ຂົວມິຕພາບລາວ-ພະມ້າ ໄປຫາ ລໍາບາກ
ຂົວ ມິຕພາບ ລາວ-ພະມ້າ ເປີດໃຊ້ ບໍຣິການ ແລ້ວ ແຕ່ ຍວດຍານ ພາຫະນະ ຂົນສົ່ງ ສິນຄ້າ ໄປຜ່ານ ຂົວ ນັ້ນ ຍັງລໍາບາກ ເພາະ ເສັ້ນທາງ ເປ່ເພ.
-
ສິດນີ
2016-02-09 -
-
-
Your browser doesn’t support HTML5 audio
ຂົວ ມິດຕະພາບ ຂ້າມ ແມ່ນ້ຳຂອງ ລາວ-ພະມ້າ ທີ່ເປີດໃຊ້ ມາແຕ່ເດືອນ 6 ປີ 2015 ໃນ ປັດຈຸບັນ ຍັງບໍ່ມີ ການຂົນສິນຄ້າ ຜ່ານເທື່ອ ຍ້ອນວ່າ ເສັ້ນທາງ ຄົມມະນາຄົມ ຈາກ ຂົວໄປຫາ ປະເທດຈີນ ໂດຍຜ່ານ ເມືອງສິງ ນັ້ນ ເປ່ເພ ຫຼາຍ ຍັງບໍ່ສາມາດ ເດີນທາງ ໄປໄດ້ ເຮັດໃຫ້ຣົດ ຂົນສິນຄ້າ ຈາກຈີນ ໄປ ພະມ້າ ນັ້ນ ບໍ່ສາມາດ ຜ່ານໄດ້. ດັ່ງ ເຈົ້າຫນ້າທີ່ ປະຈຳຂົວ ທ່ານນຶ່ງ ເວົ້າວ່າ:
"ມັນກະຫຍຸ້ງຍາກ ຫຼາຍອັນ ຍ້ອນ ເສັ້ນທາງຫັ້ນ ສ່ວນຫຼາຍ ທາງບໍ່ດີ ຣົດນ້ອຍ ກະຍັງທຽວ ລຳບາກ ຣົດໃຫຍ່ ແຮ່ງຮ້າຍ".
ນອກຈາກ ຄວາມຫຍຸ້ງຍາກ ໃນການຂົນສົ່ງ ສິນຄ້າ ແລ້ວ ເຫດຜົລ ອີກອັນນຶ່ງ ກໍ່ແມ່ນ ການຈຳກັດ ການເຂົ້າ-ອອກ ຂອງ ປະຊາຊົນ ທັງສອງ ປະເທດ ທີ່ ຈະໄປມາ ຫາສູ່ກັນ ອະນຸຍາດ ໃຫ້ໄປໄດ້ ພຽງແຕ່ 20 ກິໂລແມັດ ເທົ່ານັ້ນ ຊຶ່ງ ເສັ້ນທາງສາຍ ດັ່ງກ່າວ ຍາວ ປະມານ 70 ກິໂລແມັດ ແລະ ຂົວ ກໍຍັງບໍ່ທັນ ເປີດໃຊ້ ແບບເສຣີ ເທື່ອ ປະຊາຊົນ ເມືອງລອງ ເວົ້າວ່າ:
"ຂ້າມນີ້ກະຂ້າມ ໄປໄດ້ຢູ່ ແຕ່ວ່າໄປໄກ ບໍ່ໄດ້ ປະມານ 20 ກິໂລແມັດ ເພາະວ່າ ເສັ້ນທາງ ຍັງ ບໍ່ທັນເປີດດີ ຍັງບໍ່ມີໃຜ ເຮັດບັດ ເຮັດໃບ ເທື່ອ".
ຂົວແຫ່ງນີ້ ເລີ້ມສ້າງ ມາແຕ່ຕົ້ນປີ 2014 ສ້າງແລ້ວ ໃນ ເດືອນເມສາ ປີ 2015 ແລະ ເປີດໃຊ້ໃນ ເດືອນ ພຶສພາ ປີ 2015 ໃນມູນຄ່າ ການກໍ່ສ້າງ ລາວ ແລະ ພະມ້າ ຮັບຜິດຊອບ 50-50 ຜູ້ລະ 60 ກວ່າຕື້ກີບ.