ຂ.ສາຣະວັນນໍ້າສະອາດບໍ່ທົ່ວ ເຖິງກັນ

ຕລາດໃນແຂວງ ສາຣະວັນ
ຕລາດໃນແຂວງ ສາຣະວັນ (Panoramio)

0:00 / 0:00

ບ້ານພັທນາຫລາຍບ້ານໃນແຂວງສາຣະວັນເຖິງຈະມີໂຄງການພັທນາຕ່າງໆຂອງຣັຖເຂົ້າມາແຕ່ໃນຕົວຈິງຫລາຍບ້ານກໍຍັງບໍ່ທັນມີນໍ້າໃຊ້ແລະ ປະຊາຊົນຈໍານວນບໍ່ໜ້ອຍມີບັນຫາດ້ານສຸຂພາບດ້ານສຸຂອະນາມັຍຍ້ອນສຸຂສາລາບໍ່ພຽງພໍແລະວິດຖ່າຍໃຊ້ການບໍ່ໄດ້.ຕາມຄໍາເວົ້າຂອງເຈົ້າ ໜ້າທີ່ກ່ຽວຂ້ອງທ່ານນຶ່ງໃນວັນທີ 27 ກຸມພາ 2014:

"ບ້ານພັທນານີ່ກໍມີ5-6-7ບ້ານແລ້ວເຮັດໂຄງການມາແຕ່ດົນແລ້ວຫລາຍໂຄງການເດ້ເຂົ້າມານໍ້າສະອາດນີ້ເຂົ້າຍັງບໍ່ໄດ້ທົ່ວເຖິງນະໄດ້ປະມານ 50ສ່ວນຮ້ອຍຫັ້ນແຫລະ,ບັນຫາ 2 ກ່ຽວກັບສຸຂພາບວ່າຊັ້ນສະ,ສຸຂອະນາມັຍ".

ແລະວ່າຣາຍໄດ້ສະເລັ່ຽຂອງປະຊາຊົນໃນບ້ານພັທນາ7ລ້ານກວ່າກີບຕໍ່ຄົນຕໍ່ປີ.ໂຄງການທີ່ທາງການສົ່ງເສີມໃຫ້ປະຊາຊົນໃນເຂດບ້ານພັທນາ ເຮັດສ່ວນຫຼາຍເປັນໂຄງການສນັບສນູນດ້ານອາຊີບ,ເປັນຫຼັກທັງເຣື່ອງການປູກພືດອຸດສາຫະກັມ,ປູກສາລີ,ມັນຕົ້ນ,ໝາກແຕງຮວມເຖິງການ ລ້ຽງສັດ,ລ້ຽງໝູ,ລ້ຽງໄກ່,ລ້ຽງປານໍາດ້ວຍ.ການຂຍາຍໄຟຟ້າກໍເກືອບວ່າທົ່ວເຖິງແຕ່ບັນຫານໍ້າສະອາດ,ບັນຫາສຸຂພາບ,ຍັງແກ້ໄຂບໍ່ໄດ້ເທື່ອ.

ສ່ວນເຣື່ອງການກະສິກັມກໍເປັນການສົ່ງເສີມແຕ່ດ້ານແນວພັນຂະນະທີ່ຊາວບ້ານຕ້ອງການໃຫ້ສົ່ງເສີມດ້ານວິຊາການໃຫ້ຄວາມຮູ້ໃນການເພີ້ມ ຜົລຜລິດຕື່ມເຖິງເນື້ອທີ່ປູກຝັງຈະທໍ່ເກົ່າ.ພ້ອມດຽວກັນຊາວບ້ານກໍຢາກໃຫ້ທາງການຊ່ວຍສົ່ງເສີມເຣື່ອງກອງທຶນໝູ່ບ້ານເພື່ອໃຫ້ແຕ່ລະບ້ານສາ ມາດເພິ່ງພາຕົວເອງໄດ້ໃນການຜລິດຫຼື ນໍາໄປລົງທຶນເຮັດແນວອື່ນ.