງຜົລກະທົບ, ທີ່ເກີດຈາກການແພ່ຣະບາດຂອງເຊື້ອພະຍາດໂຄວິດ-19, ຊຶ່ງເຮັດໃຫ້ ຫລາຍບໍຣິສັດຕ້ອງໄດ້ປິດກິຈການ ແລະຈໍານວນນຶ່ງຕ້ອງໄດ້ຫລຸດຂນາດທຸຣະກິດລົງ, ອັນສົ່ງຜົລກະທົບຕໍ່ຄົນງານ ນໍາດ້ວຍເປັນຕົ້ນແມ່ນຖືກເລີກຈ້າງ, ຫລື ຖືກຫລຸດຄ່າຈ້າງລົງ.