ໄທຍ ຍັງບໍ່ທັນ ຕົກລົງຊື້ ໄຟຟ້າ ຈາກລາວ

ຈຳ​ປາ​ທອງ
2021.08.28
ໄທຍ ຍັງບໍ່ທັນ ຕົກລົງຊື້ ໄຟຟ້າ ຈາກລາວ ສາຍສົ່ງໄຟຟ້າ ທາງພາກເໜືອ ຂອງລາວ
ນັກຂ່າວ ພົລເມືອງ

ກຸ່ມເຄືອຂ່າຍ ປະຊາຊົນ 8 ແຂວງລຸ່ມແມ່ນໍ້າ ຂອງຂອງໄທຍ ໄດ້ສົ່ງໜັງສື ໄປຍັງ ຄະນະ ກັມມະການ ນະໂຍບາຍ ພະລັງງານ ແຫ່ງຊາດ ກະຊວງ ພະລັງງານ ຂອງໄທຍ ເພື່ອຂໍຮູ້ ເຖິງຄວາມຄືບໜ້າ ຂອງແຜນການ ຊື້-ຂາຍ ໄຟຟ້າ ຈາກລາວ ແລະ ຄັດຄ້ານ ການເຮັດ ສັນຍາຊື້-ຂາຍ ໄຟຟ້າ ຈາກ 4 ເຂື່ອນແມ່ນໍ້າຂອງ ໃນລາວ ໃນມື້ວັນທີ 30 ກໍຣະກະດາ ທີ່ຜ່ານມາ.

ມາເຖິງ ມື້ວັນທີ 25 ສິງຫານີ້ ກະຊວງ ພະງັງງານ ຂອງໄທຍ ໄດ້ແຈ້ງຕອບ ມາໃຫ້ ກຸ່ມເຄືອຂ່າຍ ດັ່ງກ່າວ ຊຶ່ງໃນນັ້ນ ໄດ້ລະບຸວ່າ ຍັງບໍ່ໄດ້ ເຊັນສັນຍາ ຊື້-ຂາຍ ໄຟຟ້າ ຈາກ 4 ເຂື່ອນແມ່ນໍ້າຂອງ ໃນລາວ ຄື ເຂື່ອນປາກແບງ, ເຂື່ອນປາກລາຍ, ເຂື່ອນຫຼວງພຣະບາງ ແລະ ເຂື່ອນຊະນະຄາມ ດັ່ງຍານາງ ສະເລີມສີ ປະເສີດສີ, ທະນາຍຄວາມ ມູລນິທິ ຂໍ້ມູນຊຸມຊົນ ຂອງໄທຍ ແລະ ຕາງໜ້າ ກຸ່ມເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນໍ້າຂອງ ຂອງໄທຍ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ສິງຫານີ້ວ່າ:

“ແຜນການຊື້-ຂາຍ ໄຟຟ້າ ຈາກປະເທດເພື່ອນບ້ານ ແລ້ວກໍຄັດຄ້ານ ການເຮັດ ສັນຍາຊື້-ຂາຍ ໄຟຟ້າ ຈາກເຂື່ອນປາກແບງ, ເຂື່ອນປາກລາຍ, ເຂື່ອນຫຼວງພຣະບາງ ແລະ ເຂື່ອນຊະນະຄາມ, ຄະນະ ກັມມະການ ນະໂຍບາຍ ພະລັງງານແຫ່ງຊາດ ຕອບກັບມາວ່າ ປັດຈຸບັນ ຍັງບໍ່ມີ ການລົງນາມ ຊື້-ຂາຍ ໄຟຟ້າ ຈາກເຂື່ອນ ທັງ 4 ແຫ່ງນັ້ນ.”

ປັດຈຸບັນ ປະເທດໄທຍ ມີໄຟຟ້າ ສໍາຮອງຫຼາຍ ຄື ເກີນ 50% ຂອງຄວາມຈໍາເປັນ, ແຕ່ທີ່ຜ່ານມາ ກໍຍັງເຫັນວ່າ ປະເທດໄທຍ ຍັງຮັບຊື້ ໄຟຟ້າ ຈາກເຂື່ອນ ໃນລາວ ແລະ ປະເທດລາວ ກໍກໍາລັງເລັ່ງ ສ້າງເຂື່ອນໄຟຟ້າ ອີກຫຼາຍແຫ່ງ ຕາມນະໂຍບາຍ ໝໍ້ໄຟ ແຫ່ງອາຊຽນ ອັນເຮັດໃຫ້ ເກີດຫາງສຽງ ວິພາກວິຈານ ຣັຖບານໄທຍ ແລະ ໜ່ວຍງານ ທີ່ຮັບຜິດຊອບ ດ້ານພະລັງງານ ຄື ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ມາໂດຍຕລອດ ເນື່ອງຈາກ ມີປະຣິມານ ໄຟຟ້າ ຫຼາຍເກີນຄວາມຈໍາເປັນ ແລະ ເປັນພາລະ ໃຫ້ປະຊາຊົນ ໄທຍຕື່ມ.

ກະຊວງ ພະລັງງານ ຂອງໄທຍ ເວົ້າວ່າ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ຈະຕ້ອງ ລະບຸ ໃນສັນຍາຊື້-ຂາຍ ໄຟຟ້າວ່າ ຜູ້ພັທນາ ໂຄງການເຂື່ອນໄຟຟ້າ ຕ້ອງຮັບຜິດຊອບ ໃນການຊົດເຊີຍ ຜົລກະທົບ ທີ່ອາຈເກີດຂຶ້ນ ຕໍ່ປະເທດໄທຍ ທັງທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ຈາກການກໍ່ສ້າງ ເຂື່ອນໄຟຟ້າ ແລະ ການຜລິດໄຟຟ້າ ຕາມຄວາມກັງວົນ ຂອງກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແລະ ສໍານັກງານ ຊັພຍາກອນນໍ້າ ແຫ່ງຊາດ ຂອງໄທຍ.

ທ່ານ ວິທູນ ເພີມພົງສາຈະເຣີນ, ຜູ້ອໍານວຍການ ເຄືອຂ່າຍ ພະລັງງານ ນິເວດວິທຍາ ແມ່ນໍ້າຂອງ ຂອງໄທຍ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບໍ່ມີ ຄວາມຈໍາເປັນ ທີ່ທາງການໄທຍ ຈະເຊັນສັນຍາ ຊື້ໄຟຟ້າ ຈາກປະເທດລາວ ເພີ່ມຕື່ມ ເນື່ອງຈາກວ່າ ປັດຈຸບັນ ປະເທດໄທຍ ມີໄຟຟ້າ ສໍາຮອງຫຼາຍ ແລະ ຍັງມີສັນຍາ ຊື້-ຂາຍ ໄຟຟ້າເດີມ 9,000 ເມກາວັດ ທີ່ພຽງພໍ ສໍາລັບ ປະເທດໄທຍ ຊຶ່ງຈະນໍາໃຊ້ໄດ້ ອີກຫຼາຍປີ.

"ນ່າຈະເຣີ່ມ ມີຄວາມລະມັດລະວັງ ທີ່ຈະບໍ່ເຊັນ PPA ອັນໃໝ່ ດ້ວຍເຫດຜົລ ໄຟຟ້າສໍາຮອງ ສູງຫລາຍ ມັນເຖິງ ພາວະ ທີ່ໜ່ວຍງານ ທີ່ກ່ຽວຂ້ອງ ທຸກໜ່ວຍ ຕ້ອງທົບທວນ ສັນຍາຕ່າງໆ.”

ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວທ່ານນຶ່ງ ຜູ້ບໍ່ປະສົງ ອອກຊື່ ແລະ ສຽງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຍັງບໍ່ເຫັນ ໜັງສືແຈ້ງການ ຈາກກະຊວງພະ ລັງງານ ຂອງໄທຍ ກ່ຽວກັບ ເຣື່ອງຈະບໍ່ເຊັນສັນຍາ ຊື້ໄຟຟ້າ ຈາກເຂື່ອນ 4 ແຫ່ງ ໃນແມ່ນໍ້າຂອງ ຂອງລາວເທື່ອ, ແຕ່ປັດຈຸບັນ ປະເທດໄທຍ ຄື ຕລາດຮັບຊື້ ໄຟຟ້າ ອັນດັບນຶ່ງ ຂອງລາວ ແລະ ເປັນລູກຄ້າ ສໍາຄັນທີ່ສຸດ ແລະ ຣັຖບານລາວ ກໍພະຍາຍາມ ສ້າງແຫລ່ງ ພະລັງງານ ສະອາດ ແລະ ໝັ້ນຄົງ ເພື່ອຮອງຮັບ ການຂຍາຍໂຕ ຂອງປະເທດໄທຍ ແລະ ປະເທດຕ່າງໆ ໃນອາຊຽນ ຕາມນະໂຍບາຍຂອງ ຣັຖບານລາວ. ແຕ່ຖ້າຫາກ ທາງການໄທຍ ບໍ່ເຊັນສັນຍາ ຊື້-ຂາຍ ໄຟຟ້າ ຈາກເຂື່ອນ 4 ແຫ່ງດັ່ງກ່າວ ກໍຈະເຮັດໃຫ້ ມີຜົລກະທົບ ຕໍ່ການຜລິດໄຟຟ້າ ຂອງເຂື່ອນ 4 ແຫ່ງນັ້ນ ຍ້ອນຈະບໍ່ມີ ຕລາດຮອງຮັບ ເພາະຕາມແຜນການ ແມ່ນຈະຜລິດໄຟຟ້າ ຂາຍໃຫ້ໄທຍ ໂດຍກົງ, ຫາກໄທຍ ບໍ່ຮັບຊື້ ກໍຈະກາຍ ເປັນສິ່ງທ້າທາຍ ຫຼາຍສົມຄວນ ຊຶ່ງຣັຖບານລາວ ຈະຕ້ອງ ໄດ້ຫາທາງ ເຈຣະຈາ ກັບທາງການໄທຍ ໃນອະນາຄົດ ດັ່ງທີ່ ທ່ານກ່າວວ່າ:

“ສົມມຸດວ່າ ໄທຍບໍ່ຊື້ ຈັກຊິເຮັດແນວໃດ ເພາະທີ່ຜ່ານມາ ກໍອາສັຍ ແລະ ມີຄວາມຫວັງກັບ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ຢູ່ແລ້ວ ເພາະວ່າ ຫົວໃຈຫລັກ ບໍ່ວ່າ ແຕ່ເຮົາເຮັດອີ່ຫຍັງ ກະແລ້ວແຕ່ ມັນຕ້ອງມີ ຕລາດ ໂຕນີ້ນໍ ສົມມຸດວ່າ ເຮົາສ້າງມາ ຜລິດບໍ່ໄດ້ ມັນກະເຄື່ອງ ມັນກະເພ ກະພັງໄດ້.”

ທ່ານເວົ້າ ຕື່ມວ່າ ຫາກໄທຍ ບໍ່ຮັບຊື້ ໄຟຟ້າ ຈາກເຂື່ອນ ໃນແມ່ນໍ້າຂອງ 4 ແຫ່ງນັ້ນແທ້ ກໍຍາກ ທີ່ຈະສົ່ງຂາຍ ໃຫ້ປະເທດອື່ນ ເຊັ່ນ ຈີນ, ວຽດນາມ ແລະ ກັມພູຊາ ເພາະບໍ່ມີ ສາຍສົ່ງ ແລະ ປະເທດເຫລົ່ານັ້ນ ກໍມີ ໄຟຟ້າ ສໍາຮອງ ຂ້ອນຂ້າງຫຼາຍຂຶ້ນ ນັບມື້.

ເມື່ອຕົ້ນ ເດືອນສິງຫາ 2021 ນີ້, ທາງການລາວ ໄດ້ສເນີ ຂາຍໄຟຟ້າ ໃຫ້ໄທຍ ເພີ່ມຂຶ້ນອີກ 1,200 ເມກາວັດ ຈາກທີ່ ໄດ້ຕົກລົງກັນ ຕາມສັນຍາເດີມ 9,000 ເມກາວັດ ຊຶ່ງປັດຈຸບັນ ຍັງຢູ່ໃນຂັ້ນຕອນ ຂອງການຄົ້ນຄວ້າ ພິຈາຣະນາ ຣາຍລະອຽດ ຮ່ວມກັນຢູ່.

ກ່ຽວກັບ ເຣື່ອງນີ້ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ໄດ້ເວົ້າ ຜ່ານອີເມລ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ສິງຫານີ້ວ່າ ການຈະຮັບຊື້ ຫຼື ບໍ່ຮັບຊື້ ໄຟຟ້າ ຈາກລາວ ມັນກໍຂຶ້ນ ຢູ່ກັບຄວາມຕ້ອງ ການໃຊ້ ໄຟຟ້າ ໃນປະເທດໄທຍ, ຂຶ້ນຢູ່ກັບ ການຜລິດ ໃນປະເທດໄທຍ ແລະ ລາຄາໄຟຟ້າ ຊຶ່ງແມ່ນ ກະຊວງພະລັງງານ ເປັນຜູ້ພິຈາຣະນາ.

ອີງຕາມ ແຜນພະລັງງານ ຂອງລາວ ໃນປີ 2030, ຫາກແຫລ່ງ ພະລັງງານ ຖືກສ້າງຂຶ້ນ ທຸກບ່ອນ ປະເທດລາວ ຈະມີພະລັງງານ ໄຟຟ້າ ຫຼາຍເຖິງ 28,000 ເມກາວັດ ເພື່ອສນອງ ໄຟຟ້າ ໃຫ້ປະເທດ ຕ່າງໆ ໃນອາຊຽນ ແລະ ຈະກາຍເປັນ ສູນກາງ ດ້ານພະລັງງານ ຫຼື ໝໍ້ໄຟ ແຫ່ງອາຊຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.