ທາງຣົຖໄຟ ສວັນນະເຂດ-ລາວບາວ
2013.01.22

ເຈົ້າຫນ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສປປລາວ ກ່າວວ່າ ບໍຣິສັດ Giant Consolidated ຂອງ ມາເລເຊັຽ ຊຶ່ງເປັນຜູ້ລົງທຶນ ໃນໂຄງການ ຣົຖໄຟ ລາວ-ວຽດນາມ ທີ່ ແຂວງສວັນນະເຂດ ໃນປັດຈຸບັນ ເລີ້ມລົງມື ສຳຣວດ ພື້ນທີ່ ສໍາລັບ ໂຄງການດັ່ງກ່າວ ຢ່າງເປັນທາງການ. ດ່ັງທ່ານກ່າວ ໃນຕອນນຶ່ງວ່າ:
"ສຳຣວດ ໃຊ້ເວລາສຳຣວດ ອອກແບບ ສາມເດືອນ ຈາກນັ້ນກໍຊີ່ ສເນີຣັຖບານ ກໍຊີ່ລົງໄປ ເອົາຂໍ້ມູນນຳ ແຕ່ລະເມືອງ ທີ່ວ່າທາງຣົຖໄຟ ຜ່ານຫັ້ນແຫລະ ຜ່ານທົ່ງນາແດ່ ຜ່ານປ່າໂຄກແດ່".
ທ່ານກ່າວ ຕໍ່ໄປວ່າ ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ລາຍລະອຽດ ເທື່ອວ່າ ເສັ້ນທາງຣົຖໄຟ ລາວ-ວຽດນາມ ທີ່ມີຣະຍະ ທາງຍາວປະມານ 220 ກິໂລແມັດ ຈາກເມືອງໄກສອນ ພົມວິຫານ ຫາດ່ານລາວບາວ ນັ້ນຈະຜ່ານ ເມືອງໃດແດ່ ມີແຕ່ຮູ້ວ່າ ທາງບໍຣິສັດ ຈະພຍາຍາມ ໃຫ້ຖືກດິນ ປະຊາຊົນ ຫນ້ອຍທີ່ສຸດ ເພື່ອບໍ່ໃຫ້ສ້າງ ຄວາມເສັຽຫາຍ ແກ່ຊາວບ້ານ ແລະ ໃນການເສັຽຄ່າ ຊົດເຊີຍ. ທ່ານກ່າວເພີ້ມວ່າ:
"ຍ້າຍບ້ານ ບໍ່ມີດອກ ມີແຕ່່ຊີ່ແຕະຕ້ອງ ໄຮ່ນາ ແຕະຕ້ອງ ບາງສ່ວນໃດ ສ່ວນນື່ງຊື່ໆ ເພາະວ່າຂະເຈົ້າ ພຍາຍາມ ຈະຫລີກບ້ານ ຂະເຈົ້າກໍຊີ່ ລົງໄປສຶກສາ ແລ້ວຂະເຈົ້າ ຊີ່ຂື້ນແຜນ ຊົດເຊີຍ ຫັ້ນແຫລະ".
ທ່ານວ່າ ໃນປັດຈຸບັນ ທາງບໍຣິສັດ ບໍ່ທັນຂື້ນແຜນ ຈ່າຍຄ່າຊົດເຊີຍ ຍັງລໍຖ້າ ການສຳຣວດສີ້ນສຸດ ກ່ອນໃນຣະຍະ ສາມເດືອນ ຈື່ງຈະສາມາດ ເວົ້າໄດ້ວ່າຈະຖືກ ດິນຊາວບ້ານ ຫລາຍປານໃດ. ເຖິງຢ່າງໃດກໍຕາມ ທ່ານວ່າ ການໃຫ້ຄ່າ ຊົດເຊີຍ ແກ່ຊາວບ້ານນັ້ນ ຈະຍຸຕິທັມ ແນ່ນອນ.
ເສັ້ນທາງຣົຖໄຟ ລາວ-ວຽດນາມ ຊື່ງບໍຣິສັດ ມາເລເຊັຽ ລົງທືນສ້າງ ເຖິງ 5 ຕື້ ໂດລາ ຄາດວ່າ ຈະໃຊ້ເປັນທາງ ຂົນສົ່ງສິນຄ້າ ຕາມແຣວເສຖກິດ ຕາເວັນອອກ ຕາເວັນຕົກ ຣະຫວ່າງ ລາວ ໄທ ແລະ ວຽດນາມ.