ລາວ ສລອງ ວັນຄຣູແຫ່ງຊາດ ຄົບຮອບ 24 ປີ
2018.10.09
ຫຼາຍໂຮງຮຽນ ໃນທົ່ວປະເທດລາວ ຈັດພິທີ ຕ້ອນຮັບວັນຄຣູແຫ່ງຊາດ ໃນວັນທີ 7 ຕຸລາ ຄົບຮອບ 24 ປີ ເພື່ອຣະນຶກເຖິງ ຄຸນງາມຄວາມດີ ຂອງຄຣູ ຜູ້ໃຫ້ຄວາມຮູ້ ແກ່ນັກຮຽນ. ໃນວັນຄຣູແຫ່ງຊາດ ປີນີ້ ທຸກໂຮງຮຽນ ໄດ້ຈັດກິຈກັມຕ່າງໆ ເປັນຕົ້ນ: ການແຂ່ງຂັນກິລາ, ແຂ່ງຂັນ ສິລປະວັນນະຄະດີ ແລະອື່ນໆ ເພື່ອຄວາມເບີກບານມ່ວນຊື່ນ ດັ່ງພະນັກງານຄຣູ ທ່ານນຶ່ງ ຢູ່ແຂວງ ສວັນນະເຂດ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 4 ຕຸລາ ຜ່ານມານີ້ວ່າ:
"ຈະມີກິຈກັມທຸກປີ ເພື່ອສເລີມສລອງ ວັນຄົບຮອບ ປີນີ້ກໍແມ່ນ ຄົບຮອບ 24 ປີ, ທາງໂຮງຮຽນ ຂອງພວກເຮົາ ໄດ້ຈັດກິຈກັມ ຫລາຍຢ່າງ ເປັນຕົ້ນ ກະແມ່ນມີກິລາ ແຕ່ລະປະເພດ ລະກະສິລປະ ຣະຫວ່າງ ຄຣູກັບນັກຮຽນ ແລ້ວກໍມີການ ສ້າງສັນກັນແນ່.”
ທ່ານວ່າ ວັນທີ 7 ຕຸລາປີນີ້ ແມ່ນຖືກວັນອາທິດ ສະນັ້ນ ຫລາຍໂຮງຮຽນ ຈິ່ງໄດ້ ຈັດກ່ອນ ອີງຕາມເງື່ອນໄຂ ຂອງແຕ່ລະໂຮງຮຽນ ແລະ ຄວາມເໝາະສົມ ແຕ່ຈະບໍ່ໃຫ້ກາຍ ວັນທີ 7 ຕຸລາ ເພາະເປັນ ວັນສຳຄັນຂອງຊາດ. ການຈັດງານສລອງວັນຄຣູ ແຕ່ລະປີ ຖືເປັນກິຈກັມ ທີ່ສຳຄັນ ອັນນຶ່ງໃນລາວ ເພື່ອໃຫ້ນັກຮຽນໄດ້ ຣະນຶກເຖີງ ຄຸນງາມຄວາມດີ ຂອງຜູ້ເປັນຄຣູ ທີ່ໄດ້ຖ່າຍທອດຄວາມຮູ້ ໃຫ້ນັກຮຽນ, ແຕ່ກໍ ໜ້າເສັຍດາຍ ທີ່ບາງໂຮງຮຽນ ຢູ່ເຂດຫ່າງໄກສອກຫລີກ ບໍ່ໄດ້ຈັດພິທີ ສເລີມສລອງ ວັນດັ່ງກ່າວ ເນື່ອງຈາກວ່າ ບໍ່ມີງົບປະມານ ແລະ ບາງໂຮງຮຽນ ກໍໄດ້ຣະດົມທຶນ ນຳນັກຮຽນ ແລະ ຜູ້ປົກຄອງ ເພື່ອຈັດພິທີດັ່ງກ່າວ.
ປັດຈຸບັນ ໂຮງຮຽນ ຫລາຍແຫ່ງ ທົ່ວປະເທດລາວ ຍັງຂາດແຄນ ພະນັກງານຄຣູ ຫລື ຄຣູບໍ່ພຽງພໍກັບ ຄວາມຕ້ອງການ ຍ້ອນຣັຖບານ ຂາດງົບປະມານ ໃນການຈ້າງຄຣູ, ໂດຍສະເພາະ ໃນສົກຮຽນປີນີ້ ສປປລາວ ຕ້ອງການ ນາຍຄຣູ ເຖິງ 20 ພັນຄົນ ເພື່ອຕອບສນອງ ໃນຈຳນວນ ໂຮງຮຽນ ທົ່ວປະເທດ ທີ່ມີທັງໝົດ ປະມານ 12 ພັນ 744 ແຫ່ງນັ້ນ.