ຄ່າຊົດເຊີຍຈາກທາງຣົດໄຟ ຍັງຄ້າງຄາ

ໄຊຍາ
2019.11.11
F-railway ໂຄງການສ້າງ ທາງຣົດໄຟ ລາວ-ຈີນ ຢູ່ເຂດບໍ່ເຕັນ ແຂວງຫຼວງນໍ້າທາ
RFA/AS

ໂຄງການສ້າງທາງຣົດໄຟ ລາວ-ຈີນ ອີງຕາມທາງການລາວ ຣາຍງານເມື່ອເດືອນຕຸລາ ຜ່ານມາວ່າມີຄວາມຄືບໜ້າໄປແລ້ວ 76% ແຕ່ການ ຈ່າຍຄ່າຊົດເຊີຍໃຫ້ຜູ້ໄດ້ຮັບຜົລກະທົບນັ້ນ ທາງການລາວຍັງຈ່າຍໄດ້ບໍ່ເຖິງເຄິ່ງນຶ່ງ ຂອງມູນຄ່າທັງໝົດຄື ສອງພັນ ກວ່າຕື້ກີບ.

ມາເຖິງປັຈຈຸບັນນີ້ຍັງມີປະຊາຊົນ ຈຳນວນຫຼາຍທີ່ຍັງບໍ່ທັນໄດ້ ຮັບຄ່າຊົດເຊີຍ, ດັ່ງປະຊາຊົນໃນເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ ນັກຂ່າວເອເຊັຽເສຣີ ເມື່ອທ້າຍເດືອນຕຸລາ ທີ່ຜ່ານມາວ່າ ລໍຖ້າສາມປີແລ້ວ ຍັງບໍ່ທັນມີທ່າທີ ວ່່າຈະໄດ້ຮັບເງິນຄ່າຊົດເຊີຍ.

"ຂ້າພະເຈົ້າລໍຖ້າຄ່າຊົດເຊີຍມາແຕ່ປີ 2016 ຄນະກັມມະການໄກ່ເກັ່ຽ ໄດ້ລົງມາຕີລາຣາຄາ ແລະ ເຊັນເອກກະສານຢັ້ງຢືນແລ້ວນັບແຕ່ນັ້ນມາ ເຖິງມື້ນີ້ແມ່ນ ເປັນເວລາສາມປີແລ້ວ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຈາກທາງການ ຍັງມິດຢູ່ບໍ່ມີພາກສ່ວນໃດ ມາຕິດຕໍ່ ຫຼືມາແຈ້ງໃຫ້ຊາບວ່າ ຈະໄດ້ເງິນເມື່ອໃດ."

ໃນຂນະທີ່ ແຂວງຫຼວງນໍ້າທາ ກໍ່ແມ່ນອີກນຶ່ງແຂວງ ທີ່ປະສົບກັບບັນຫາ ການຈ່າຍຄ່າຊົດເຊີຍ ໃຫ້ກັບປະຊາຊົນ ທີ່ໄດ້ຮັບຜົລກະທົບ ຊັກຊ້າ, ດັ່ງເຈົ້າໜ້າທີ່ທາງການ ແຂວງຫຼວງນໍ້າທາ ໄດ້ໃຫ້ຄຳເຫັນ ຜ່ານສື່ທ້ອງຖິ່ນ ເມື່ອທ້າຍເດືອນຕຸລາ ຜ່ານມາວ່າ:

"ກ່ຽວກັບການຈ່າຍຄ່າຊົດເຊີຍຫຼ້າຊ້າ ເຂົາເຈົ້າກາບໍ່ຍອມມອບດິນໃຫ້ ຖ້າວ່າພວກເຮົາບບໍ່ໄດ້ຊົດເຊີຍ ເປັນຕົ້ນແມ່ນເຮືອນ ແມ່ນຫຍັງຕ່າງໆ ເຂົາເຈົ້າກາບໍ່ມີເງິນ ໄປປຸກເຮືອນຫຼັງໃໝ່ ພວກເຮົາກໍບໍ່ສາມາດ ມອບດິນໃຫ້ໂຄງການໄດ້ນັ້ນ ແມ່ນຄວາມຫຍຸ້ງ ຍາກອີກອັນນຶ່ງ."

ນັ້ນກໍ່ເປັນແຕ່ພຽງຄວາມຄິດເຫັນສວ່ນນຶ່ງ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ຕໍ່ກັບບັນຫາດັ່ງກ່າວ ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງການເງິນ ໄດ້ຊີ້ແຈງໃນກອງປະຊຸມສະພາແຫ່ງຊາດ ເມື່ອກາງປີທີ່ຜ່ານມາຕໍ່ບັນຫາກັບການ ສຳລະໜີ້ ນອກຈາກໂຄງການ ທາງຣົດໄຟແລ້ວ ຍັງມີ ໂຄງການຕ່າງໆ ທີ່ຣັຖຕ້ອງສຳລະໜີ້ ແຕ່ການສຳລະໜີ້ ແມ່ນຈ່າຍແບບສະເລັ່ຽປີຕໍ່ປີ, ອີງໃສ່ງົບປະມານຂອງຣັຖ:

"ເພາະວ່າພວກເຮົາບໍ່ແກ້ໃຫ້ແຕ່ລະ ບໍຣິສັດໃຫ້ມັນແລ້ວໄປ ຄັນຊິເວົ້າ ພວກເຮົາແກ້ແບບສະເລັ່ຽຕາມຜູ້ໃດໜີ້ຫຼາຍ ສົມມຸດວ່າມີເງິນ 400 ຕື້ ແຕ່ໜີ້ ທັງໝົດມັນມີເທົ່າໃດ ມັນຊິໄດ້ຈັກເປີເຊັນ ຕາມເບີ່ງຫັ້ນນ່າມັນໄດ້ຈັກເປີເຊັນເງິນ 400 ຕື້ ເພື່ອສຳລະໜີ້ ຫັ້ນນ່າ ສົມມຸດວ່າ 10% ເຮົາກາມາເບິ່ງແຕ່ລະ ບໍຣິສັດຫັ້ນນ່າ ຜູ້ໃດມີໜີ້ຫຼາຍກາໄດ້ຫຼາຍ ຜູ້ໃດມີໜີ້ໜ້ອຍ ກາໄດ້ໜ້ອຍ ຄັນເຮົາຊິໄປແກ້ ເປັນບໍຣິສັດໄປມັນຍາກ."

ໃນສ່ວນຂອງການຈ່າຍຄ່າຊົດເຊີຍ ການກໍ່ສ້າງທາງຣົດໄຟ ລາວ-ຈີນ ນັ້ນ ທ່ານ ແທ່ນຄຳ ທອງບົນ ຮັກສາການຫົວໜ້າໂຄງການທາງ ຣົດໄຟ ລາວ-ຈີນ ໄດ້ຖແລງວ່າ ມາເຖິງປັຈຈຸບັນ ການຈ່າຍຄ່າຊົດເຊີຍທີ່ິດິນ ແລະ ສິ່ງປຸກສ້າງຕ່າງໆ ຕ້ອງໄດ້ນຳໃຊ້ ງົບປະມານທັງໝົດ 2,492 ຕື້ກີບ. ຜ່ານມາ ທາງການລາວ ຈ່າຍຄ່າຊົດເຊີຍໄປທັງໝົດ ໃຫ້ກັບປະຊາຊົນ ຜູ້ໄດ້ຮັບຜົລກະທົບ 5 ແຂວງ ພຽງແຕ່ 369 ຕື້ກີບ ສະເລັ່ຍແລ້ວໄດ້ພຽງ 20,4% .

ທ່ານ ແທ່ນຄຳ ທອງບົນ ຣາຍງານຕື່ມວ່າ ໃນປີ 2019 ນີ້ ທາງການລາວຄາດວ່າ ຈະສາມາດຈ່າຍຄ່າຊົດເຊີຍ ຮວມກັບທີ່ໄດ້ຈ່າຍໄປ ແລ້ວນັ້ນ ຕົກເປັນມູນຄ່າ 1,136 ຕື້ກີບ. ໃນນີ້ທຶນສົມທົບ ຂອງ ບໍຣິສັດ ຣົດໄຟ ລາວ-ຈີນ 200 ຕື້ກີບ ແລະ ເງີນຊ່ອຍເຫຼືອ ຈາກ ຣັັຖບານຈີນ ອີກ 317 ຕື້ກີບ.

ສ່ວນໃນປີ 2020 ຣັຖບານລາວໄດ້ຈັດສັນງົບປະມານເອົາໄວ້ທີ່ 400 ຕື້ກີບສ່ວນທີ່ຍັງເຫຼືອອີກ 956 ຕື້ກີບ ນັ້ນແມ່ນຣັຖບານ ໄດ້ມອບໃຫ້ ທະນາຄານແຫ່ງຊາດ ຣະດົມທຶນ ໂດຍການຂາຍພັນທະບັດ.

ໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ສ້າງຜົລກະທົບໃຫ້ປະຊາຊົນ 4,411 ຄອບຄົວ ໃນນີ້ມີແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພຣະບາງ, ວຽງຈັນ ແລະນະຄອນຫຼວງວຽງຈັນ. ທີ່ຜ່ານມານັກວິຊາການ ທາງທີ່ດິນໄດ້ຣະບຸວ່າມີບາງເຂດຍັງມີການຈ່າຍຄ່າ ຊົດເຊີຍທີ່ບໍ່ກົງກັບຣາຄາ ໂຕຈິງ. ດັ່ງເຊັ່ນເມືອງນາຊາຍທອງ ທີ່ດິນຊື້ຂາຍກັນ ຣາຄາ ປະມານ 1,3 ແສນກີບ ແຕ່ທາງການລາວ ປະເມີນຄ່າຊົດເຊີຍ ພຽງແຕ່ 137,000 ກີບ ເທົ່ານັ້ນ.

ອີງຕາມການຣາຍງານຂອງໂຄງການທາງຣົດໄຟ ລາວ-ຈີນ ຣະບຸວ່າ ປັຈຈຸບັນ ການກໍ່ສ້າງມີຄວາມຄືບໜ້າເຖີງ 76% ແລະ ທາງການລາວ ແລະ ທາງການຈີນ ໄດ້ຕົກລົງຮ່ວມກັນວ່າ ຈະສ້າງໃຫ້ສຳເຣັດ ແລະ ເປີດບໍຣິການ ໃນວັນຕົ້ນເດືອນ ທັນວາ ປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.