ສານຂອງໄທຍບໍ່ຮັບຟ້ອງ ຈາກກຸ່ມ ຮັກຊຽງຂອງ
2021.02.24

ເມື່ອວັນທີ 24 ກຸມພາ ນີ້ ສານປົກຄອງສູງສຸດ ຂອງປະເທດໄທຍ ໄດ້ນັດທະນາຍຄວາມ ແລະ ຕົວແທນ ຂອງກຸ່ມຮັກຊຽງຂອງ ເຂົ້າຮັບຟັງການພິຈາຣະນາ ການຮັບຄຳຟ້ອງຮ້ອງ ກໍຣະນີກຸ່ມຮັກຊຽງຂອງ ໄດ້ຂໍໃຫ້ສານປົກຄອງ ມີຄຳສັ່ງໃຫ້ຖອນ ການຈັດ ຂະບວນການ ຮັບຟັງຄວາມຄິດເຫັນ ຂອງປະຊາຊົນ ກ່ຽວກັບໂຄງການເຂື່ອນປາກແບງ ຢູ່ແຂວງອຸດົມໄຊ ຂອງລາວ. ໂດຍບໍ່ ປະຕິບັດຕາມ ຣັຖທັມມະນູນ ແລະກົດໝາຽ.
ກໍຣະນີດັ່ງກ່າວ ສານປົກຄອງໄດ້ລົງຄຳເຫັນວ່າ ບໍ່ຮັບຄຳຟ້ອງຮ້ອງ ຂອງກຸ່ມຮັກຊຽງຂອງ ເນື່ອງຈາກເຫັນວ່າໜ່ວຍງານທີ່ກ່ຽວຂ້ອງ ກັບໂຄງການ ເຂື່ອນປາກແບງ ໄດ້ດຳເນີນການ ຖືກຕ້ອງຕາມຂະບວນການ ປຶກສາຫາລືຄວາມເປັນໄປໄດ້ ແລະ ຜູ້ຟ້ອງຮ້ອງຄະດີ ຍັງບໍ່ແມ່ນຜູ້ໄດ້ຮັບ ຜົລກະທົບ ໂດຍກົງຈຶ່ງບໍ່ສິດຟ້ອງຄະດີຕໍ່ສານ. ດັ່ງຍານາງ ສະເຫຼີມສີ ປະເສີດສີ ທະນາຍຄວາມ ມູລນິທິ ສູນ ຂໍ້ມູນຊຸມຊົນ ຂອງປະເທດໄທຍ ກ່າວຕໍ່ສື່ມວນຊົນວ່າ:
"ສານມີຄຳສັ່ງ ບໍ່ຮັບຄຳຟ້ອງຮ້ອງໄວ້ ພິຈາຣະນາຢືນຕາມສານ ປົກຄອງຊັ້ນຕົ້ນ. ໂດຍໃຫ້ເຫດຜົລວ່າການດຳເນີນການຂອງ ໜ່ວຍງານບໍ່ວ່າຈະເປັນຣັຖທັມມະນຸນ ກົດໝາຽ ສິ່ງແວດລ້ອມ, ກົດໝາຍເຣື່ອງກ່ຽວກັບ ການຈັດການຮັບຟັງ ຄວາມຄິດເຫັນ ແລະຣະບຽບການ ຂອງຂະບວນການປຶກສາຫາລື ລ່ວງໜ້າ ຂອງຄະນະກັມມາທິການແມ່ນໍ້າຂອງ ເຊິ່ງສານເບິ່ງວ່າໄດ້ດຳເນີນ ການຕາມກົດໝາຽ, ຖືວ່າມີການໃຫ້ຂໍ້ມູນ ແກ່ປະຊາຊົນ ແບບຖືກຕ້ອງແລ້ວ ເຊິ່ງຖືວ່າດຳເນີນການຢ່າງຖືກຕ້ອງ."
ຍານາງໄດ້ກ່າວຕື່ມວ່າ ສານ ຍັງມີຄຳເຫັນຕື່ມວ່າ ໂຄງການເຂື່ອນປາກແບງ ເປັນເຂື່ອນທີ່ຈະສ້າງຂຶ້ນ ນອກເຂດປະເທດໄທຍ, ກໍຖືວ່າຜູ້ຟ້ອງຄະດີ ບໍ່ແມ່ນຜູ້ໄດ້ຮັບ ຄວາມເດືອດຮ້ອນ ເສັຽຫາຍ. ສ່ວນປະເດັນ ທີ່ທາງກຸ່ມຮັກຊຽງຂອງ ໄດ້ຂໍໃຫ້ໜ່ວຍງານ ທີ່ກ່ຽວຂ້ອງອອກຣະບຽບ ຄຸ້ມຄອງແມ່ນໍ້າຂອງ ແລະເຮັດບົດປະເມີນ ຜົລກະທົບ ຂ້າມຊາຍແດນ ເຊິ່ງສານກໍມີ ຄຳເຫັນວ່າຍັງ ບໍ່ໄດ້ມີກົດໝາຽ ທີ່ຄວບຄຸມເຣື່ອງນີ້ສະເພາະ ດັ່ງນັ້ນສານປົກຄອງ ຈຶ່ງບໍ່ຮັບຄຳຟ້ອງຮ້ອງ.
ຍານາງ ສ ຣັຕນະມະນີ ພົນກ້າ ທະນາຍຄວາມ ແລະ ຜູ້ປະສານງານ ມູລນິທິສູນຂໍ້ມູນຊຸມຊົນ ຂອງປະເທດໄທຍ ກ່າວຊີ້ແຈງ ຕື່ມວ່າ.
"ສຳນັກງານ ຊັພຍາກອນນໍ້າ ແຫ່ງຊາດໄທຍ ໃນຖານະທີ່ເປັນກັມມະການແມ່ນໍ້າຂອງ ແຫ່ງປະເທດໄທຍ ທີ່ເຮັດວຽກ ແລະ ມີໜ້າທີ່ເຮັດຣາຍງານໃດໆ ເພື່ອສເນີເຂົ້າໄປບໍ່ແມ່ນວ່າ ຈະເປັນຂໍ້ທັກທ້ວງ. ເຣື່ອງຄວາມເຫັນ ກ່ຽວກັບເຂື່ອນ ໃນແມ່ນໍ້າຂອງ ສານເບິ່ງວ່າກໍຣະນີນີ້ ເປັນເຣື່ອງຂອງອຳນາດ ບໍຣິຫານ ທີ່ຣັຖບານໄທຍ ເຂົ້າໄປເປັນພາຄີ ໃນຂໍ້ຕົກລົງ ແມ່ນໍ້າຂອງ. ດັ່ງນັ້ນ ສານປົກຄອງ ຈຶ່ງບໍ່ສາມາດພິຈາຣະນາ ຫຼື ຕັດສິນໃນເຣື່ອງ ຂອງອຳນາດດັ່ງກ່າວໄດ້."
ຍານາງໄດ້ກ່າວຕື່ມວ່າ ຫຼັງຈາກ ໄດ້ຟັງຄຳເຫັນຂອງສານປົກຄອງ ໃນມື້ນີ້ທາງພວກເຮົາ ກໍຕ້ອງເບິ່ງໄປເຖິງຂະບວນການຮ້ອງຮຽນ ທີ່ບໍ່ແມ່ນການຮ້ອງຮຽນ ພາຍໃນປະເທດ, ຍ້ອນທີ່ ຜ່ານມາພວກເຮົາໃຊ້ໄດ້ ແຕ່ບໍ່ມີຫຍັງເກີດຂຶ້ນ. ດັ່ງນັ້ນຈຶ່ງຕ້ອງເບິ່ງໄປເຖິງ ຂະບວນການນອກປະເທດ ເຊິ່ງຖ້າເປັນເຣື່ອງການລົງທຶນ ຂອງຈີນ ທີ່ສົ່ງຜົລກະທົບມາຮອດໄທຍ ພວກເຮົາກໍມີເຄືອຂ່າຍ ຕິດຕາມຢູ່.
ທ່ານ ຫານນະຣົງ ເຍົາວະເລີດ ປະທານມູລນິທິ ເພື່ອຈັດການນໍ້າ ແບບບູຣະນາການ ຂອງປະເທດໄທຍ ເຊິ່ງໄດ້ເຂົ້າຮ່ວມຮັບຟັງການ ພິຈາຣະນາຂອງສານ ເທື່ອນີ້ກ່າວວ່າ. ເຖິງວ່າ ສານປົກຄອງສູງສຸດ ບໍ່ຮັບຄຳຟ້ອງຮ້ອງກໍຕາມ. ແຕ່ກໍຢາກໃຫ້ໜ່ວຍງານ ທີ່ກ່ຽວຂ້ອງ ມີການປັບປຸງແກ້ໄຂ ຂະບວນການກ່ຽວກັບ ໂຄງການເຂື່ອນປາກແບງ ໃຫ້ຖືກຕ້ອງຫຼາຍກ່ວານີ້.
"ສານມີຄວາມເຫັນແນວນີ້ ເຮົາກໍເຄົາຣົບຄຳຕັດສີິນຂອງສານ ແຕ່ຂ້າພະເຈົ້າຢາກແຈ້ງໄປຍັງ ໜ່ວຍປະຕິບັດ ຈະເຮັດແນວໃດໃຫ້ ຂະບວນການເລົ່ານີ້ໃຫ້ດີຂຶ້ນ ບໍ່ແມ່ນລໍຖ້າໃຫ້ ພາກປະຊາຊົນຟ້ອງສານແລ້ວ ສຸດທ້າຍບໍ່ຮັບຄໍາຟ້ອງຮ້ອງ. ແຕ່ໜ່ວຍງານທີ່ກ່ຽວຂ້ອງ ກໍຍັງປະຕິບັດຄືເກົ່າ, ດັ່ງນັ້ນໃນພາກປະຊາຊົນ ຈຶ່ງຢາກໃຫ້ໜ່ວຍງານກ່ຽວຂ້ອງ ຄວນຈະດຳເນີນການ ໃຫ້ຖືກຕ້ອງຫຼາຍກວ່ານີ້."
ໃນຂນະດຽວກັນ ຍານາງ ໄພຣີນ ເສາະສາຍ ຜູ້ປະສານງານ ຈາກອົງກອນແມ່ນໍ້າສາກົນ ກ່າວວ່າຕົນ ກໍຄິດວ່າຫຼາຍພາກສ່ວນທີ່ ກ່ຽວຂ້ອງຍັງຕ້ອງມີການແກ້ໄຂ ແລະປັບປຸງ ຫຼາຍດ້ານ, ໂດຍສະເພາະບໍຣິສັດ ຜູ້ພັທນາເຂື່ອນປາກແບງ ຈະຕ້ອງເອົາໃຈໃສ່ເຣື່ອງ ສິດທິມະນຸດ ເປັນສຳຄັນ.
"ຄິດວ່າຍັງຕ້ອງມີການແກ້ໄຂ ຫຼືປັບປຸງຂໍ້ຕົກລົງ ຫຼືຂໍ້ກົດໝາຽທີ່ກ່ຽວຂ້ອງ ກັບຜົລກະທົບຂ້າມຊາຍແດນ ຮວມໄປເຖິງການຣະເມີດ ສິດທິຫຼືການຕິດຕາມເຣື່ອງການລົງທຶນຂອງ ບໍຣິສັດທັງໄທຍແລະຕ່າງປະເທດ ທີ່ມາລົງທຶນ, ເຊິ່ງບໍຣິສັດເຫຼົ່ານີ້ຕ້ອງໄດ້ປະຕິບັດ ຕາມຫຼັກການ ເຄົາຣົບເຣື່ອງສິດທິມະນຸດ ແລະ ການດຳເນີນທຸຣະກິຈ."
ມາຮອດປັດຈຸບັນ ໂຄງການເຂື່ອນປາກແບງ ຍັງບໍ່ທັນລົງມືກໍ່ສ້າງເທື່ອ ເຊິ່ງຣັຖບານລາວໄດ້ ໂຈະໂຄງການນີ້ໄວ້ກ່ອນ, ຍ້ອນຕ້ອງ ມີການສຶກສາ ຜົລກະທົບທາງດ້ານ ສິ່ງແວດລ້ອມ ແລະຜົລກະທົບຂ້າມຊາຍແດນ ໃຫ້ລະອຽດຄົບຖ້ວນກ່ອນ ແລະຍັງບໍ່ມີກຳນົດ ເທື່ອວ່າຈະເລີ່ມລົງມື ມື້ໃດ.
ກ່ອນໜ້ານີ້ ເມື່ອວັນທີ 15 ມົກຣາ ປີ 2019 ທ່ານ ຈັນສະແຫວງ ບຸນນອງ ຫົວໜ້າກົມນະໂຍບາຍ ພະລັງງານ ແລະບໍ່ແຮ່ ຂອງກະຊວງພະລັງງານແລະບໍ່ແຮ່ ພ້ອມກັບຜູ້ຕາງໜ້າ ຈາກ ບໍຣິສັດ China Datang Oversea Investment Co. Ltd ເຊິ່ງເປັນຜູ້ພັທນາໂຄງການ ເຂື່ອນປາກແບງ ໄດ້ຮ່ວມກອງປະຊຸມ ກັບໂຕແທນເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນໍ້າຂອງ ແລະນັກວິຊາການແມ່ນໍ້າຂອງ ທັງເມືອງຊຽງຂອງ ແຂວງຊຽງຮາຍ ກ່ຽວກັບຂໍ້ກັງວົນ ຕໍ່ຜົລກະທົບຂ້າມຊາຍແດນ ໂດຍພາກ ປະຊາຊົນໄທຍ ສເນີໃຫ້ມີການທົບທວນ ຜົລກະທົບ ຂ້າມຊາຍແດນ ເພື່ອປ້ອງກັນຄວາມເສັຽຫາຍ ທີ່ຈະເກີດຂຶ້ນ. ແຕ່ມາຮອດ ປັດຈຸບັນ ຍັງບໍ່ມີຄວາມຄືບໜ້າ ເຣື່ອງຂະບວນການ ການສຶກສາຮ່ວມກັບ ຣັຖບານລາວ ແລະ ທາງບໍຣິສັດເຈົ້າຂອງໂຄງການ ເຂື່ອນດັ່ງກ່າວ.
ໂຄງການເຂື່ອນປາກແບງ ຂນາດ 912 ເມກາວັດ ຈະຖືກສ້າງຂຶ້ນກາງນໍ້າຂອງ ໃນເຂດເມືອງປາກແບງ ແຂວງອຸດົມໄຊ ຢູ່ຫ່າງ ຈາກ ແຂວງຫຼວງພຣະບາງ ປະມານ 100 ກິໂລແມັດ ແລະ ຢູ່ຫ່າງຈາກຊາຍແດນ ແຂວງຊຽງຮາຍ ປະເທດໄທຍ 97 ກິໂລແມັດ. ໂດຍມີ ກຳນົດຂາຍໄຟຟ້າ ໃຫ້ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ປະມານ 90%.
ໂຄງການ ເຂື່ອນໄຟຟ້າປາກແບງ ໄດ້ເຂົ້າສູ່ຂະບວນການປຶກສາຫາລື ລ່ວງໜ້າ ຫຼື PNPCA ຕັ້ງແຕ່ ເດືອນທັນວາປີ 2016 ຈົນມາ ເຖິງເດືອນ ມິຖຸນາປີ 2017 ໂດຍມີການປະຊຸມ ໃຫ້ຂໍ້ມູນແກ່ ປະຊາຊົນໄທຍໃນ 3 ແຂວງລຸ່ມແມ່ນໍ້າຂອງ ໄດ້ແກ່ແຂວງຊຽງຮາຍ, ແຂວງໜອງຄາຍ ແລະ ແຂວງອຸບົນຣາຊທານີ.