ຊາວເມືອງໂຂງບໍ່ຮູ້ມື້ ໂຍກຍ້າຍ ບໍ່ຮູ້ຄ່າຊົດເຊີຍ
2021.05.24

ຊາວບ້ານຫລາຍຄອບຄົວ ຢູ່ເມືຶອງໂຂງ ແຂວງຈຳປາສັກ ຍັງລໍຖ້າຄວາມກະຈ່າງແຈ້ງ ກັບການໂຍກຍ້າຍ ແລະການຊົດເຊີຍຈາກ ໂຄງການເຂດພັທນາເສຖກິຈໃໝ່ ສີພັນດອນ ຂອງ ບໍຣິສັດຮ່ວມພັທນາ ສີພັນດອນ ຈຳກັດ ຂອງນັກລົງທຶນຈາກຮົງກົງ, ເຖິງແມ່ນ ວ່າໂຄງການ ດັ່ງກ່າວຈະມີຄວາມຄືບໜ້າຕລອດມາກໍຕາມ ແຕ່ຊາວບ້ານສ່ວນຫຼາຍ ຍັງບໍ່ທັນໄດ້ຮັບແຈ້ງ ຂໍ້ມູນຢ່າງຣະອຽດເທື່ອ, ດັ່ງຊາວບ້ານໃນເຂດເມືອງໂຂງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 24 ພຶສພາ ວ່າ:
"ບໍ່ຮູ້ປານໃດ ເພິ່ນບໍ່ຄ່ອຍບອກປານໃດ ກະມີຜົລເສັຍຫຼາຍກ່ອນແຫຼະ ຜົລກະທົບຄວາມເປັນຢູ່ ຂອງປະຊາຊົນແຫຼະຫຼາຍບ່ອນ."
ຊາວບ້ານທີ່ປະກອບອາຊີບຂາຍປາ ຢູ່ເຂດດອນໂຂງ ເມືອງໂຂງ ໄດ້ກ່າວວ່າມາຮອດດຽວນີ້ຕົນເອງ ກໍບໍ່ຮູ້ເຊັ່ນກັນຈະຖືກໂຍກຍ້າຍ ບ່ອນອາສັຍຍ້ອນໂຄງການແທ້ຫລືບໍ່. ເພາະວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ຊີ້ແຈງໃຫ້ຮູ້ເທື່ອ. ຮູ້ພຽງແຕ່ວ່າຖ້າໂຄງການ ຖືກ ສ້າງຂຶ້ນ ຈະມີຜົລກະທົບຕໍ່ການຫາປາ ແລະ ການທໍາມາຫາກິນຂອງຊາວບ້ານ.
"ເຮົາກະບໍ່ແນ່ໃຈເທື່ອນ່າວ່າ ຈະຖືກຍ້າຍບໍ່ ຫຼືວ່າຈັ່ງໃດກະສິຄິດວ່າ ຈະຍ້າຍແຫຼະຄັນວ່າໄດ້ສ້າງແທ້ ມັນກາຊິຫາຍາກຫັ້ນແຫຼະ."
ຄຣູບາອົງນຶ່ງ ທີ່ຢູ່ເຂດເມືອງໂຂງ ກ່່າວວ່າໂຄງການເຂດພັທນາແຫ່ງນີ້ ອາດຈະກວມເອົາດິນຊາວບ້ານຈຳນວນນຶ່ງ ແລະເຮັດໃຫ້ ຊາວບ້ານຕ້ອງໄດ້ໂຍກຍ້າຍ. ແຕ່ຈົນເຖິງດຽວນີ້ ພາກສ່ວນກ່ຽວຂ້ອງ ຍັງບໍ່ໄດ້ອອກແຈ້ງການ ຕໍ່ກັບໂຄງການເທື່ອ.
"ເພິ່ນຈະບໍ່ກວມໝົດດອກ, ກວມເອົາເຂດໃດເຂດນຶ່ງ ເຫັນເພິ່ນວ່າຊິກວມຮອດດອນໂຂງ ຫັ້ນຫຼາຍກວ່າໝູ່. ດອນໂຂງຫັ້ນແຫຼະຍັງບໍ່ ທັນຮູ້ວ່າເພິ່ນຊິຖືກຫຼາຍປານໃດ ເພາະເພິ່ນຍັງ ບໍ່ທັນເວົ້າບໍ່ທັນວ່າຫຍັງ ໂຄງການເພິ່ນກະບໍ່ທັນໄດ້ດຳເນີນ ຫຍັງນ່າບໍ່ທັນເຮັດຫຍັງ."
ອຳນາດການປົກຄອງບ້ານຈຳປາ ໄດ້ກ່າວວ່າ ເຂດບ້ານຈຳປານີ້ ກໍເຄີຍເຫັນເພິ່ນສົ່ງນັກວິຊາການ ມາສຳຣວດເນື້ອທີ່. ຫລ້າສຸດທາງ ບ້ານໄດ້ຮັບແຈ້ງ ຈາກທາງໂຄງການວ່າຈະບໍ່ ກວມເອົາເນື້ອທີ່ເຂດບ້ານ ເຮັດໃຫ້ຢູ່ເຂດບ້ານຂອງຕົນເອງຈະບໍ່ຖືກໂຍກຍ້າຍ.
"ສຳຣວດເທື່ອນຶ່ງ ແຫຼະຫຼາຍປີແລ້ວ. ທາງນີ້ຕັດໝົດໂຄງການໂຕນີ້ ບໍ່ໄດ້ເອົາເນາະ. ປະຊາຊົນເຮົາບໍ່ໃຫ້ເຮັດຫຍັງ ປະຊາຊົນບໍ່ມີ ບ່ອນຢູ່ເດ ທາງເມືອງໃຫ້ເຮັດບ່ອນດຽວ ຢູ່ຄອນພະເພັງ."
ຜູ້ປະກອບການເຮືອນພັກ ຢູ່ເຂດຕາດຄອນພະເພັງ ກ່າວວ່າ ມາຮອດທຸກມືນີ້ຍັງບໍ່ຮູ້ເທື່ອວ່າ ຕົນເອງຈະຖືກຍ້າຍບໍ່ ເນື່ອງຈາກຍັງບໍ່ມີ ພາກສ່ວນໃດອອກມາແຈ້ງໃຫ້ຊາບເທື່ອ.
"ຖືກດິນຫລາຍບໍ່ໂຕນີ້ບໍ່ຮູ້ຄືກັນເດີ້ ຖືກໂຍກຍ້າຍອີຫຍັງຫັ້ນໂຕນີ້ ບໍ່ທັນຮູ້ຄືກັນເພາະເຂົາກະ ບໍ່ທັນວ່າຈັ່ງໃດ."
ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແຂວງຈຳປາສັກ ໄດ້ກ່າວວ່າ ຫລ້າສຸດພາກສ່ວນກ່ຽວ ຂ້ອງໄດ້ແຕ່ງຕັ້ງຄະນະກັມມະການ ເພື່ອຫາລືການ ໂຍກຍ້າຍ ແລະ ຊົດເຊີຍແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂດ ພັທນາເສຖກິຈໃໝ່ສີພັນດອນ ເຊິ່ງໃນເບື້ອງຕົ້ນມີ ປະມານ 3-4 ບ້ານ ໄດ້ຮັບຜົລກະທົບ.
"ຍ້າຍຫຼາຍບ້ານເດ້ບ້ານກະ 3-4 ບ້ານເດ້ຢູ່ແຖວເຂື່ອນໄຟຟ້າ ເພິ່ນຫັ້ນກະມີບ້ານຈັດສັນ ມັນກະຕິດພັນກັບຫຼາຍພາກສ່ວນຫັ້ນນ່າ. ບໍ່ປານໃດເພາະວ່າ ໃນຊ້ວງນີ້ມັນບໍ່ຊັດເຈນປານໃດ ເຣື່ອງຂ່າວຄາວຄຸ້ມຄອງ ໂຄງການເຈົ້າຂອງໂຄງການ ເຂົາກະມັນເຂົ້າ-ອອກ ກາຍາກ."
ໂຄງການເຂດພັທນເສຖກິຈໃໝ່ ສີພັນພອນ ໄດ້ສຳເຣັດການເຮັດບົດປະເມີນ ຜົລກະທົບສີ່ງແວດລ້ອມ ໂດຍຮວມຂອງໂຄງການ ແລະ ໄດ້ອອກແບບໃນຂັ້ນເບື້ອງຕົ້ນສ່ວນ ບັນດາ ກິຈກັມຕ່າງໆ ຢູ່ໃນໄລຍະທີ 1 ຂອງໂຄງການຮວມທັງ ສຳເຣັດການກໍ່ສ້າງ ເສັ້ນທາງເບຕົງອ້ອມດອນໂຂງ ໄລຍະທາງ 43 ກິໂລແມັດ ແລະ ໄດ້ແຕ່ງຕັ້ງຄະນະ ຮັບຜິດຊອບການ ທົດແທນ ຄ່າເສັຍຫາຍ ແລະການຈັດສັນໂຍກຍ້າຍ ຊາວບ້ານ ອີງຕາມການຣາຍງານຂອງໜັງສືພີມ ວຽງຈັນທາມສ໌ ວັນທີ 23 ພຶສພາ ຜ່ານມາ.
ໂຄງການເຂດພັທນາເສຖິກຈໃໝ່ ສີພັນດອນ ມີມູລຄ່າການລົງທຶນ ທັງໝົດ 9 ຕື້ໂດລາ ສະຫະຣັຖ ໂດຍກວມເອົາເນື້ອທີ່ 9,848 ເຮັກຕ້າ. ພາຍໃນໂຄງການ ປະກອບດ້ວຍການກໍ່ສ້າງ ໂຄງຮ່າງພື້ນຖານ ພາຍໃນເຂດ. ສ້າງແຫລ່ງທ່ອງທ່ຽວ, ທະນາຄານ ແລະ ສະຖາບັນ ການເງິນ, ສ້າງພື້ນຖານໂຄງຮ່າງດ້ານການສຶກສາ, ສາທາຣະນະສຸກ, ພັທນາບຸຄລາກອນ ແລະ ສີມືແຮງງານຮວມທັງ ໂຄງການ ແຫລ່ງທ່ອງທ່ຽວ, ແຫລ່ງບັນເທີງ ແລະ ກິຈການຄາຊິໂນ. ອີງຕາມການຊີ້ແຈງຂອງ ທ່ານ ວີນເຊັ້ນ ລີ ປະທານ ບໍຣິສັດ ຮ່ວມພັທນາສີພັນດອນ ຈຳກັດ.