ໂຄງການລຶບລ້າງໝູ່ບ້ານທຸກຍາກ ໃນລາວ

ໂຄງການລຶບລ້າງ ຫມູ່ບ້ານ ທີ່ທຸກຍາກ ໃນລາວ ພາຍໃນປີ 2020 ຈະບໍ່ບັນລຸ ເປົ້າຫມາຍ ຍ້ອນຂາດ ງົບປະມານ ແລະ ໂຄງການ ພັທນາ ຊົນນະບົດ ຂອງ ຣັຖບານ ບໍ່ໄດ້ຜົລ.

ຊາວບ້ານຕ້ອງການ ນໍ້າໃຊ້ ໄຟຟ້າ ຖນົນຫົນທາງ RFA

 

ໃນແຜນການພັທນາເສຖກິດ ແລະສັງຄົມໃນ ສປປລາວ ຣັຖບານ ໄດ້ຕັ້ງເປົ້າໃວ້ ໃນຫລາຍບັນຫາ ທີ່ຈະຕ້ອງແກ້ໄຂ ເພື່ອຍົກຣະດັບ ໃຫ້ລາວ ສາມາດຫລຸດພົ້ນຈາກການເປັນປະເທດດ້ອຍພັທນາ ໃນຂົງເຂດ ນຶ່ງໃນນັ້ນ ກໍແມ່ນ ແຜນການລຶບລ້າງຫມູ່ບ້ານທຸກຍາກໃນລາວໃຫ້ຫມົດໄປ ໃນປີ 2020.

ອິງຕາມຫນັງສືພີມລາວພັທນາ ສະບັບລົງວັນທີ 12 ກຸມພາ ໂຄງການລຶບລ້າງ ຫມູ່ບ້ານທີ່ທຸກຍາກ ໃນລາວທີ່ເລີ້ມມາແຕ່ປີ 2011 ນັ້ນສາມາດ ລຶບລ້າງບ້ານທຸກຍາກໄດ້ ພຽງແຕ່ 886 ບ້ານ ຫລືປະມານ 10% ເທົ່ານັ້ນ ປັດຈຸບັນໃນລາວຍັງເຫລືອ ບ້ານທີ່ທຸກຍາກທັງຫມົດໃນທົ່ວປະເທດ ປະມານ 2289 ບ້ານ ຊື່ງຣັຖບານໄດ້ຕັ້ງເປົ້າໃວ້ວ່າ ພາຍໃນປີ 2015 ຈະຕ້ອງໃຫ້ເຫລືອບ້ານທຸກຍາກໃນລາວຢ່າງນ້ອຍ 960 ບ້ານ ຫລືປະ ມານ 11% ແລະ ໃນປີ 2020 ຈະລຶບລ້າງ ໃຫ້ຫມົດ.

ອາດເປັນໄປໄດ້ຍາກ ເພາະໃນສະພາບຄວາມເປັນຈີງແລ້ວ ໃນລາວ ປັດຈຸບັນ ຍັງມີຫລາຍຫມູ່ບ້ານຍັງທຸກຍາກ ຫລືຮ້າຍກວ່າເກົ່າ ຍ້ອນວ່າ.

1-ປະຊາຊົນ ຖືກຍຶດທີ່ດິນ ໂດຍນາຍທຶນ ໃນໂຄງການສຳປະທານ ຂອງຣັຖບານ ໃນຫລາຍແຫ່ງ ເຮັດໃຫ້ປະຊາຊົນ ບໍ່ມີທີ່ດິນ ທຳມາຫາກິນ ເພື່ອລ້ຽງຄອບຄົວ ການຢຶດທີ່ດິນຂອງຊາວບ້ານ ໂດຍນັກລົງທຶນ ໃນໂຄງການຕ່າງໆດັ່ງໂຄງການປູກຕົ້ນໄມ້ເສຖກິດ ຍາງພາລາ ໂຄງການສ້າງ ເຂື່ອນໂຄງການຂຸດຄົ້ນແຮ່ທາດ ແລະ ໂຄງການສ້າງເຂດເສຖກິດພິເສດ ຫລາຍບ່ອນກໍກວມເອົາດິນໄຮ່ນາ ຂອງຊາວບ້ານ.

2-ປະຊາຊົນຖືກໂຍກຍ້າຍ ໃນຫລາຍພື້ນທີ່ ຍ້ອນໂຄງການພັທນາ ດັ່ງກ່າວ ຂອງຣັຖບານ ເມື່ອຖືກໂຍກຍ້າຍແລ້ວ ຂະເຈົ້າກໍໄດ້ເລີ້ມ ຕົ້ນຊິວິດ ໃຫມ່ແຮງເຮັດໃຫ້ ຂະເຈົ້າທຸກຍາກກວ່າເກົ່າ ຫລາຍແຫ່ງທີ່ປະຊາຊົນຖືກຍຶດທີ່ດິນ ກໍບໍ່ໄດ້ຄ່າຊົດເຊີຍທີ່ສົມເຫດສົມຜົລ.

3-ການຕັດໄມ້ທຳລາຍປ່າ ທີ່ເປັນແຫລ່ງອາຫານທັມມະຊາດຂອງພວກຂະເຈົ້າ ຈາກກຸ່ມຄ້າໄມ້ທ່ອນໃນລາວ ກໍບໍ່ມີການປາບປາມ ຢ່າງຈີງຈັງ ເຮັດໃຫ້ຊາວບ້ານ ຂາດບ່ອນເກັບເຄື່ອງປ່າຂອງດົງມາໃຊ້ເປັນອາຫານປະຈຳວັນຂອງພວກຂະເຈົ້າ.

4-ການຂາດງົບປະມານແລະໂຄງການພັທນາຊົນນະບົດຂອງຣັຖບານ ກໍບໍ່ມີປະສິດທິພາບແລະບໍ່ໃຫ້ຫມາກຜົລແກ່ປະຊາຊົນໃນເຂດຊົນນະບົດ ຍ້ອນວ່າ ເຈົ້າຫນ້າທີ່ຣັຖຂາດການເອົາໃຈໃສ່ແລະຂາດການບໍຣິຫານຈັດການ.

5- ໂຄງການພັທນາຊົນນະບົດຂອງຣັຖບານໃຫຍ່ໆ ດັ່ງໂຄງການທ້ອນບ້ານນ້ອຍ ເຂົ້າໃນບ້ານໃຫຍ່ ເພື່ອສະດວກ ໃນການພັທນາ ແລະການ ບໍຣິການປະຊາຊົນ ທາງດ້ານການສຶກສາ ສາທາຣະນະສຸຂແລະອື່ນໆນັ້ນ ກໍຫລົ້ມເຫລວ ຍ້ອນວ່າປະຊາຊົນສ່ວນໃຫຍ່ ບໍ່ຕ້ອງການຢາກຍ້າຍ ອອກຈາກພື້ນທີ່ ຍ້ອນຢ້ານວ່າ ເມື່ອຍ້າຍແລ້ວທາງການ ກໍບໍ່ມີເນື້ອທີ່ດິນໃຫ້ເຂົາປູກຝັງ ແລະການປະກອບອາຊີບເພດອື່ນໆ ກໍບໍ່ມີໃຫ້ຂະເຈົ້າ.

ໂຄງການຝຶກອາຊີບເຊັ່ນການຕ່ຳຜ້າໄຫມແລະປູກຜັກເພື່ອປ້ອນຕລາດຫລືການຫັຖກັມ ປະເພດຕ່າງໆ ກໍບໍ່ມີຕລາດ ຫລືຖ້າມີກໍບໍ່ມີໄດ້ ກຳໄຣ ຍ້ອນພໍ່ຄ້າຄົນກາງ ເອົາກຳໄຣຫລາຍເກີນໄປ.

ໂຄງການລ້ຽງປາກະຊັງ ໂຄງການລ້ຽງສັດກໍບໍ່ໄດ້ຜົລ ຍ້ອນຂາດການດູແລ ແລະເອົາໃຈໃສ່ແລະຂາດຕລາດ.

ໂຄງການກະເສດພັນທະ ສອງ ບວກສາມ ແຮງຮ້າຍ ປະຊາຊົນເສັຽປຽບໃຫ້ນາຍທຶນຫລາຍທີ່ສຸດ ນອກຈາກເສັຽປຽບບໍ່ມີລາຍໄດ້ແລ້ວ ຍັງເຮັດ ໃຫ້ຊາວກະສີກອນ ເປັນຫນີ້ສີນຫລາຍກວ່າເກົ່າ.

ໂຄງການຝຶກອາຊີບ ດັ່ງການປູກຢາງພາລາແລະອາຊີບອື່ນໆ ເມື່ອຝຶກມາແລ້ວ ກໍບໍ່ວຽກໃຫ້ຂະເຈົ້າເຮັດ ຊາວບ້ານສ່ວນໃຫຍ່ ເມື່ອຝຶກອາຊີບ ມາແລ້ວກໍຢູ່ຊື່ໆ ເພາະບໍ່ມີຜູ້ຈ້າງ.

ໃນແຜນການລຶບລ້າງ ບ້ານທຸກຍາກ ຂອງຣັຖບານລາວ ທາງການລາວແນ່ເປົ້າໃສ່ ການພັທນາເຂດຊົນນະບົດເປັນໃຫຍ່ ດັ່ງໂຄງການປູກພືດ ເສຖກິດ.

ໂຄງການກະເສດພັນທະ ໂຄງການຫັຖກັມ ຈັກສານ ຕ່ຳຜ້າໄຫມ ໂຄງການລ້ຽງມ້ອນໂຄງການລ້ຽງສັດແລະໂຄງການອື່ນໆແຕ່ໂຄງການເຫລົ່າ ນີ້ບໍ່ປະສົບຜົລສຳເຣັດ ຍ້ອນຂາດການເອົາໃຈໃສ່ຂອງເຈົ້າຫນ້າທີ່ຣັຖ ຂາດການບໍຣິການຈັດການ ຂາດການວາງແຜນ ແລະການຂາດ ຕລາດ. ຂາດນັກວິຊາການ ສະເພາະໃນການສິດສອນ ແລະປະຊາຊົນລາວໃນເຂດຊົນນະບົດ ສ່ວນໃຫຍ່ກໍຂາດຄວາມຮູ້ແລະຄວາມເຂົ້າໃຈ ບາງຄົນ ອ່ານຫນັງສືຫລືເວົ້າພາສາລາວ ບໍ່ໄດ້ຍ້ອນເປັນຊາວເຜົ່າ ຍາກທີ່ຈະຝຶກອົບຮົມ. ຂາດງົບປະມານໃນການດຳເນີນງານຂາດຖນົນຫົນທາງໄປມາ ຫາສູ່ແລະຂາດຕລາດ ໃນການຈຳຫນ່າຍສີນຄ້າທີ່ຂະເຈົ້າຜລິດມາ ປະຊາຊົນ ສ່ວນໃຫຍ່ຍັງຄຸ້ນເຄີຍໃນການເຮັດໄຮ່ເຮັດນາຢູ່ຈະໃຫ້ຂະເຈົ້າໄປ ເຮັດອາຊີບແນວອື່ນ ຈະບໍ່ໄດ້ຜົລ.ແລະ ງົບປະມານຈາກອົງການຕ່າງຊາດທີ່ຣັຖບານລາວໄດ້ມານັ້ນກໍບໍ່ສມ່ຳສເມີບາງປີກໍໄດ້ແລະບາງປີກໍບໍ່ໄດ້ ເຮັດໃຫ້ການດຳເນີນງານຊັກຊ້າແລະບໍ່ໄດ້ຜົລ.

ບ້ານທີ່ຖືວ່າເປັນຫມູ່ບ້ານທີ່ຫລຸດພົ້ນຈາກຄວາມທຸກຍາກນັ້ນຕ້ອງເປັນບ້ານທີ່ມີການບໍຣິການຂັ້ນພື້ນຖານດັ່ງການເຊື່ອມຕໍ່ຣະບົບຄົມມະນາຄົມ ຖນົນຫົນທາງ ການສຶກສາ ສາທາຣະນະສຸກ ຣະບົບນ້ຳສະອາດແລະມີອາຊີບໃນການລ້ຽງຄອບຄົວກຸ້ມ.

ປະຊາຊົນໃນໂຄງການບ້ານລຶບລ້າງຄວາມທຸກຍາກໃນລາວ ທ່ານນື່ງເວົ້າວ່າ ໃນຣະຍະ 2 ປີຜ່ານມາຫລັງຈາກບ້ານໄດ້ເຂົ້າຮ່ວມ ໂຄງການລຶບ ລ້າງຄວາມທຸກຍາກຂອງ ທາງການ ມີເຈົ້າຫນ້າທີ່ມາເຮັດໂຄງການພັທນາໂຄງຮ່າງພື້ນຖານຫລາຍ ໂຄງການ ແຕ່ສ່ວນຫລາຍດຳເນີນບໍ່ສຳເຣັດ ແລະບໍ່ສາມາດໃຊ້ການໄດ້. ດັ່ງທ່ານ ກ່າວວ່າ: ---ສຽງ---

ທ່ານວ່າ ດັ່ງຕົວຢ່າງ ໂຄງການນ້ຳຣີນໄດ້ເຮັດມາໄດ້ສອງປີແລ້ວ ແຕ່ການສ້າງອ່າງກໍ່ເກັບນ້ຳ ບໍ່ເຫມາະສົມເພາະສ້າງຢູ່ພື້ນທີ່ຕ່ຳແລະບໍ່ສະດວກ ໃນການຣະບາຍນ້ຳ ໃນຂນະດຽວກັນ ການຂຍາຍຕາຂ່າຍໄຟຟ້າກໍໄດ້ເລີ້ມມາໄດ້ນື່ງປີແລ້ວ ແຕ່ຍັງບໍ່ມີໄຟຟ້າໃຊ້ເລີຍ. ສອງໂຄງການດັ່ງກ່າວ ບໍ່ມີປະສິດທິພາບ ແລະອີກຫລາຍໂຄງການຊາວບ້ານບໍ່ໄດ້ຮັບຜົລປໂຍດ ສຳລັບການສ້າງຖນົນຫົນທາງເຊື່ອມຕໍ່ນັ້ນຫລາຍແຫ່ງກໍຍັງບໍ່ມີເລີຍ ຊາວບ້ານອີກທ່ານນື່ງເວົ້າວ່າ: ----ສຽງ---

ອັນນີ້ ແມ່ນຕົວຢ່າງ ສະເພາະແຕ່ໃນເຂດເມືອງນຶ່ງເທົ່ານັ້ນ ຍັງມີອີກຫລາຍເຂດຫົວເມືອງໃນໂຄງການລຶບລ້າງບ້ານທຸກຍາກໃນລາວ ຍັງຫລົ້ມ ເຫລວຢູ່.ດັ່ງນັ້ນ ແຜນການຂອງຣັຖບານທີ່ຈະລຶບລ້າງບ້ານທຸກຍາກໃນລາວໃຫ້ຫມົດໃນປີ 2020 ນັ້ນ ຈະເປັນໄປໄດ້ຍາກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org