ທາງສີໄຄຫາສີເກີດແພງ ເກີນຄວນ
ໂຄງການ ຍົກຣະດັບ ດັດແປງ ເສັ້ນທາງ ຈາກສາມແຍກ ສີໄຄ ໄປຫາ ສີເກີດ ຍັງບໍ່ຜ່ານ ການ ອະນຸມັດ ຍ້ອນ ເຫັນວ່າ ຣາຄາ ການກໍ່ສ້າງ ແພງ ເກີນຄວນ.
-
ອຸ່ນແກ້ວ ສຸກສະຫວັນ
2016-02-10 -
-
-
Your browser doesn’t support HTML5 audio
ໂຄງການ ຍົກຣະດັບ ເສັ້ນທາງ ເລກທີ່ 13 ເໜືອ ຈາກສາມແຍກ ສີໄຄ ໄປຫາ ບ້ານສີເກີດ ທີ່ ມີຄວາມຍາວ 6.5 ກິໂລແມັດ ກວ້າງ 25 ແມັດ ຢູ່ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ຍັງບໍ່ໄດ້ ເລີ້ມລົງມື ກໍ່ສ້າງ ຍ້ອນເຫັນວ່າ ຣາຄາ ແພງ.
ຫລັງຈາກ ກົມທາງ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ ກວດກາຄືນ ພົບວ່າ ຣາຄາທີ່ ບໍຣິສັດ ຕັ້ງຈະເຣີນ ສະເໜີ 54 ລ້ານ ໂດລາ ນັ້ນ ເຫັນວ່າຍັງ ສູງຢູ່ ຖ້າອີງໃສ່ ຣາຄາ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ. ອີງຕາມ ຂໍ້ມູນຈ າກ ກົມຂົວທາງ.
ທີ່ຜ່ານມາ ຫ້ອງວ່າການ ຣັຖບານ ໄດ້ສັ່ງໃຫ້ ກະຊວງ ໂຍທາທິການ ແລະ ຂົນສົ່ງ ກັບ ນະຄອນຫຼວງ ສົມທົບກັນ ຄົ້ນຄວ້າ ໂຄງການ ດັ່ງກ່າວ ໃຫ້ໄວ, ແຕ່ຕ້ອງມີ ການປະມູນ ແລະ ມີແຫລ່ງທຶນ ຮັບປະກັນ ການຊໍາລະ ຢ່າງຄັກແນ່. ຫລັກການ ຄິດໄລ່ຣາຄາ ຂອງ ກະຊວງ ໂຍທາ ຕັ້ງໄວ້ວ່າ ດອກເບັ້ຽເງິນກູ້ ສູງສຸດ ບໍ່ໃຫ້ເກີນ 2.5 ເປີເຊັນ ຕໍ່ປີ, ລະຍະ ຊໍາລະໜີ້ ແມ່ນ 15 ປີ ຂຶ້ນໄປ.
ບັນຫາ ດັ່ງກ່າວ ທາງ ນະຄອນຫຼວງ ໄດ້ ຂໍຄໍາເຫັນນໍາ ກະຊວງ ການເງິນ ອີກເພື່ອສົມທຽບ, ຣາຄາ ສົມທຽບ ອັດຕຣາ ດອກເບັ້ຽ ແລະ ລະຍະ ເວລາ ການຊໍາລະ ໜີ້ ຕ້ອງປະກອບ ເປັນ ເອກກະສານ ເພື່ອເປັນຂໍ້ມູນ ໃຫ້ແກ່ ບັນດາ ບໍຣິສັດ ຕ່າງໆ ຮັບຮູ້. ໂຄງການ ຍົກຣະດັບ ຖນົນ ຈາກ ສາມແຍກ ສີໄຄ ໄປຫາ ບ້ານສີເກີດ ແມ່ນ ບໍຣິສັດ ສະຖາບັນ ອອກແບບ ທາງລົດໄຟ ເລກ 3 TSDI ເປັນຜູ້ ອອກແບບ ການກໍ່ສ້າງ.
ບໍຣິສັດ TSDI ໄດ້ສົ່ງຣາຍງານ ຫາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ລົງວັນທີ 17 ເດືອນ ທັນວາ ປີ 2015 ວ່າ, ສໍາລັບ ເງິນທຶນ ຂອງ ໂຄງການນີ້ ຈະກູ້ຢືມ ໃນອັດຕຣາ ດອກເບັ້ຽຕໍ່າ ຈາກ ທະນາຄານ ທຸຣະກິຈ ສປຈີນ, ອາຍຸເງິນ ກູ້ ແມ່ນ 15 ປີ. ຕາມຣາຄາ ທີ່ ບໍຣິສັດ ຕັ້ງຈະເຣີນ ສະເໜີນັ້ນ 6.5 ກິໂລແມັດ ສະເລັ່ຽແລ້ວ ຈະຕົກຢູ່ ປະມານ 8 ລ້ານ ໂດລາ ສະຫະຣັຖ ຕໍ່ 1 ກິໂລແມັດ ຊຶ່ງ ຖືວ່າ ແພງ ທີ່ສຸດ ເພາະວ່າ ອີງຕາມ ການປະເມີນ ຂອງນັກ ວິຊາການ ຂົວທາງ ແມ່ນ 1 ກິໂລແມັດ ລາຄາ ຈະບໍ່ເກີນ 2.2 ລ້ານໂດລາ.