ທາງດ່ວນວຽງຈັນວັງວຽງ ຈ່າຍຄ່າ ຊົດເຊີຍ
2018.11.14
ປະຊາຊົນ ບ້ານນໍ້າລິນ ເມືອງໂພນໂຮງ ແຂວງວຽງຈັນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການສ້າງທາງດ່ວນ ນະຄອນຫລວງວຽງຈັນ ຫາ ວັງວຽງ ໄດ້ຮັບຄ່າຊົດເຊີຍ ຈາກໂຄງການໝົດທຸກຄອບຄົວແລ້ວ ມີບາງຄອບຄົວ ກໍ່ໄດ້ໄປຊື້ິດິນຢູ່ບ່ອນໃໝ່ແລ້ວ. ດັ່ງ ເຈົ້າໜ້າທີ່ ເມືອງ ໂພນໂຮງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ພຶສຈິກາ ນີ້ວ່າ:
"ບ້ານນໍ້າລິນຫັ້ນຊົດເຊີຍໄປແລ້ວ ເພິ່ນໄດ້ໃຫ້ເງິນກຸ່ມແລ້ວ ແລ້ວຂະເຈົ້າກະລົງລະນະ ເອົາເງິນເອົາທອງຮຽບຮ້ອຍແລ້ວ ທາງດ່ວນແທ້ນັ້ນ ຂະເຈົ້າແລ້ວໝົດແລ້ວ ກະສິເອົາໄປຊື້ ໄປຊື້ ໄປນັ້ນແລ້ວແຫລະຜູ້ຊື້ກະຊື້ແລ້ວ."
ທ່ານກ່າວຕື່ມວ່າ ບໍ່ມີການເປີດເຜີຍວ່າ ປະຊາຊົນແຕ່ລະຄອບຄົວ ໄດ້ຄ່າຊົດເຊີຍເທົ່າໃດ ແຕ່ສ່ວນໃຫຍ່ກໍພໍໃຈ, ຢ່າງໃດກໍຕາມມີຄອບຄົວນຶ່ງ ບໍ່ພໍໃຈກັບຄ່າຊົດເຊີຍ ທີ່ໄດ້ຮັບຍ້ອນເຫັນວ່າໜ້ອຍເກີນໄປ ເນື່ອງຈາກຄອບຄົວນີ້ ເປີດຮ້ານຂາຍເຄື່ອງ ຈຶ່ງມີຄວາມຫຍຸ້ງຍາກ ໃນການຍ້າຍ ໄປບ່ອນໃໝ່ ແຕ່ທາງໂຄງການ ກໍໃຫ້ຄ່າຊົດເຊີຍຕື່ມ ຈົນຄອບຄົວດັ່ງກ່າວພໍໃຈ.
ເມື່ອເດືອນກັນຍາຜ່ານມາ ບໍຣິສັດຮ່ວມພັທນາທາງດ່ວນ ລາວ-ຈີນຈຳກັດ ບໍຣິສັດ ທີ່ປຶກສາດ້ານສິ່ງແວດລ້ອມລາວຈຳກັດ ແລະ ທາງການ ແຂວງວຽງຈັນ ໄດ້ມີພິທີມອບເງິນຊົດເຊີຍປະມານ 11 ຕື້ກີບ ໃຫ້ແກ່ປະຊາຊົນຈຳນວນ 80 ຄອບຄົວ ໃນຈຳນວນ 13 ບ້ານ ຢູ່ເມືອງ ໂພນໂຮງ ແຂວງວຽງຈັນ ທີ່ຖືກຜົລກະທົບ.
ໂຄງການ ສ້າງທາງດ່ວນ ນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ມີຄວາມຍາວ 100 ກວ່າກິໂລແມັດ ແລະ ຜ່ານຫລາຍເມືອງ ເປັນຕົ້ນ: ເມືອງ ນາຊາຍທອງ, ເມືອງໂພນໂຮງ, ເມືອງຫີນເຫີບ ແລະເມືອງວັງວຽງ ຈະໃຊ້ມູນຄ່າ ການກໍ່ສ້າງ ຫລາຍກວ່າ 1 ຕື້ ໂດລາສະຫະຣັດ.
ໂຄງການນີ້ ນອນຢູ່ໃນໂຄງການ ສ້າງທາງດ່ວນ ຈາກນະຄອນຫລວງວຽງຈັນ ຫາ ດ່ານບໍ່ເຕັນ ແຂວງຫລວງນໍ້າທາ ມີຄວາມຍາວທັງໝົດ 460 ກິໂລແມັດ ໂດຍແບ່ງອອກ ເປັນຣະຍະທາງ 4 ຣະຍະ ຄື ນະຄອນຫລວງວຽງຈັນ ຫາ ວັງວຽງ ວັງວຽງ ຫາ ແຂວງ ຫຼວງພຣະບາງ, ແຂວງຫຼວງພຣະບາງ ຫາ ແຂວງອຸດົມໄຊ ແລະ ແຂວງອຸດົມໄຊ ຫາ ດ່ານບໍ່ເຕັນ ເຊິ່ງຈະໃຊ້ເວລາ ກໍ່ສ້າງທັງໝົດ ປະມານ 3 ປີ.