ຊາວບ້ານຕ້ອງຍ້າຍຈາກ ທີ່ດິນ ຂັດແຍ່ງ
2017.07.27

ປະຊາຊົນທີ່ອາສັຍຢູ່ທີ່ດິນ ຂອງບໍຣິສັດ ດວງປະເສີດ ຕ້ອງໄດ້ຍ້າຍອອກ ທັງໝົດ ເພາະວ່າ ບໍຣິສັດ ມີໃບຕາດິນ ທີ່ຖືກຕ້ອງ ຕາມກົດໝາຍ. ທີ່ຜ່ານມາກໍມີ ປະຊາຊົນ ບາງສ່ວນ ຍ້າຍອອກຈາກ ທີ່ດິນ ເຂດດັ່ງກ່າວແລ້ວ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ແຂວງຫລວງພຣະບາງ ໃນ ວັນທີ 27 ກໍຣະກະດາ ນີ້:
"ເອີ ໄດ້ອອກນັ້ນແຫລະ ເພາະວ່າມັນດິນ ບຸນທ່ຽງ ບໍຣິສັດບຸນທ່ຽງ ດວງປະເສີດ ນັ້ນເດ໊ ເພາະວ່າມື້ນີ້ ເຮົາກໍໄດ້ຮ່ວມກັນ ລະດົມຂະເຈົ້າ ອອກຕື່ມເດ໊ ສ່ວນຫລາຍ ຂະເຈົ້າກໍ ອອກໄປແລ້ວເນາະ ເຫລືອສ່ວນໜ້ອຍ".
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າປະຊາຊົນ ຈະມາອາສັຍຢູ່ກ່ອນ ແຕ່ຂະເຈົ້າກໍບໍ່ມີ ໃບຕາດິນ ທີ່ຖືກຕ້ອງ ຕາມກົດໝາຍ. ດັ່ງນັ້ນສິດໃນທີ່ດິນ ຕ້ອງເປັນຂອງ ບໍຣິສັດດວງປະເສີດ.
ສໍາລັບເຣື່ອງການຊົດເຊີຍ ຄວາມເສັຽຫາຍ ຄາດວ່າຈະບໍ່ມີ ຍ້ອນວ່າເປັນສິດ ຂອງທາງບໍຣິສັດ ທີ່ຈະໃຊ້ທີ່ດິນ ຕອນນັ້ນ, ທີ່ຜ່ານມາ ບໍຣິສັດ ດວງປະເສີດ ໄດ້ຟ້ອງຕໍ່ສານ ສັ່ງໃຫ້ ປະຊາຊົນ ຍ້າຍອອກ ແຕ່ຕໍ່ມາໄດ້ ຖອນຟ້ອງ ແລະ ໄດ້ຕັ້ງຄນະ ກັມມະການ ມາເຈຣະຈາ ກັບ ປະຊາຊົນແທນ:
"ຕ້ອງໃຫ້ສານຕັດສິນ ຂອງຂະເຈົ້າ ຂະເຈົ້າກໍວ່າ ຂະເຈົ້າເປັນຜູ້ບຸກເບີກ ຂະເຈົ້າເປັນຜູ້ ມີສິດນໍາໃຊ້ ຂະເຈົ້າມີສໂນດທີ່ດິນແດ່ ຖ້າບໍ່ນັ້ນ ຂະເຈົ້າຖອນຄືນ ເພາະວ່າ ມັນແນວໃດ ກໍເປັນສິດ ຂອງຂະເຈົ້າ ແດ່ເນາະ".
ບັນຫາທີ່ດິນຢູ່ບ້ານພອນໄຊ ນີ້ມີການເຈຣະຈາກັນ ຣະຫວ່າງ ປະຊາຊົນ ກັບບໍຣິສັດ ດວງປະເສີດ ມາແຕ່ປີ 2011 ຫລັງຈາກທີ່ ບໍຣິສັດນີ້ ໄດ້ມີໃບຕາດິນ ທີ່ຖືກຕ້ອງຕາມ ກົດໝາຍ ໃນພື້ນທີ່ ທີ່ມີປະຊາຊົນ ອາສັຍຢູ່. ເຈົ້າໜ້າທີ່ແຂວງ ໄດ້ກ່າວວ່າ ທີ່ດິນຜືນດັ່ງກ່າວ ປະຊາຊົນ ເຂົ້າມາຈັບຈອງ ແຕ່ບໍ່ໄດ້ມີ ການອອກ ໃບຕາດິນໃຫ້ ແລະບາງສ່ວນ ກໍເປັນຜູ້ ທີ່ມີດິນຢູ່ແລ້ວ ໃນເມືອງອື່ນ ແລ້ວມາຈັບຈອງ ເອົາທີ່ດິນ ເພີ່ມຕື່ມ.
ເມື່ອວັນທີ 15 ກໍຣະກະດາ ທີ່ຜ່ານມາ ບໍຣິສັດ ດວງປະເສີດ ໄດ້ເອົາຣົດຕັກດິນ ເຂົ້າໄປມ້າງເຮືອນ ຂອງປະຊາຊົນ ທີ່ຢູ່ໃນເຂດ ດັ່ງກ່າວ. ປັດຈຸບັນ ປະຊາຊົນ ສ່ວນນຶ່ງໄດ້ ຍອມຍ້າຍອອກ ຈາກດິນຜືນນັ້ນແລ້ວ.