ທາງການເຕືອນເຣື່ອງທຶນສຶກສາ ແອບແຝງ
2020.01.08
ກະຊວງສຶກສາທິການ ແລະກິລາ ຂອງລາວ ອອກແຈ້ງການ ວັນທີ 25 ທັນວາ 2019 ເຕືອນພໍ່ແມ່ ຜູ້ປົກຄອງ ນັກຮຽນ-ນັກສຶກສາ ແລະ ປະຊາຊົນລາວ ທົ່ວປະເທດ ບໍ່ໃຫ້ຫລົງເຊື່ອການໂຄສະນາ ທີ່ວ່າຈະເອົາ ນັກຮຽນ-ນັກສຶກສາ ໄປຮຽນຕໍ່ຢູ່ຕ່າງປະເທດ ບໍ່ເປັນທາງການ ໂດຍສະເພາະໄປປະເທດຈີນ ຂອງບໍຣິສັດ, ກຸ່ມຄົນແລະອົງການຈັດຕັ້ງຕ່າງໆ.
ແຈ້ງການນັ້ນຣະບຸວ່າ ສັງເກດເຫັນວ່າມີບຸກຄົນ ທີ່ບໍ່ຫວັງດີໄດ້ເຄື່ອນໄຫວ ໂຄສະນາຜ່ານທາງສື່ມວນຊົນຕ່າງໆ ເຮັດໃຫ້ສັງຄົມ ພໍ່ແມ່ ປະຊາຊົນເກີດຄວາມເຂົ້າໃຈຜິດກ່ຽວກັບ ການໂຄສະນາຣະດົມ ຊອກເອົານັກຮຽນ, ນັກສຶກສາໄປຮຽນ ຕໍ່ຢູ່ຕ່າງປະເທດ ເປັນຕົ້ນແມ່ນ ສປ ຈີນ ໂດຍອ້າງວ່າເປັນທຶນຂອງຣັຖບານ ສປ.ຈີນ ທີ່ມອບໃຫ້ ຣັຖບານ ສປປ.ລາວ ໃນສົກສຶກສາ 2020-21 ຊຶ່ງເປັນທຶນການສຶກສາສໍາລັບ ພວກຄົນ ທີ່ຜ່ານການສອບເສັງທຶນໄດ້ ຫລືວ່າ ຜູ້ທີ່ຖືກເລືອກໄດ້ ຕາມມາຕຖານພຽງເທົ່ານັ້ນ ບໍ່ແມ່ນທຶນເພື່ອ ຊື້-ຂາຍກັນ.
ເຖິງແມ່ນຣັຖບານຈີນ ຍັງບໍ່ທັນໄດ້ແຈ້ງເຣື່ອງທຶນການສຶກສາ ຢ່າງເປັນທາງການ ມາໃຫ້ຣັຖບານລາວຊາບ ແຕ່ກໍມີບາງຄົນບາງກຸ່ມ ໄດ້ ໂຄສະນາແຈ້ງຂ່າວຜ່ານສື່ສັງຄົມອອນລາຍ ໄປແລ້ວ. ກ່ຽວກັບແຈ້ງການເຕືອນ ຂອງກະຊວງທີ່ວ່ານັ້ນ ເຈົ້າໜ້າທີ່່ ສຶກສາ ທ່ານນຶ່ງກ່າວຕໍ່ RFA ວ່າເປັນແຈ້ງການຂອງ ທ່ານ ຣັຖມົນຕຣີ:
"ເພາະວ່າມີກຸ່ມຄົນແອບອ້າງ ບໍຣິສັດຂອງສ່ວນຕົວ ຕົນເອງສິນະ ມາຕົວະຍົວະເອົາບັນດານັກຮຽນ ນັກສຶກສາເຮົານີ້ນ່າ ເອົາເງິນເອົາຄໍາ ຂະເຈົ້າໄປກ່ອນ ສິໄດ້ໄປຮຽນຈີນ ໄປໄດ້ຮຽນຮົງກົງ ໄປຮຽນຫັ້ນຮຽນນີ໊ ຫລັງຈາກຕົວະໄດ້ເງິນໄດ້ຄໍາແລ້ວ ບໍ່ໄດ້ໄປຮຽນ."
ແຈ້ງການຣະບຸຕື່ມວ່າ ຜ່ານການໄປຕິດຕາມສະພາບ ນັກສຶກສາລາວທີ່ຮຽນຢູ່ຈີນ ຂອງກົມກິຈການນັກສຶກສາ, ມີນັກສຶກສາຈໍານວນນຶ່ງ ຖືກກຸ່ມຄົນບໍ່ດີຕົວະຕົ້ມ ເອົາໄປຜ່ານທາງສື່ສັງຄົມອອນລາຍ. ນັກສຶກສາຈໍານວນນັ້ນ ພົບຄວາມຫຍູ້ງຍາກ ແລະ ມີຫຼາຍບັນຫາ ເປັນຕົ້ນ ກ່ອນຈະໄປຮຽນ ເຂົາໃຫ້ສັນຍາວ່າຈະໄດ້ທຶນຣັຖບານ ແຕ່ເມື່ອໄປຮອດແລ້ວ ບໍ່ໄດ້ຕາມທີ່ເຂົາໂຄສະນາ ເຮັດໃຫ້ນັກສຶກສາຈໍານວນນຶ່ງ ຈໍາເປັນຕ້ອງໄດ້ກັບຄືນປະເທດ ຍ້ອນບໍ່ມີເງິນໃຊ້ຈ່າຍ ຮວມທັງຄ່າຢູ່ຄ່າກິນຄ່າຮຽນ.
ການອອກແຈ້ງເຕືອນ ຂອງກະຊວງສຶກສາທິການ ແລະກິລາຂອງລາວ ບໍ່ໃຫ້ຫລົງເຊື່ອກຸ່ມຄົນ ຫຼືບໍຣິສັດ ຫຼືອົງການຈັດຕັ້ງບໍ່ຖືກກົດໝາຍ ທີ່ໂຄສະນາເອົານັກຮຽນນັກສຶກສາ ໄປຮຽນຕໍ່ຢູ່ຈີນເທື່ອນີ້ ບໍ່ເປັນເທື່ອທໍາອິດ ຊຶ່ງກ່ອນນັ້ນທາງກະຊວງ ກໍເຄີຍໄດ້ອອກແຈ້ງການ ເຕືອນ ແບບດຽວກັນນີ້ມາແລ້ວ ເມື່ອປີ 2018, ດັ່ງເຈົ້າໜ້າທີ່ກະຊວງສຶກສາທິການ ແລະກິລາທ່ານນຶ່ງ ໄດ້ກ່າວຕໍ່ RFA ໃນເວລານັ້ນວ່າ:
"ແທ້ໆຕ້ອງມີຂໍ້ຕົກລົງ ຂອງທ່ານຣັຖມົນຕຣີ ຢູ່ລາວເຮົານີ໊ ສິໄປແຂວງໃດກໍຢ່າ ໃຫ້ມາເຮັດຂໍ້ຕົກລົງເຮົາຄັກແນ່ ຕ້ອງໄດຮັບອະນຸຍາດຈາກ ກະຊວງສຶກສາເຮົາເນາະ ໄປຮຽນໜັງສ້ຽນໜັງສື ວ່າຊັ້ນເດີ ບາດຂາກັບມາກໍຕ້ອງມີໜັງສືຈາກ ທູດສົ່ງມາ ຄັກແນ່ໄດ໊."
ທ່ານກ່າວຕໍ່ໄປວ່າ ທາງການລາວ ບໍ່ໄດ້ບັງຄັບໃຫ້ນັກຮຽນນັກສຶກສາ ທີ່ຕ້ອງການໄປສຶກສາຕໍ່ ຢູ່ຕ່າງປະເທດແຕ່ຢ່າງໃດ ແຕ່ກໍຈະຕ້ອງໄດ້ ຮັບອະນຸຍາດ ແລະເຮັດເອກກະສານຢັ້ງຢືນ ຈາກກະຊວງການຕ່າງປະເທດ ແລະ ກະຊວງສຶກສາທິການ ແລະກິລາ ຢ່າງດີກ່ອນຈຶ່ງໄປໄດ້.
ຫາກຕ້ອງການຈະໄປສຶກສາຕໍ່ ຢູ່ຕ່າງປະເທດ ຕາມນະໂຍບາຍຂອງຣັຖບານ ບໍ່ວ່າຈະເປັນຂັ້ນປຣີນຍາຕຣີ ປຣິນຍາໂທ ປຣີນຍາເອກ ຫລື ແມ່ນແຕ່ຂັ້ນມັທຍົມສຶກສາ ກໍຈະຕ້ອງມາກວດສອບກ່ອນວ່າ ໃນສົກການສຶກສານັ້ນໆ ມີທຶນຈາກປະເທດໃດແດ່ ຊຶ່ງສ່ວນຫຼາຍແລ້ວຈະເປັນ ທຶນການສຶກສາ ຈາກຣັຖບານຈີນ ຣະຫວ່າງ 60 ຫາ 100 ທຶນ ຕໍ່ປີ, ຈາກຣັຖບານວຽດນາມ 100 ທຶນ.
ຕາມຣາຍງານຂ່າວວຽງຈັນທາມ ເມື່ອວັນທີ 2 ມົກຣາ 2020 ນີ້, ມີຫລາຍປະເທດ ໃຫ້ທຶນການສຶກສາ ແລະທຶນ ຝຶກອົບຮົມໄລຍະສັ້ນແກ່ ນັກສຶກສາ ແລະພະນັກງານລາວ ໄປຮຽນຢູ່ປະເທດຕ່າງໆໃນແຕ່ລະປີ. ແລະທາງກະຊວງກໍເຊີນຊວນຜູ້ທີ່ສົນໃຈ ໃຫ້ເຂົ້າເບິ່ງຣາຍລະອຽດ ຜ່ານທາງເວັບໄຊ ກົມກິຈການນັກສຶກສານັ້ນ.
ຂ່າວຣາຍງານຕື່ມວ່າສົກປີ 2018-2019 ຣັຖບານຈີນ ໃຫ້ທຶນສໍາລັບນັກສຶກສາລາວ ໄປຮຽນຢູ່ມະຫາວິທຍາລັຍຕ່າງໆ ຂອງຈີນຢ່າງໜ້ອຍ 65 ທຶນ. ຈີນ ເປັນນຶ່ງໃນ 3 ປະເທດທີ່ໃຫ້ທຶນການສຶກສາ ແກ່ລາວຫລາຍໃນຫລາຍວິຊາຮຽນ.
ໃນປີ 2018 ມີຄົນສັນຊາດລາວຮຽນຢູ່ຕ່າງປະເທດຫລາຍພັນຄົນ. ແລະ ກໍມີຫລາຍໆຄົນ ໄດ້ຮັບທຶນການສຶກສາ ຂອງຣັຖບານ ຮວມທັງທຶນ ການແລກປ່ຽນນັກສຶກສາ ຣະຫວ່າງ ລາວແລະປະເທດຕ່າງໆ ແລະໄປຮຽນຢູ່ຕ່າງປະເທດ ດ້ວຍທຶນຂອງ ຕົນເອງ.
ແຈ້ງການເຕືອນ ຂອງກະຊວງສຶກສາທິການ ແລະ ກິລາໄດ້ຣະບຸວ່າ ຫາກພົບເຫັນບຸກຄົນ ທີ່ບໍ່ຫວັງດີ ຫຼື ມີບັນຫາອັນໃດ ບໍ່ເຂົ້າໃຈກໍຕິດຕໍ່ ໄປຍັງກົມກິຈການ ນັກສຶກສາກະຊວງສຶກສາທິການ ແລະ ກິລາ ຢ່າງຮີບດ່ວນ.
ການໂຄສະນາຕົວະຍົວະ ເຣື່ອງການໃຫ້ທຶນໄປສຶກສາ ຕໍ່ຕ່າງປະເທດ ໃນຂນະນີ້ ແຕ່ທີ່ຜ່ານມາ ກໍມີຄົນຖືກຕົວະຍົວະໄປຈີນ ໃນຮູບແບບ ຕ່າງໆຫຼາຍແລ້ວ ບໍ່ແມ່ນແຕ່ຕົວະໄປຮຽນຕໍ່ເທົ່ານັ້ນ, ດັ່ງຊາວນະຄອນຫລວງ ວຽງຈັນ ທ່ານນຶ່ງກ່າວຕໍ່ RFA ເມື່ອບໍ່ດົນຜ່ານມານີ້ວ່າ:
"ໄລຍະຜ່ານມາມັນຖືກຕົວະ ກະຫລົງເຊື່ອເຂົາເນາະ ວ່າເອີ໊ຈະເອົາເຂົ້າຮຽນໄປບ່ອນນັ້ນບ່ອນນີ້ ໄປເຮັດວຽກບ່ອນນັ້ນບ່ອນນີ້ ໄປທໍາງານ ກະຍັງຕົວະສິນະ ດ໊ຽວຄົນເຮົາເຂົາກະມີສະຕິ ເພາະວ່າທາງບ້ານເພິ່ນກະໄດ້ເຂັ້ມງວດ ເຕືອນເນາະຕໍ່ບັນຫານີ້ເນາະ."
ພໍ່ແມ່ຜູ້ປົກຄອງ ຈໍານວນບໍ່ໜ້ອຍ ຢາກໃຫ້ລູກຫລານຂອງຕົນ ໄດ້ໄປຮຽນຕໍ່ຢູ່ ຕ່າງປະເທດ ຮວມທັງຢູ່ຈີນ ແລະ ນັກຮຽນນັກສຶກສາເອງ ກໍຢາກໄປໂດຍຫວັງຈະມີ ອະນາຄົດ ທີ່ດີມີຄວາມກ້າວໜ້າ ແລະ ມີໜ້າມີຕາ ໃນສັງຄົມ. ແຕ່ເຖິງຢ່າງໃດ ກໍຕ້ອງບໍ່ຫລົງເຊື່ອຄໍາໂຄສະນາ ເອົາຄົນໄປຮຽນ ໄດ້ຢ່າງງ່າຍດາຍ, ບໍ່ຄວນລືມສອບຖາມຂໍ້ມູນ ໃຫ້ຈະແຈ້ງລະອຽດ ຈາກພາກສ່ວນທີ່ກ່ຽວຂ້ອງ ຂອງທາງການກ່ອນທີ່ຈະ ຕັດສິນໃຈ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ ຂອງພວກຫລອກລວງ.
ເວົ້າເຣື່ອງການຕົວະຍົວະຫຼອກລວງກໍມີຫຼາຍກໍຣະນີ ທີ່ທັງຄົນຈີນ ແລະຄົນລາວ ຕົວະຍົວະແມ່ຍິງລາວໄປຈີນ. ຫາກເບິ່ງຄືນຫຼັງໄປຮອດ ເດືອນກັນຍາປີກາຍກໍມີເດັກນ້ອຍແມ່ຍິງລາວ ອາຍຸ 16 ປີ ຢູ່ເມືອງຄໍາ ແຂວງຊຽງຂວາງ ຖືກນາຍໜ້າຄົນລາວ ຕົວະວ່າຈະພາໄປຮຽນ ຕໍ່ຢູ່ຈີນ. ແຕ່ເມື່ອໄປຮອດແລ້ວ ກໍຖືກບັງຄັບໃຫ້ບໍຣິການທາງເພດ ແບບບໍ່ໃຫ້ຢູ່ໃຫ້ເຊົາ. ແຕ່ນາງກໍໂຊກດີ ທີ່ຕໍາຣວດລາວ ເຂົ້າໄປໃຊ້ ບໍຣິການຢູ່ຮ້ານຈີນ ບ່ອນທີ່ນາງເຮັດວຽກຢູ່ ແລະໄດ້ຊ່ອຍພານາງກັບຄືນລາວ,
ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ອໍານາດການປົກຄອງບ້ານຄັງເຄາະ ຕໍ່ RFA ໃນມື້ວັນທີ 26 ກັນຍາ ຜ່ານມາ:
"ຕົວະໄປຮຽນນັ້ນແຫລະ ເປັນຜູ້ເອົາສົ່ງຂາຍໃຫ້ຄົນຈີນ ເອົາອອກມາເລີຍນະ ສູ້ບໍ່ໄຫວຫັ້ນນ່າ ໂອ໊ ແບບທາຣຸນຫັ້ນນະ ແບບວ່າຮັບແຂກ ຫລາຍຄົນຫັ້ນແຫລະ ທໍາຮ້າຍຜູ້ຍິງຫັ້ນແຫລະ ຕົວະໄປເຮັດແນວນັ້ນ ເລີຍນະ. ໂສເພນີເນາະ ຕໍາຣວດລາວເຮົາ ກໍໄປຫລີ້ນເດ໊ ກໍສວຍ ໂອກາດເອົາອອກມາ."
ທີ່ເວົ້າມານັ້ນ ແມ່ນກໍຣະນີໂຊກດີ ຂອງແມ່ຍິງລາວ ທີ່ມີໂອກາດໄດ້ກັບຄືນມາຫາຄອບຄົວ ພໍ່ແມ່ຢູ່ທາງເມືອງລາວ. ແຕ່ກໍຍັງບໍ່ຮູ້ວ່າຍັງມີ ແມ່ຍິງລາວ ອີກຫລາຍໜ້ອຍຊ່ຳໃດ ທີ່ມີຊີວິດຢູ່ຄືກັນກັບ ຕາຍທັງເປັນຢູ່ຈີນນັ້ນ. ອີງຕາມຣາຍງານຕໍ່ ກອງປະຊຸມ ຕ້ານການຄ້າມະນຸດ ຢູ່ນະຄອນຫລວງວຽງຈັນ ເມື່ອເດືອນຕຸລາ 2018, ມີແມ່ຍິງລາວຢ່າງໜ້ອຍ 3 ພັນຄົນ ຖືກຕົວະຍົວະໄປຈີນ. ໃນນັ້ນຊ່ອຍກັບຄືນລາວໄດ້ 600 ຄົນ.