ຣົດໄຟລາວຈີນເລີ້ມສ້າງເຮືອນ ຄົນງານ

ຈໍາປາທອງ
2016.12.14
F-railway ຫຼັກເຄື່ອງໝາຍ ຂອງເສັ້ນທາງຣົດໄຟ ລາວ-ຈີນ ຈະຜ່ານ
RFA/LX

ໂຄງການທາງຣົດໄຟ ລາວ-ຈີນ ເລີ້ມລົງມືສ້າງ ເຮືອນພັກ ຂອງຄົນງານຢູ່ ແຂວງຫຼວງນ້ຳທາ ຜ່ານເຂດປ່າຊ້າ ບ່ອນທີ່ ຊາວບ້ານນາເຕີຍ ເມືອງ ແລະ ແຂວງຫຼວງນ້ຳທາ ໃຊ້ເຮັດພິທີ ຊາປະນະກິດສົບ ແຕ່ໃດມາ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ເມືອງຫຼວງນໍ້າທາ ຕໍ່ RFA ໃນ ວັນທີ 14 ທັນວາ:

"ເຂົາມາຕັ້ງແຄັມ ຢູ່ຍ່ອນດິນເປົ່າຫວ່າງ ມັນຕິດກັບປ່າຊ້າ ຫັ້ນແຫຼະ ບໍຣິສັດຂະເຈົ້າ ລົງມາດຸດ ປັບບ່ອນ ສະຖານີ ມັນຫັ້ນ ກະສິຕັ້ງແຄັມ ເອົາກັມມະກອນມາຢູ່ ແລ້ວກະຈະລາກ ວັດຖຸອຸປກອນ ມາປະຢູ່ຫັ້ນ ເບື້ອງຣັຖເຮົາ ຈະກໍານົດໃຫ້ຂະເຈົ້າ ເລີ່ມເປີດມື້ໃດ ກະຍັງບໍ່ທັນຮູ້".

ທ່ານເວົ້າວ່າບໍ່ຮູ້ແນ່ ວ່າຄ້າຍຄົນງານ ນັ້ນໃຫຍ່ຂນາດໃດ ແລະ ຈະໃຊ້ເວລາ ສ້າງຈັກມື້, ແລະວ່າ ມາຮອດມື້ນີ້ ຄົນງານຈີນ ຍັງບໍ່ທັນມາ ມີແຕ່ ເຈົ້າໜ້າທີ່ ວິຊາການ ເຂົ້າມາສໍາຣວດ ແລະ ວາງແລວທາງ ຣົດໄຟ ແລະ ຄນະກັມການ ໄກ່ເກັ່ຽ ກໍກໍາລັງ ໄກ່ເກັ່ຽກັບ ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ໃນເຣຶ່ອງທີ່ດິນ ທໍາກິນ ແລະ ບ່ອນຢູ່ ອາໃສ.

ທ່ານກ່າວຕື່ມວ່າ ໃນອີກບໍ່ດົນ ຈະເລີ້ມດຸດທາງ ໃນເຂດປ່າຊ້າ ຊຶ່ງຈະຕ້ອງ ໄດ້ຍ້າຍປ່າຊ້າ ໄປຢູ່ບ່ອນໃໝ່ ແຕ່ກໍຈະ ບໍ່ມີບັນຫາຫຍັງ ຕາມມາ ຍ້ອນໄດ້ວາງແຜນ ເຮັດຕາມ ຂັ້ນຕອນແລ້ວ.

ກ່ອນໜ້ານີ້ ປະຊາຊົນ ໃນເຂດບໍ່ເຕັນ ເວົ້າກັບ RFA ວ່າຫລັງຈາກ ຊາວບ້ານຮູ້ຂ່າວວ່າ ທາງໂຄງການ ຈະດຸດປ່າຊ້າ ກໍພາກັນຢ້ານກົວ ເພາະຜູ້ຄົນ ໃນທ້ອງຖິ່ນ ນັ້ນເຊື່ອວ່າ ຖ້າລົບກວນ ປ່າຊ້າ ອາຈເຮັດໃຫ້ ມີເຫດຮ້າຍ ຕາມມາ, ອາຈມີຜີສາງ ຫລືວິນຍານ ຂອງຜູ້ເສັຽຊີວິດ ອອກມາ ອາລະວາດ ເອົາຊີວິດ ຄົນໄປ ດັ່ງທີ່ເຄີຍ ມີມາແລ້ວ ຢູ່ເມືອງນາໝໍ້ ແຂວງ ອຸດົມໄຊ. ດັ່ງນັ້ນ ກ່ອນຈະດຸດ ປ່າຊ້າ ຕ້ອງໄດ້ຈັດ ພິທີ ທາງສາສນາ ກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.