ໜີ້ສິນ ສາທາຣະນະ ຂອງລາວສູງຂຶ້ນ 14.5 ຕື້ໂດລ້າຣ໌ສະຫະຣັຖ
ຂໍ້ມູນທະນາຄານໂລກ ໃນເດືອນເມສາ 2022 ໄດ້ລະບຸວ່າ ໃນປີ 2019 ໜີ້ສິນສາທາລະນະ ຂອງລາວກວມເອົາ 68% ຂອງລວມຍອດຜລິດຕະພັນພາຍໃນ ຫຼື GDP ເທົ່າກັບ 12.5 ຕື້ໂດລ້າຣ໌ ສ່ວນວ່າ ປີ 2021 ໜີ້ສິນສາທາຣະນະ ຂອງລາວ ກວມເອົາ 88% ຂອງ GDP ເທົ່າກັບ 14.5 ຕື້ໂດລ້າຣ໌.
-
ອຸ່ນແກ້ວ
2022-05-16 -
-
-
Your browser doesn’t support HTML5 audio
ໜີ້ສິນສາທາຣະນະຂອງລາວ ໃນປີ 2021 ມີມູນຄ່າ 14.5 ຕື້ໂດລ້າຣ໌ ໃນນັ້ນໜີ້ສິນຂອງຂແນງການໄຟຟ້າ ກວມເອົາ 4.35 ຕື້ໂດລ້າຣ໌ ໃນຂະນະທີ່ການເກັບລາຍຮັບບໍ່ທັນໄດ້ດີ.
ຂໍ້ມູນທະນາຄານໂລກ ໃນເດືອນເມສາ 2022 ໄດ້ລະບຸວ່າ ໃນປີ 2019 ໜີ້ສິນສາທາຣະນະຂອງລາວກວມເອົາ 68 ເປີເຊັນ ຂອງລວມຍອດຜລິດຕະພັນພາຍໃນ ຫຼື GDP ເທົ່າກັບ 12.5 ຕື້ໂດລ້າຣ໌ ສ່ວນວ່າ ປີ 2021 ໜີ້ສິນສາທາຣະນະຂອງລາວ ກວມເອົາ 88 ເປີເຊັນ ຂອງ GDP ເທົ່າກັບ 14.5 ຕື້ໂດລ້າຣ໌.
ໃນຈຳນວນໜີ້ສິນ 14.5 ຕື້ໂດລ້າຣ໌ ໃນປີ 2021 ໜີ້ສິນໃນຂແນງການໄຟຟ້າກວມເອົາ 4.35 ຕື້ໂດລ້າຣ໌ ຫຼື ເທົ່າກັບ 30 ເປີເຊັນ ອີງຕາມຂໍ້ມູນຈາກທະນາຄານໂລກ .
ທ່ານ ອາເລັກ ຄຣີເມີ້ຣ໌ (Alex Kremer) ຜູ້ຕາງໜ້າ ຫ້ອງການທະນາຄານໂລກ ປະຈຳປະເທດລາວ ໄດ້ກ່າວ ຢູ່ໃນບົດຖແລງຂ່າວ ໃນວັນທີ 13 ພຶສພາ ວ່າ: “ສະພາບການໃນ ສປປ ລາວ ຍິ່ງທ້າທາຍເປັນພິເສດ ເນື່ອງຈາກບັນຫາໜີ້ສິນສາທາຣະນະ ແລະ ການຈັດເກັບລາຍຮັບທີ່ຍັງບໍ່ທັນດີ ດັ່ງນັ້ນ ບູລິມະສິດ ແມ່ນຄວນເລັ່ງໃສ່ການເກັບລາຍຮັບ ໂດຍ ການທົບທວນຄືນນະໂຍບາຍbການຍົກເວັ້ນພາສີອາກອນ ໃນໂຄງການລົງທຶນ.”
ໄລຍະຜ່ານມາ ກະຊວງການເງິນ ໄດ້ອອກແຈ້ງການ ເຖິງຫົວໜ່ວຍທຸຣະກິຈ ທີ່ຍັງມີໃບເກັບອາກອນທີ່ໃຊ້ບໍ່ທັນໝົດ ໃຫ້ສເນີໄປຍັງຂແນງການຊ່ວຍສາອາກອນ ເພື່ອຫຼຸດຜ່ອນອາກອນມູນຄ່າເພີ່ມ ຈາກທີ່ເຄີຍເສັຽ 10 ເປີເຊັນ ມາເປັນເສັຽ 7 ເອີເຊັນ.
ເຈົ້າໜ້າທີ່ຜແນກຊ່ວຍສາອາກອນ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ໄດ້ກ່າວວ່າ ຕໍ່ເອເຊັຽເສຣີ ໃນວັນທີ 16 ພຶສພາ ວ່າ:
“ນຳໃຊ້ຫຼຸດໝົດຫັ້ນແຫຼະ ຈັດຕັ້ງປະຕິບັດແລ້ວ ແຕ່ວ່າເກົ່າ ອັນທີ່ເວັ້ນສັນຍາຜ່ານມາ ກໍຕ້ອງໄດ້ເບິ່ງສັນຍາຄືນເນາະ ຄັນວ່າເພິ່ນວ່າ ປ່ຽນໃສ່ອັນປະຕິບັດຕາມສັນຍາ ປັບປຸງແຕ່ລະໄລຍະ ກະນຳໃຊ້ໄດ້ເລີຍແຫຼະ ເຫຼືອ 7 ເປີເຊັນ ແຕ່ມີການຍົກເວັ້ນ ກໍແນ່ນອນແຫຼະ ສົ່ງຜົລກະທົບຕໍ່ລາຍຮັບ ແຕ່ວ່າ ເພິ່ນກໍເບິ່ງ ເພິ່ນກໍຊິຮັກສາ ເບິ່ງຫັ້ນແຫຼະ ໃຫ້ນັກລົງທຶນ ສາມາດລົງທຶນໄປໄດ້ຫັ້ນແຫຼະ ເອີ ກໍເກັບປົກຕິ ພາສີທີ່ດິນໂຕຫັ້ນແຫຼະ ອາກອນເງິນເດືອນ.”
ໃນເດືອນເມສາປີ 2022 ອັດຕຣາເງິນເຟີສູງຂຶ້ນ 9.9 ເປີເຊັນ ຈາກ 2 ເປີເຊັນ ໃນປີ 2021 ທີ່ຜ່ານມາ ຖ່າມກາງການຣະບາດຂອງໂຄວິດ-19 ອີງຕາມຂໍ້ມູນຈາກທະນາຄານໂລກ.
ຕາມກົດໝາຍແລ້ວ ກໍຕ້ອງເສັຍພາສີ, ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ພຶສພາ ວ່າ:
“ພາສີລະມັນກໍ ກໍອີງຕາມກົດໝາຍມັນຫັ້ນແຫຼະ ຄັນໝົດຫຼາຍກໍເສີຽຄ່າທາງ ເສັຽອາກອນແລ້ວກໍແລ້ວ ເຕັກນອກ ເຕັກນິກ ແມ່ນ ຄັນນຳເຂົ້າຈາກຕ່າງປະເທດ ກໍຂຶ້ນເພາະວ່າ ເງິນກີບມັນອ່ອນຄ່າເດ້.”
ໜີ້ສິນສາທາຣະນະ ທີ່ກູ້ຢືມມາຈາກຕ່າງປະເທດ ຈະມີຄວາມສ່ຽງຕໍ່ສະພາບ ອັດຕຣາແລກປ່ຽນອ່ອນຄ່າ ແລະ ແຂງຄ່າ.
ເຈົ້າໜ້າທີ່ ຜູ້ເຮັດວຽກດ້ານການເງິນ ທ່ານນຶ່ງ ໄດ້ກ່າວວ່າ:
“ກູ້ຢືມມາແລ້ວຣັຖບານເປັນໜີ້ ກູ້ຢືມທຶນດອກເບັ້ຽຕ່ຳເນາະ ຈາກທະນາຄານໂລກບໍ່ ຈາກທະນາຄານເອເຊັຽ ເພິ່ນກໍມີແຕ່ໃຊ້ 50 ປີ ຂຶ້ນເມືອ ກໍມີສ່ວນແຕ່ວ່າ ບໍ່ໜັກ ກໍຄືວ່າ ຖ້າຄ່າເງິນບໍ່ເໜັງຕີງຮອດ 25 ເປີເຊັນ ກໍບໍ່ໄລ່ຄືນເນາະ ເປັນລາຄາເກົ່າ ເພິ່ນກໍໃຊ້ຕາມອັນເກົ່າຫັ້ນນ່າ.”
ປະເທດລາວ ຍັງມີບັນຫາການບໍຣິການ ຈັດການໜີ້ສິນສາທະຣະນະ ແລະ ລະບົບການເກັບລາຍຮັບ ໃນຂະນະທີ ທາງການລາວ ໄດ້ຮ່ວມມືກັບພາກທຸຣະກິຈ ແລະເອກຊົນ ເພື່ອຊອກຫາແນວທາງແກ້ໄຂ.
ເຈົ້າໜ້າທີ່ຜູ້ເຮັດວຽກ ດ້ານການເງິນ ທ່ານນຶ່ງ ໄດ້ກ່າວວ່າ:
“ຣັຖກໍມີແນວທາງໃນການແກ້ໄຂ ບັນຫາດັ່ງກ່າວນີ້ຢູ່ຫຼາຍຢ່າງຢູ່ ບັນຫານີ້ ກໍຕ້ອງໄດ້ໃຊ້ເວລາ ໃນການສຶກສາແດ່.”
ໃນປີວັນທີ 16 ກັນຍາ 2021 ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງຣັຖມົນຕຣີ ກະຊວງການເງິນ ແລະ ທ່ານ ອາເລັກ ເຄຣເມີ້ຣ໌ ຜູ້ຕາງໜ້າທະນາຄານໂລກ ປະຈຳລາວ ໄດ້ຮ້ວມກັນປຶກສາຫາລື ກ່ຽວກັບວຽກງານໃນການພັທນາຂແນງການເງິນ ໂດຍສະເພາະແຜນຄຸ້ມຄອງການເງິນພາກຣັຖ ຍ້ອນປະເທດລາວປະສົບບັນຫາກ່ຽວກັບການຈັດເກັບລາຍຮັບ ແລະ ການຈັດສັນລາຍຈ່າຍ ໃຫ້ມີຄວາມສອດຄ່ອງກັນ.
ທີ່ຜ່ານມາ ກະຊວງການເງິນ ໄດ້ສ້າງແຜນປະຕິຮູບ ຂແນງການເງິນກ້າວທຳອິດ ເຊິ່ງໄດ້ຮັບການທຶນຊ່ວຍເຫຼືອລ້າ ຈາກຫະພາບຢູ່ໂຣບ ໂດຍຜ່ານທະນາຄານໂລກຈຳນວນ 5 ລ້ານຢູໂຣ ພາຍໃຕ້ໂຄງການປະຕິຮູບການບໍຣິຫານເງິນສາທາລະນະ ເຊິ່ງໄລຍະໂຄງການຮອດເດືອນມີນາ 2022.
ນອກຈາກນີ້ ລາວຍັງໄດ້ຮັບການເງິນກູ້ຢືມຈາກທະນາຄານໂລກຈຳນວນ 20 ລ້ານໂດລ້າຣ໌ ພາຍໃນໂຄງການປັບປຸງລະບົບ ການຄຸ້ມຄອງການເງິນແຫ່ງຣັຖ ໃຫ້ມີຄວາມທັນສມັຍ ເຊິ່ງໂຄງການຈະດຳເນີນການໄປຈົນຮອດ 2025 ເພື່ອປັບປຸງຣະບຽບຄຸ້ມຄອງຂໍ້ມູນຂ່າວສານ ການເງິນຂອງປະເທດລາວ.