ຄົນງານທາງຣົດໄຟບໍ່ໄດ້ ຄ່າແຮງງານ
2019.11.26
ກັມມະກອນ ລາວ 9 ຄົນ ຈາກ ແຂວງຜົ້ງສາລີ ທີ່ເຮັດວຽກໃນ ໂຄງການທາງຣົດໄຟ ລາວ-ຈີນ ຢູ່ ເມືອງຫິນເຫີບ ແຂວງວຽງຈັນ ບໍ່ໄດ້ຮັບ ຄ່າແຮງງານ ຈາກບໍຣິສັດຮັບເໝົາ ຂອງຄົນລາວ, ດັ່ງກັມມະກອນ ຜູ້ບໍ່ໄດ້ຮັບຄ່າແຮງງານ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 25 ພຶສຈິກາ ນີ້ວ່າ:
“10 ມື້ເຂົາວ່າຊິໄລ່ໃຫ້ມື້ 80 ເນ້ ລະເຂົາກໍໄລ່ໃຫ້ ໃຫ້ແຕ່ບົດບັນທຶກຫັ້ນແຫຼະ ບໍ່ໄດ້ເງິນແຫຼະ ແລ້ວນ້ອງກະອອກເມືອບ້ານຄ່າຣົດກໍບໍ່ມີຊໍ້າ ໃຫ້ພໍ່ແມ່ມາຮັບຢູ່ຄິວຣົດ ໃຫ້ເຂົາຈ່າຍຢູ່ບ້ານພີ້.”
ກັມມະກອນອີກຜູ້ນຶ່ງ ກໍເວົ້າວ່າ ເຮັດວຽກແຕ່ເຊົ້າຮອດຄໍ່າ ແຕ່ເງິນພັດບໍ່ໄດ້ ໄດ້ແຕ່ລາຍເຊັນ:
“ໄປເຊັນສັນຍາ ນໍາຕໍາຣວດຫ້ອງການກຸ່ມ ຢູ່ບ້ານຫິນເຫີບຫັ້ນ ກະສັນຍາແລ້ວ ກະຍັງບໍ່ໄດ້ ເຂົາເປັນຄົນຕັດສິນເດ້ ຈັ່ງໃດ ຄັນທາງຣົດໄຟ ພວກອັນນາຍໜ້າ ຈັ່ງໃດຄັນບໍ່ມີເງິນ ຈັ່ງໃດກະຊິເອົາເງິນໂຕເອງໃຫ້ ນັດວັນທີນີ້ ວັນທີນັ້ນ ພັດຮອດມື້ນັດໄປຫາ ຫາເຂົາຢູ່ຫ້ອງການ ກະຍັງບໍ່ໄດ້ ຍັງຄອບອີກ.”
ນອກຈາກກັມມະກອນ 9 ຄົນ ຈາກແຂວງຜົ້ງສາລີ ກັມມະກອນລາວ ສອງຄົນ ຢູ່ເມືອງຫິນເຫີບເອງ ກໍບໍ່ໄດ້ຮັບເງິນ ຄ່າແຮງງານມາເປັນ ເວລາເກືອບສອງເດືອນແລ້ວ, ດັ່ງຊາວບ້ານ ທີ່ເຫັນເຫດການ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ມີໆເດ້ ມີໆ ຂະເຈົ້າເຂົ້າມາຈົ່ມ ມາເຮັດວຽກນໍາຈີນແລ້ວບໍ່ໄດ້ເງິນ ໂຕຕ່າງແຂວງກະມີ ຕ່າງເມືອງກະມີ ບໍ່ມີອັນຈະກິນ ເບີກເງິນບໍ່ໄດ້ ຖືກກົດດັນ ຖືກໃຊ້ແຮງງານໜັກ ແລ້ວຈະກັບບ້ານ ກໍກັບບໍ່ໄດ້ ບໍ່ມີເງິນ ຢູ່ແຕ່ໃນຄວາມບັງຄັບຂອງຂະເຈົ້າຫັ່ນລະ ອັນທີ່ຕົວະຕົ້ມກັນ ຫ່ັນນະ ມັນຈະມີຄົນມາຮັບເໝົາຕໍ່ໆໄປ ລະມັນຈະມີຫົວໜ່ວຍນຶ່ງ ວ່າຮັບຜິດຊອບ ອັນນັ້ນອັນນີ້ນາ.”
ທ່ານອະທິບາຍວ່າ ສ່ວນໃຫຍ່ ບັນຫາທີ່ກັມມະກອນ ບໍ່ໄດ້ຮັບຄ່າຈ້າງ ໃນໂຄງການສ້າງທາງຣົດໄຟ ລາວ-ຈີນ ນັ້ນ ແມ່ນຍ້ອນມີຫຼາຍບໍຣິສັດ ຮັບວຽກຕໍ່ຊ້ວງກັນ ເປັນແບບວ່າ ບໍຣິສັດນີ້ບໍ່ຈ່າຍ ບໍຣິສັດໃໝ່ມາກໍບໍ່ຈ່າຍ. ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ຜແນກ ແຮງງານ ແລະສວັດດີການ ສັງຄົມ ເມືຶຶອງຫິນເຫີບ ກ່າວວ່າ ຍັງບໍ່ຮູ້ຂໍ້ມູນ ເຣື້ອງທີ່ກັມມະກອນ ຈາກ ແຂວງຜົ້ງສາລີ ບໍ່ໄດ້ຮັບຄ່າແຮງງານ ແຕ່ເຈົ້າໜ້າທີ່ ຈະລົງກວດກາ ເພີ້ມຕື່ມ.
ທ່ານກ່າວເພີ້ມວ່າທີ່ຜ່ານມາ ເຄີຍມີກັມມະກອນລາວ ມາຈາກແຂວງຫຼວງພຣະບາງ ກໍບໍ່ໄດ້ຮັບຄ່າແຮງງານປະມານ 2 ເດືອນຄືກັນແຕ່ກໍໄດ້ ແກ້ໄຂແລ້ວ, ດັ່ງທີ່ທ່ານກ່າວວ່າ:
“ແກ້ໄຂມື້ກີ້ ກໍມີກໍຣະນີນຶ່ງເນາະ ຂະເຈົ້າຢູ່ຫຼວງພຣະບາງພຸ້ນນະເນາະ ທີ່ມາອອກແຮງງານ ລະເຂົ້ານ້ໍາຊ້າມປາ ມັນຈະຂາດເນາະ ອັນເງິນ ເດືອນ ບໍ່ໄດ້ຫັ່ນນາ ນາຍຈ້າງຖືວ່າ ເປັນສອງຊ້ວງເນາະ ສ່ວນຫຼາຍເປັນທາງຣົດໄຟ.”
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີການສັງຄົມ ເຄີຍສອບຖາມ ຜູ້ຮັບເໝົາກໍ່ສ້າງ ໂຄງການທາງຣົດໄຟ ລາວ-ຈີນ ກ່ຽວກັບເຣື່ອງທີ່ ກັມມະກອນບໍ່ໄດ້ຮັບຄ່າແຮງງານ ແລະກໍໄດ້ຄໍາຕອບວ່າ ກັມມະກອນບາງຄົນ ເຮັດວຽກບໍ່ດີ ແລະ ບໍຣິສັດກໍໄດ້ຮັບເງິນຊ້າ ຈາກບໍຣິສັດໃຫຍ່ຂອງຈີນ.