ນາຍົກໄທຈະໂອ້ລົມກັບ ຈີນ ໂຄງການ ຣົດໄຟ
ນາຍົກ ຣັຖມົນຕຣີ ໄທ ຈະ ໂອ້ລົມ ກ່ຽວກັບ ໂຄງການ ຣົດໄຟ ຄວາມໄວ ສູງ ທີ່ຈະ ເຊື່ອມຕໍ່ 3 ປະເທດ ກັບ ຈີນ ເວລາ ທ່ານໄປ ຢ້ຽມຢາມ ຈີນ ເດືອນ ພຶສຈິກາ 2014 ນີ້.
-
ສິດນີ
2014-10-22 -
-
-
Your browser doesn’t support HTML5 audio
ພົລ ອາກາດ ເອກ ປຣະຈີນ ຈັນຕອງ ຣັຖມົນຕຣີ ກະຊວງ ຄົມມະນາຄົມ ກ່າວ ຫລັງຈາກ ເອກ ອັຄຣາຊທູດ ຈີນ ປະຈຳ ປະເທດໄທ ເຂົ້າພົບ ວ່າ ໄດ້ຫາລື ເຖິງການ ເຮັດ ຣາຍຣະອຽດ ຂໍ້ມູນ ແລະ ແຜນການ ຮ່ວມມື ພັທນາ ໂຄງຮ່າງ ພື້ນຖານ ຮ່ວມກັນ ເພື່ອ ມອບໃຫ້ ນາຍພົລ ປຣະຢຸດ ຈັນໂອຊາ ນາຍົກ ຣັຖມົນຕຣີ ໄທ ນຳໄປ ຫາຣື ກັບ ນາຍົກ ຣັຖມົນຕຣີ ຈີນ ໃນການ ຢ້ຽມຢາມ ຈີນ ຂອງທ່ານ ໃນ ເດືອນ ພຶສຈິກາ ປີ ນີ້.
ເຣື້ອງ ທີ່ສຳຄັນ ໃນການ ປຶກສາ ຫາລືກັນ ກໍຄື ການ ເຊື່ອມຕໍ່ ເສັ້ນທາງ ຣົຖໄຟ ຄວາມໄວສູງ 160 ກິໂລແມັດ ຕໍ່ ຊົ່ວໂມງ ເຊື່ອມຕໍ່ ສາມ ປະເທດ ຈີນ ລາວ ແລະ ໄທ ຮ່ວມທັງ ການສຶກສາ ເຣື້ອງການ ຊຳຣະໜີ້ ການກໍ່ສ້າງ ໃນ ຮູບເງິນສົດ ຫລື ໃຊ້ສີນຄ້າ ກະເສດ ແລກປ່ຽນ ໂດຍໃຫ້ ຈັດຕັ້ງ ຄນະທຳງານ ສຶກສາ ຣາຍຣະອຽດ ຮ່ວມກັນ.
ໃນການ ປະຊຸມ ສຸດຍອດ ຜູ້ນຳ ເອເຊັຽ ຢູໂຣບ ທີ່ ປະເທດ ອິ່ຕາລີ ນາຍົກ ຣັຖມົນຕຣີ ໄທ ກໍໄດ້ ພົບປະກັບ ຜູ້ນຳ ຈີນ ແລະ ໄດ້ຫາຣື ການຮ່ວມມື ໃນ ອະນາຄົດ ທີ່ ຮ່ວມດ້ວຍ ການສ້າງ ໂຄງຮ່າງ ພື້ນຖານ ແລະ ຣົຖໄຟ ທາງຄູ່ ຊື່ງຫລັງຈາກ ນາຍົກ ຣັຖມົນຕຣີ ກັບມາ ກໍໄດ້ ມອບໝາຍ ໜ້າທີ່ ໃຫ້ ກະຊວງ ຄົມມະນາຄົມ ເຮັດ ຣາຍຣະອຽດ ສົ່ງໃຫ້ ທ່ານ ແລະ ພົລເອກ ປຣະວິດ ວົງສຸວັນ ຮອງ ນາຍົກ ກ່ອນ ຈະນຳໄປ ເຈຣະຈາ ກັບ ຈີນ ໃນ ເດືອນ ພຶສຈິກາ ປີ ນີ້.