ຜູ້ເສັຽຫາຍຍ້ອນ PS ໃຫ້ຊີ້ແຈງ ການສົ່ງເງິນຄືນ
2021.03.29
ປະຊາຊົນທ່ານນຶ່ງທີ່ເປັນຜູ້ເສັຽຫາຍ ຈາກການສໍ້ໂກງຂອງບໍຣິສັດ PS ໄດ້ໃຫ້ສັມພາດ ຕໍ່ RFA ເມືື່ອວັນທີ 29 ມິນາ ວ່າ. ຕ້ອງການ ໃຫ້ພາກສ່ວນກ່ຽວຂ້ອງ ທີ່ຣັຖບານແຕ່ງຕັ້ງມາຮັບ ຜິດຊອບຊັບສິນຂອງບໍຣິສັດ PS ພາຍຫຼັງທີ່ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງ ວຽງຈັນ ຕັດສິນຈຳຄຸກທັງຄະນະຂອງບໍຣິສັດ PS ເມື່ອວັນທີ 21 ພຶສຈິກາ 2018 ຜ່ານມາ. ໂດຍໃຫ້ຄະນະສະເພາະກິຈ ຮັບຜິດ ຊອບຊັບສິນໄດ້ ອອກມາຊີ້ແຈງໃຫ້ຜູ້ເສັຽຫາຍ ໄດ້ຮັບຊາບເຖິງຄວາມຄືບໜ້າ ການສົ່ງເງິນຄືນ ຫຼືຈະມີວິທີການແກ້ໄຂແບບໃດກໍຂໍ ແຈ້ງໃຫ້ຊາບ.
ສັມພາດປະຊາຊົນ ຜູ້ເສັຽຫາຍ:
ສ່ວນເຈົ້າໜ້າທີ່ຄະນະສະເພາະກິຈ ໄດ້ຊີ້ແຈງວ່າ ເຣື່ອງການສົ່ງເງິນຄືນ ໃຫ້ກັບປະຊາຊົນ ກໍຍັງດຳເນີນການ ແຕ່ກໍມີຂໍ້ຫຍຸ້ງຍາກ ເຣື່ອງຂອງການຂາຍຊັບສີນ. ເພາະຫຼາຍລາຍການ ບໍ່ມີເອກະສານຢັ້ງຢຶນ ຄັກແນ່ວ່າແມ່ນ ກັມມະສິດຂອງບໍຣິສັດບໍ່, ສ່ວນເງິນທີ່ຍຶດ ແລະຊັບສິນທີ່ຍຶດມາໄດ້ ທາງເຈົ້າໜ້າທີ່ຕ້ອງໄດ້ແຈ້ງ ໄປຍັງກົມຊັບສິນ ແລະ ຈັດບູຣິມະສິດ ຂອງ ຜູ້ເສັຽຫາຍທີ່ໄດ້ແຈ້ງໄວ້ກັບ ເຈົ້າໜ້າທີ່ແລ້ວ.
ນັບຕັ້ງແຕ່ສານຕັດສິນມາຄະນະສະເພາະກິຈ ກໍຍັງບໍ່ໄດ້ຊີ້ແຈງຕໍ່ ກໍຣະນີສົ່ງເງິນໃຫ້ປະຊາຊົນ. ຜູ້ເສັຽຫາຍຈຳນວນຫຼາຍ ເຖິງວ່າຈະ ເຂົ້າໄປພົວພັນກັບຂແນງການທີ່ກ່ຽວຂ້ອງ ແຕ່ເຈົ້າໜ້າທີ່ກໍບອກ ໃຫ້ລໍຖ້າຈະແຈ້ງ ໃຫ້ຊາບຕາມພາຍຫຼັງ. ຈົນໃນທີ່ສຸດກໍເລີຍມາເຖິງ 3 ປີ ເຣື່ອງນີ້ກໍຍັງມິດງຽບ.
ບໍຣິສັດ PS ຖືກສານຂັ້ນຕົ້ນນະຄອນຫຼວງ ຕັດສິນໃນຂໍ້ຫາສໍ້ໂກງຊັບພົລເມືອງ, ການຟອກເງິນ, ໂຄສະນາຕ້ານ ສປປລາວ, ເຕົ້າໂຮມ ກຸ່ມສ້າງຄວາມປັ່ນປ່ວນ, ຊື້-ຂາຍ ອາວຸດເສິກ, ຄອບຄອງອະວັຍວະ ສັດປ່າຫວງຫ້າມ.
ສານໄດ້ຕັດສິນ ປະທານບໍຣິສັດ ນາງ ສຸກນາລີ ຈຳຄຸກ 29 ປີ ແລະ ທ້າວ ປໍເຮີ ຈຳຄຸກ 27 ປີ ແລະພັກພວກພະນັກງານບໍຣິສັດ 12 ຄົນ. ພ້ອມດ້ວຍທົດແທນ ຄ່າເສັຽຫາຍ 1,000 ຕື້ກີບ.
ນາງ ສຸກນາລີ ຂໍອະນຸຍາດເປີດ ບໍຣິສັດ PS ດຳເນີນທຸຣະກິຈ ໂຮງງານນໍ້າດື່ມ ແລະ ປູກພັກປອດສານພິດ ເມື່ອປີ 2012 ໂດຍ ສັມປະທານທີ່ດິນ ໃນເນື້ອທີ່ 41 ເຮັກຕ້າ ຂອງກະຊວງ ການເງິນ ເປັນບ່ອນປຸກສ້າງໂຮງງານ.
ມາເຖິງປີ 2014 ນາງ ສຸກນາລີ ໄດ້ຂໍອະນຸຍາດ ຂຍາຍທຸຣະກິຈ ກະສິກັມ, ປ່່າໄມ້, ການປະມົງ, ອຸດສາຫະກັມແລະການປຸງແຕ່ງ, ການຄ້າ ຂາຍົກ-ຂາຍຍ່ອຍ ຄົບວົງຈອນ ດ້ວຍຮູບແບບ ບໍຣິສັດຈຳກັດຜູ້ດຽວ ໂດຍມີ ທ້າວ ປໍເຮີ ເປັນປະທານຮ່ວມ.
ຕໍ່ການດຳເນີນທຸຣະກິຈ ທາງການໄດ້ແຈ້ງເຕືອນໃຫ້ຢຸດເຊົາເຖິງ 2 ຄັ້ງ ໂດຍສະເພາະການຣະດົມທຶນທີ່ ບໍ່ຖືກຕ້ອງໃນຣະຫວ່າງ ປີ 2016 ກໍເຣີ້ມມີບັນຫາ ທາງການເງິນ ບໍ່ສາມາດ ຈ່າຍເງິນດອກເບັ້ຽ ໃຫ້ກັບຜູ້ຮ່ວມລົງທຶນ ໄດ້ຈົນເກີດເຫດ ເຈົ້າໜ້າທີ່ເຂົ້າຈັບກຸມ ແລະ ດຳເນີນຄະດີກຸ່ມດັ່ງກ່າວ.