ຂ.ຄໍາມ່ວນຈະຂຸດເກືອກາລີ
2015.09.17
ໂຮງງານ ເກືອ ກາລີ ທີ່ ແຂວງ ຄຳມ່ວນ ທີ່ ລົງທຶນ ໂດຍ ບໍຣິສັດ ວຽດນາມ ໄດ້ເປີດ ຢ່າງເປັນ ທາງການ ໃນ ອາທິດ ທີ່ ຜ່ານມາ.
ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສິງ ທັມມະວົງ ແລະ ນາຍົກ ຣັຖມົນຕຣີ ວຽດນາມ ທ່ານ ຫງຽນ ຕັນ ຊຸ ຮ່ວມດ້ວຍ ແຂກ ຄົນສຳຄັນ ຫຼາຍທ່ານ ຈາກ ສອງ ປະເທດ ເຂົ້າຮ່ວມ.
ປະຊາຊົນ ໃນ ແຂວງ ຄຳມ່ວນ ໃຫ້ຄຳເຫັນ ກ່ຽວກັບ ໂຄງການ ດັ່ງກ່າວ ຕໍ່ ເອເຊັຽ ເສຣີ ວ່າ, ຖືເປັນ ເຣື້ອງດີ ໃນການ ສ້າງວຽກເຮັດ ງານທຳ ໃຫ້ ຄົນ ທ້ອງຖິ່ນ, ແຕ່ກັງວົນ ເຣື້ອງ ຜົລກະທົບ ຕໍ່ ສິ່ງແວດລ້ອມ. ທ່ານ ຫວັງວ່າ ໂຄງການ ນີ້ ຈະຊ່ອຍ ພັທນາ ເສຖກິດ ໃນແຂວງ ຄຳມ່ວນ. ດັ່ງ ທ່ານ ກ່າວວ່າ:
"ມັນກະມີ ສອງດ້ານ ແຕ່ລະ ໂຄງການ ມັນ ກະມີແດ່ ເສັຽແດ່, ແບບວ່າ ປ່ອຍນ້ຳເສັຽ ໃສ່ຫ້ວຍ ປາ ຢາກດັບ ຢາກຕາຍ ຈັ່ງຊີນ່າ, ຢາກ ສູນພັນນ່າ ແຕ່ວ່າ ຄືວ່າ ກະດີ ຢູ່ໃດ໋, ສ້າງວຽກເຮັດ ງານທຳ ໃຫ້ ຄົນແຖວ ນັ້ນ ແຕ່ ຄັນຄັກແທ້ ຢາກໃຫ້ ຈ້າງ 90% ບໍ່, ຈ້າງ ຄົນລາວ ໃຫ້ ມີວຽກເຮັດ ງານທຳ ຫຼາຍ ແຕ່ກະ ເອົາ ຄົນລາວ 30-40% ແບບນີ້ ຫັ້ນນ່າ".
ປະຊາຊົນ ແຂວງ ຄຳມ່ວນ ອີກ ຄົນນຶ່ງ ເວົ້າວ່າ ການມີ ໂຮງງານ ເກືອ ກາລີ ໃນພື້ນທີ່ ກໍເປັນ ການດີ ຕໍ່ ປະຊາຊົນ ແຕ່ ເຣື້ອງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ນັ້ນ, ຍັງບໍ່ ຫມັ້ນໃຈວ່າ ໂຮງງານ ດັ່ງກ່າວ ຈະເຮັດ ໄດ້ດີປານໃດ. ດັ່ງ ທ່ານ ກ່າວວ່າ:
"ນຶ່ງ ເຮັດໃຫ້ ຣາຄາ ຢູ່ຕ່າງແຂວງ ມັນ ຖືກລົງ ເນາະ, ສອງ ຄົນໃຊ້ ເກືອ ໄດ້ງ່າຍ ກໍມີຜົລດີ ແລະ ຕໍ່ມາກໍ ຊ່ອຍ ການຜລິດ ພາຍໃນ ຂອງ ປະເທດ ມູນຄ່າ ສຸງຂື້ນ ກໍດີ, ແຕ່ວ່າ ສຳລັບ ຜົລກະທົບ ຊຸມຊົນ, ຂ້ອຍ ກະບໍ່ຮູ້ ຣະອຽດວ່າ ຣະບົບ ຂອງເຂົາ ເຮັດຈັ່ງໃດ ຫັ້ນນະ, ເກືອ ມັນກະຊີ່ ບໍ່ໄດ້ ຕິ ເກືອ ນ້ຳໃຕ້ດິນ ຫັ້ນ ນ້ຳ ກະບໍ່ ກະຈາຍ ປານໃດຕິ ເພາະ ນ້ຳໃຕ້ດິນ, ເຂົາເຮັດນ້ຳ ເຄັມເນາະ ຄື ຊິວ່າ ປອດພັຍ ຢູ່ບໍ່ ຣະບົບ ເຂົາ".
ໂຄງການ ເກືອ ກາລີ ທີ່ ແຂວງ ຄຳມ່ວນ ລົງທຶນ ໂດຍ ບໍຣິສັດ ວິນາເຄມ, ໃນ ເຄືອຂ່າຍ ບໍຣິສັດ ເຄມີ ແຫ່ງຊາດ ວຽດນາມ ຮ່ວມກັບ ທະນາຄານ ຕ່າງໆ ໃນ ມູນຄ່າ ປະມານ 522 ລ້ານ ໂດລາ ສຫະຣັດ. ເກືອ ກາລີ ເປັນສານ ທີ່ ໃຊ້ ໃນ ອຸດສາຫະກັມ ການປຸງແຕ່ງ ປະເພດ ຕ່າງໆ. ດັ່ງ ຢາ ຮັກສາ ໂຣຄ ຫຼາຍຊນິດ, ອາຫານ ເສີມ ແລະ ຝຸ່ນ ວິທຍາສາດ.