ຂ.ອຸດົມໄຊຕ້ອງການຄົນງານ ຫຼາຍພັນ

ສົມເນ
2016.12.15
F-railway ເຄື່ອງຫຼັກໝາຍແລວທາງ ຣົດໄຟ ລາວ-ຈີນ ທີ່ຜ່ານຖືກດິນນາ ຂອງປະຊາຊົນ ແຂວງອຸດົມໄຊ
ພາບໂດຍ:ຂັນໄຊ/ອຸປຖັມ ຈາກ ໂທລະໂຄ່ງ

ທາງຫ້ອງການ ປົກຄອງ ແຂວງອຸດົມໃຊ ຢືນຢັນວ່າ ໂຄງການ ສ້າງທາງຣົດໄຟ ໃນສ່ວນທີ່ຜ່ານ ແຂວງອຸດົມໄຊ ຈະຕ້ອງໃຊ້ ຄົນງານ ບໍ່ ຕໍ່າກວ່າ 5 ພັນຄົນ ທັງຄົນງານລາວ ແລະ ຕ່າງປະເທດ, ຕາມຣາຍງານ ຂ່າວສານຂອງ ປະເທດລາວ.

ໃນຣາຍງານ ແຈ້ງວ່າ ເສັ້ນທາງ ຣົດໄຟ ລາວ-ຈີນ ທີ່ຜ່ານແຂວງ ອຸດົມໄຊ ມີຄວາມຍາວ ກວ່າ 126 ກິໂລແມັດ, ມີ 9 ສະຖານີ ໃນນັ້ນ 3 ສະຖານີ ໃຫ່ຽ, ແລະ 6 ສະຖານີ ນ້ອຍ, ກໍ່ສ້າງອຸມົງ 32 ຈຸດ ຍາວປະມານ 80 ກິໂລແມັດ, ສ້າງຂົວ 50 ແຫ່ງ ຍາວກວ່າ 7 ກິໂລແມັດ.

ເຈົ້າແຂວງ ແຂວງອຸດົມໄຊ ກ່າວວ່າ ທາງແຂວງ ມີສ່ວນຮັບຜິດຊອບ ໃນການກະຕຣຽມ ອາຫານ ເພື່ອມາລ້ຽງ ຄົນງານ ໂດຍຈະຊຸກຍູ້ ໃຫ້ ປະຊາຊົນ ແລະ ນັກລົງທຶນ ເປັນຜູ້ປູກຝັງ ແລະ ລ້ຽງສັດ. ຖ້າວ່າອາຫານ ບໍ່ພຽງພໍ ກັບ ຄວາມຕ້ອງການ ກໍຈະນໍາເຂົ້າ ຈາກ ຕ່າງປະເທດ.

ປັດຈຸບັນ ໄດ້ລົງໄປ ໂຄສະນາ ແລະເຜີຽແຜ່ ໃຫ້ປະຊາຊົນ ໃນ 3 ເມືອງ 40 ບ້ານ ຄືເມືອງໄຊ ເມືອງງາ ເມືອງນາໝໍ່ ເພື່ອຮັບຮູ້ ເຂົ້າໃຈ ກ່ຽວກັບ ໂຄງການ ແລະ ການກະຕຣຽມ ຕ່າງໆທີ່ ປະຊາຊົນ ສາມາດ ປະກອບສວ່ນ.

ສໍາລັບ ຄ່າຊົດເຊີຍ ໃຫ້ປະຊາຊົນ ທີ່ເສັຽທີ່ດິນ ບ້ານເຮືອນ ແລະ ເຄື່ອງປູກຝັງ ນັ້ນບໍ່ທັນມີ ຣາຍລະອຽດເທື່ອ ຈົນກວ່າ ການປັກຫຼັກໝາຍ ເສັ້ນທາງ ຈະຮຽບຮ້ອຍ ແລະ ມີຂໍ້ມູນ ຣາຍລະອຽດ ເພີ້ມເຕີມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.