ທາງຣົດໄຟໃກ້ໂຮງຮຽນ

ມະນີຈັນ
2017.05.13
f-railroad ອຸປກອນເຄື່ອງຈັກ ທີ່ນໍາເຂົ້າມາຈາກຈີນ ເພື່ອວຽກງານກໍ່ສ້າງ ທາງຣົດໄຟ ລາວ-ຈີນ ທີ່ເລີ້ມຈາກ ແຂວງຫຼວງນໍ້າທາ
RFA/NY

ໂຮງຮຽນມັທຍົມສົມບູນ ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ອາຈໄດ້ຮັບຜົລກະທົບ ຈາກການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ໃນມໍ່ໆນີ້ ຫາກທາງການ ຍັງບໍ່ເລັ່ງ ຍົກຍ້າຍ ໂຮງຮຽນ ໄປຢູ່ບ່ອນໃໝ່.

ທຸກມື້ນີ້ ການເຈາະອຸໂມງ ແລະ ສ້າງທາງຣົດໄຟ ຢູ່ເມືອງໄຊ ກໍເຂົ້າມາໃກ້ໂຮງຮຽນ ຂຶ້ນເລື້ອຍໆ ເຮັດໃຫ້ຄຣູ ພາກັນກັງວົນ, ດັ່ງນາຍຄຣູ ທ່ານນຶ່ງ ກ່າວຕໍ່ RFA ໃນວັນທີ 11 ພຶສພາ ນີ້ວ່າ:

"ກັງວົນຄືວ່າ ດຽວນີ້ມັນກະທ້າຍສົກຮຽນແລ້ວ ສົມມຸດວ່າ ປີໜ້າ ກະສິເຂົ້າຮຽນໃໝ່ ຫັ້ນນະ ບາດນີ້ກະສິຍັງແມ່ນ ໂຮງຮຽນເກົ່າ ບາດນີ້ ມາເບິ່ງ ການກໍ່ສ້າງ ຊຸມທາງຣົດໄຟນີ້ ບາງບ່ອນເຂົາກະເລີ່ມ ເຈາະອຸໂມງ ເຈາະນັ້ນແລ້ວ ບາດນີ້ໂຮງຮຽນ ມັນກະບໍ່ໄດ້ ເຮັດຫຍັງເທື່ອ ກະຍາກ ເປັນຫ່ວງທາງນັກຮຽນ ຫັ້ນແຫລະ".

ທ່ານກ່າວຕື່ມວ່າ ຫາກໂຄງການ ສ້າງທາງຣົດໄຟ ມາໃກ້ໂຮງຮຽນ ຄິດວ່າຂີ້ໄງ່ ແລະສຽງດັງ ຈາກການກໍ່ສ້າງຈະເຮັດໃຫ້ ນັກຮຽນບໍ່ມີ ສະມາທິ ຮຽນໜັງສື ແລະນັກຮຽນ ກໍຈະສົນໃຈເບິ່ງ ການກໍ່ສ້າງ ຫລາຍກວ່າສົນໃຈຮຽນ. ຕໍ່ບັນຫານີ້ ທາງພໍ່ແມ່ຜູ້ປົກຄອງ ກໍມີຄວາມກັງວົນນໍາ ເຊັ່ນດຽວກັນ ຈຶ່ງຢາກໃຫ້ເລັ່ງ ຍົກຍ້າຍໂຮງຮຽນ ໄປສ້າງ ຢູ່ບ່ອນໃໝ່.

ໃນແຜນການທີ່ທາງໂຮງຮຽນ ໄດ້ສເນີໄປຍັງ ທາງການແຂວງ ເພື່ອຂໍງົບປະມານ 50 ຕື້ກີບ ສໍາລັບສ້າງໂຮງຮຽນໃໝ່ນັ້ນ ກໍຍັງບໍ່ໄດ້ຮັບ ຄໍາຕອບ.

ກ່ຽວກັບເຣື່ອງນີ້ RFA ກໍໄດ້ຕິດຕໍ່ ໄປຍັງຜແນກ ໂຍທາທິການແລະຂົນສົ່ງ ແຂວງອຸດົມໄຊ ແຕ່ກໍບໍ່ມີໃຜ ໃຫ້ຂໍ້ມູນໄດ້.

ໂຮງຮຽນມັທຍົມສົມບູນ ບ້ານຫ້ວຍຂຸມ ມີນັກຮຽນ ປະມານ 1 ພັນຄົນ ຊຶ່ງໂຮງຮຽນນີ້ ຈະຖືກທາງຣົດໄຟ ຕັດຜ່ານ ຈຶ່ງຕ້ອງຍ້າຍໄປສ້າງ ຢູ່ບ່ອນໃໝ່ ແລະ ໂຮງຮຽນນີ້ ຈະຖຶືກມ້າງໄດ້ ກໍຕໍ່ເມື່ອ ໂຮງຮຽນ ແຫ່ງໃໝ່ ຕ້ອງສ້າງໃຫ້ແລ້ວກ່ອນ ເທົ່ານັ້ນ ເພື່ອບໍ່ໃຫ້ນັກຮຽນ ຂາດ ການຮຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.