ຂ.ຫຼວງນ້ຳທາເຣື້ອງຣົດໄຟຍັງ ມິດຢູ່

ຊາວ ຫລວງນ້ຳທາ ເວົ້າວ່າ ໂຄງການ ຣົດໄຟ ລາວ-ຈີນ ຍັງບໍ່ມີ ການ ເໜັງຕີງ ຫຼື ສຳຫຣວດ ພື້ນທີ່.

ເສັ້ນທາງຣົຖໄຟ ຈາກພາກໃຕ້ຂອງຈີນ ເຂົ້າເຖິງວຽງຈັນ ແລະໂຄງການນີ້ ຈະເຊື່ອມຕໍ່ ເຖິງບາງກອກ ປະເທດໄທ RFA/Minh-Ha Le

 

ຊາວແຂວງ ຫລວງນ້ຳທາ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ໂຄງການ ຣົດໄຟ ຄວາມໄວສູງ ລາວ-ຈີນ ມູນຄ່າ ປະມານ 7 ຕື້ ໂດລາ ສະຫະຣັຖ ຍັງບໍ່ທັນ ມີການ ປັກຫຼັກ ພື້ນທີ່ ເສັ້ນທາງ ການກໍ່ສ້າງ ເທື່ອ. ທີ່ຜ່ານມາ ເຈົ້າໜ້າທີ່ ກ່ຽວຂ້ອງ ກໍໄດ້ຍິນ ພຽງແຕ່ ຄົນເວົ້າ ກັນຊື່ໆ. ດັ່ງທ່ານ ກ່າວວ່າ:

"ຢູ່ແຂວງ ຫລວງນ້ຳທາ ຍັງບໍ່ທັນ ເຮັດຫຍັງ ເທື່ອເດ ຍິນຂ່າວຢູ່ ວ່າຈະເຮັດ ແຕ່ວ່າກະ ບໍ່ເຮັດຫຍັງ ເທື່ອນະ".

ຕາມເສັ້ນທາງ ຕ່າງໆ ທັງ ໃນເມືອງ ແລະ ນອກເມືອງ ຍັງບໍ່ທັນ ມີການ ປັກຫລັກ ໝາຍທາງ ທີ່ ຈະສ້າງເທື່ອ ແລະ ປະຊາຊົນ ສ່ວນຫລາຍ ກໍຍັງ ບໍ່ທັນ ຮູ້ວ່າ ເສັ້ນທາງ ຣົດໄຟ ຈະຕັດຜ່ານ ບ່ອນໃດ ຊຶ່ງ ທາງການ ກໍຍັງບໍ່ ທັນມີການ ແຈ້ງໃຫ້ ປະຊາຊົນ ໄດ້ຮູ້ເທື່ອ.

ເຖີງຢ່າງໃດ ກໍຕາມ ກ່ອນໜ້ານີ້ ຢູ່ ນະຄອນ ຫລວງ ວຽງຈັນ ກໍເລີ້ມ ປັກຫລັກ ໝາຍ ເສັ້ນທາງ ທີ່ ຈະສ້າງແລ້ວ ຢູ່ເຂດບ້ານ ນາທົ່ມ ບ້ານ ໜອງວຽງຄຳ ບ້ານ ດອນໜູນ ເມືອງ ໄຊທານີ.

ແຕ່ໃນ ແຂວງ ຫລວງນ້ຳທາ ທີ່ເປັນ ແຂວງ ເຊື່ອມຕໍ່ ເສັ້ນທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ຍັງບໍ່ທັນ ມີການ ສຳຫຣວດ ພື້ນທີ່. ອີງຕາມ ກະແສຂ່າວ ໃນ ທ້ອງຖິ່ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org