ຂ.ຫຼວງນໍ້າທາຫາລືຄ່າ ຊົດເຊີຍ

ໄມຊູລີ
2017.09.12
f-railway ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ເຂດບ້ານ ນາເຕີຍ ແຂວງ ຫລວງນໍ້າທາ
RFA

ແຂວງຫຼວງນໍ້າທາ ກໍາລັງປະຊຸມຫາລືກັນ ເພື່ອຫາທາງຊົດເຊີຍ ຄ່າເສັຽຫາຍໃຫ້ແກ່ຜູ້ໄດ້ຮັບ ຜົນກະທົບຈາກໂຄງການ ສ້າງທາງຣົຖໄຟ ລາວ-ຈີນ. ການປະຊຸມ ເບື້ອງຕົ້ນນີ້ແມ່ນ ຂັ້ນຕອນ ຄິດໄລ່ຫົວໜ່ວຍ ຄ່າເສັຍຫາຍ ຈາກນັ້ນ ຈີ່ງຈະນໍາສເນີ ສະພາທ້ອງຖິ່ນ ເພື່ອພິຈາ -ຣະນາ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ໂຄງການ ສ້າງທາງຣົຖໄຟ ທ່ານນຶ່ງກ່າວ ໃນວັນທີ່ 11 ກັນຍາ ນີ້ວ່າ:

“ຍັງບໍ່ທັນໄດ້ອັນນີ້ນະ ກໍາລັງສ້າງຣາຄາຫົວໜ່ວຍ ກຽມຊິເອົາ ຜ່ານສະພາທ້ອງຖີ່ນນີ້ເດ ກໍາລັງຈັດເກັບ ຂໍ້ມູນເພີ້ມກໍາລັງປັກ ແລວທາງ ໂຕທາງຣົຖ ນີ້ນະ ພະນັກງານເຮົາ ຈໍານວນນື່ງ ກໍອອກໄປປະຈໍາ ເກັບກໍາຂໍ້ມູນ ຍັງບໍ່ທັນໄດ້ຊົດເຊີຍ ເທື່ອເດີ”.

ເຖິງຢ່າງໃດກໍຕາມ ໃນດ້ານປະຊາຊົນ ຫຼາຍຄອບຄົວທີ່ຖືກຍົກຍ້າຍ ແລະເສັຍທີ່ດິນ ຂອງເຂົາເຈົ້າໃຫ້ໂຄງການ ຣົຖໄຟລາວ-ຈີນ ເວົ້າວ່າ ຢາກໃຫ້ ການຊົດເຊີຍ ສໍາເຣັດ ພາຍໃນປີ ນີ້ ເພື່ອໃຫ້ທຸກຄົນສາມາດ ວາງແຜນ ຊີວິດຄອບຄົວ ຖ້າຍິ່ງລ່າຊ້າ ປະຊາຊົນ ຍິ່ງທຸກຍາກ ຫລາຍຂື້ນ. ດັ່ງເຈົ້າໜ້າທີ່ ທ້ອງຖີ່ນ ທ່ານນື່ງກ່າວວ່າ:

“ກໍຢາກໃຫ້ມັນໄດ້ປີນີ້ຫັ້ນລະ ຜູ້ເຮັດກໍເຮັດໄປ ຄືຄິດຫລະດູ ຈຸຈີນເຂົາເຈົ້າ ເອົາມາເຂົ້າມ່ອງແລ້ວເດ ຊົດເຊີຍແນວໃດ ກໍຍັງບໍ່ຮູ້ຄືເກົ່າຢູ່ ເພີ່ນກໍເວົ້າໃຫ້ລໍຖ້າ ດຽວນີ້ກໍຍັງ ຄົ້ນຄວ້າກັນຢູ່ ບໍ່ທັນສົ່ງຂ່າວໃຫ້ຮູ້ເທື່ອ”.

ໜັງສືພິມທາງການລາວ ຣາຍງານວ່າ ເມື່ອສັປດາຜ່ານມານີ້ ທ່ານ ບຸນຈັນ ສິນທະວົງ ຣັຖມົນຕຣີ ວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ, ອໍານາດ ການປົກຄອງ ແຂວງ ຫລວງນໍ້າທາ ແລະ ຜູ້ພັທນາໂຄງການ ໄດ້ຮ່ວມກັນຫາລື ກ່ຽວກັບ ວຽກງານໄກ່ເກັ່ຍ ສີ່ງກິດກັ້ນ ໂຄງການ ສ້າງທາງຣົຖໄຟ ລາວ-ຈີນ ໃນນັ້ນ ຮວມທັງ ເນື້ອທີ່ ສວນຢາງພາຣາ ຂອງປະຊາຊົນ ຢູ່ບ້ານນາເຕີຍ ສອງຄອບຄົວ ໃນເນື້ອທີ່ 1 ປາຍເຮັກຕ່າ ແລະຕຽມສຶບຕໍ່ ໄກ່ເກັ່ຍ ຈຸດທີ່ຈະສ້າງ ສະຖານີ ໄຟຟ້າ ເພື່ອສນອງໄຟຟ້າ ແກ່ໂຄງການ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.