ສາກົນຈະປະເມີນ ສປປລາວ ເຣື່ອງຕ້ານ ການຟອກເງິນ
2020.01.16
ທະນາຄານແຫ່ງ ສປປລາວ ເລັ່ງເຜີຍແຜ່ມາຕຖານສາກົນ ດ້ານການປ້ອງກັນ ແລະ ປາບປາມການຟອກເງິນ ແລະຕ້ານການສນອງທຶນ ໃຫ້ການກໍ່ການຮ້າຍ ຕາມຂໍ້ແນະນໍາ 40 ຂໍ້ ຂອງຄນະສະເພາະກິຈ ດ້ານມາຕຖານທາງການເງິນ.
ເພື່ອສນອງໃຫ້ສະຖາບັນການເງິນທຸກແຫ່ງ ໃນລາວ ແລະ ໜ່ວຍງານ ພັກ-ຣັຖ ເຂົ້າໃຈຢ່າງຣະອຽດ ກ່ອນທີ່ຈະມີການປະເມີນ ໃນເດືອນ ສິງຫາ ນີ້, ດັ່ງເຈົ້າໜ້າທີ່ ທະນາຄານແຫ່ງ ສປປລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ມົກກະຣາ ນີ້ວ່າ:
“ຄືປີ 2017 ແມ່ນພວກເຮົາ ຫຼຸດອອກມາບັນຊີເທົາແລ້ວ ແລ້ວເທື່ອນີ້ ແມ່ນເຮົາກຽມປະເມີນຄັ້ງທີ່ສອງ ຖ້າສົມມຸດວ່າ ການປະເມີນເທື່ອນີ້ ເຮົາບໍ່ຜ່ານເຮົາກໍຊິໄດ້ເຂົ້າບັນຊີເທົາຄືນ ສະນັ້ນເຮົາກໍເລີຍວ່າຕ້ອງເລັ່ງ ໃຫ້ທຸກພາກສ່ວນ ຮ່ວມມືແລະຊ່ວຍກັນ ເຣື່ອງວຽກໂຕນີ້.”
ທ່ານເວົ້າວ່ານັບແຕ່ ສປປລາວ ເຂົ້າເປັນສະມາຊິກກຸ່ມຕໍ່ຕ້ານການຟອກເງິນເອເຊັຽປາຊີຝິກ ປີ 2007 ແລະໄດ້ຮັບການປະເມີນຄັ້ງທໍາອິດ ໃນປີ 2010 ທີ່ຈັດໃຫ້ ສປປລາວ ຕົກຢູ່ໃນບັນຊີສີເທົາ ໃນປີ 2017. ແລະວ່າ ຫາກການປະເມີນ ຕາມຂໍ້ແນະນໍາ 40 ຂໍ້ ຂອງຄນະ ເຮັດວຽກສະເພາະກິຈ ດ້ານມາຕຖານທາງການເງິນ ເປັນຕົ້ນການຣາຍງານບັນຊີ ຄວາມໂປ່ງໃສຂອງທະນາຄານ, ມີການກວດກາ ແຫຼ່ງ ທີ່ມາຂອງເງິນໄດ້ຢ່າງຊັດເຈນ ແລະອື່ນໆ ບໍ່ຜ່ານມາຕຖານກໍຈະສົ່ງຜົນກະທົບຕໍ່ພາບພົດ ແລະຊື່ສຽງຂອງປະເທດ ທັງໃນດ້ານການເມືອງ -ສັງຄົມ ຈະມີຄວາມສ່ຽງສູງ ໃນການຟອກເງິນ ແລະ ການສນອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະດ້ານເສຖກິຈ ກໍຈະຖືກຈໍາກັດ ພ້ອມ ກັນນັ້ນການລົງທຶນ ຈາກຕ່າງປະເທດກໍຈະຫຼຸດລົງ ເພາະຂາດຄວາມເຊື່ອຖື.
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ຍັງບໍ່ສາມາດໃຫ້ຄໍາຕອບໄດ້ ຢ່າງຊັດເຈນ ວ່າຈະປະເມີນຜ່ານ ຫຼືບໍ່ຜ່ານໃນຄັ້ງນີ້ ແຕ່ຣັຖບານລາວ ກໍພຍາຍາມ ຊຸກຍູ້ວຽກງານເຜີຍແຜ່ ມາຕຖານສາກົນ ດ້ານການປ້ອງກັນ ແລະປາບປາມ ການຟອກເງິນ ແລະຕ້ານການ ສນອງທຶນ ໃຫ້ແກ່ການກໍ່ການຮ້າຍ ຢ່າງເຕັມທີ່:
“ເດືອນ 8 ເພິ່ນຈະລົງ On side of side ນໍາເຮົາກໍຄືບາງຄັ້ງ ເພິ່ນອາຈລົງໄປຫາຫົວໜ່ວຍ ທີ່ມີໜ້າທີ່ຣາຍງານ ຄືຍົກຕົວຢ່າງ ທາງ ທະນາຄານ ເພິ່ນກໍຈະສຸ່ມເອງ ວ່າຈະລົງທະນາຄານໃດ ໂດຍທີ່ບໍ່ໄດ້ແຈ້ງ ຖ້າສົມມຸດວ່າ ມັນບໍ່ຜ່ານ ມັນກໍຈະສົ່ງຜົນກະທົບ ຫຼາຍໆອັນ ຄືຂະເຈົ້າເຜີຍແຜ່ ຢູ່ວຽກງານເຜີຍແຜ່ຫັ່ນແຫຼະ.”
ຢ່າງໃດກໍຕາມ ເມືອວັນທີ 31 ມົກກະຣາ ປີ 2018 ກະຊວງການເງິນ ຂອງສະຫະຣັຖ ອະເມຣິກາ ປະກາດຂຶ້ນບັນຊີດໍາ ກາຊິໂນ ຄິງໂຣມັນ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃຫ້ເປັນອົງການ ອາຊຍາກັມ ຂ້າມຊາດ ເນື່ອງຈາກມີ ຫຼັກຖານ ທີ່ເຊື່ອຖືໄດ້ ວ່າມີກິຈການ ຫຼາຍຢ່າງ ໃນເຂດເສຖກິຈພິເສດ ດັ່ງກ່າວ ເປັນຕົ້ນ ການຄ້າຢາເສບຕິດ ໃຫ້ກັບກອງທັບວ້າແດງ ໃນຣັຖສານ ປະເທດ ພະມ້າ ຕລອດຈົນ ການຄ້າມະນຸດ, ການຄ້າອາວຸດ, ການຄ້າ ສັດປ່າ ແລະຊິ້ນສ່ວນ ສັດປ່າຫວງຫ້າມ ໂດຍມີທ່ານ ຈ້າວເຫວີ່ຍ ເປັນເຈົ້າຂອງ ແລະ ຖືກຂຶ້ນບັນຊີດໍາ ນໍາດ້ວຍ.
ແລະເມື່ອວັນທີ 8 ມົກກະຣາ 2019 ຜ່ານມານີ້ ເວັບໄຊ໋ ໄລ້ເກທ Lifegate ໄດ້ຣາຍງານວ່າ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ເປັນແຫຼ່ງສົ່ງເສີມໃຫ້ມີ ການຄ້າຜິດກົດໝາຍ ເປັນຕົ້ນ ການຄ້າອາວຸດ, ຄ້າສັດປ່າ ແລະຄ້າຊິ້ນສ່ວນສັດປ່າ ຫວງຫ້າມ.