ຊາວບ້ານຮຽກຮ້ອງຂໍຄ່າ ຊົດເຊີຍ

ສິດນີ
2017.01.15
F-Laos-China-train ໂຄງການຮ່ວມທຶນຣົດໄຟ ລາວ-ຈີນ
RFA

ປະຊາຊົນ ຫຼາຍຄອບຄົວ ທີ່ແຂວງ ຫຼວງນ້ຳທາ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກ ໂຄງການ ຣົດໄຟ ລາວ-ຈີນ ຮຽກຮ້ອງໃຫ້ ຄນະກັມມະການ ໂຄງການ ຣົດໄຟ ເລັ່ງລັດ ໃຫ້ຄ່າຊົດເຊີຍ ແກ່ຊາວບ້ານ ເພື່ອໃຫ້ ຂະເຈົ້າ ຈະມີຄວາມອຸ່ນໃຈ ໃນການໂຍກຍ້າຍ ຍ້ອນວ່າ ໃນເວລານີ້ ການໃຫ້ ຄ່າຊົດເຊີຍ ແກ່ຊາວບ້ານ ນັ້ນຊັກຊ້າຫຼາຍ. ດັ່ງ ເຈົ້າຫນ້າທີ່ ເມືອງ ຫຼວງນ້ຳທາ ທ່ານນື່ງກ່າວ ໃນວັນທີ 12 ມົກຣາ ນີ້ວ່າ:

"ກະຢ່າງວ່າ ຄັນວ່າຫລ້າຊ້າ ກະຊິເຮັດແນວໃດ ຈີນຂະເຈົ້າ ເຂົ້າມາກ່ອນ ແລ້ວເດ ເຮົາກະຄິດ ຍາກຢູ່ວ່າ ຊິເຮັດແນວໃດ ເບື້ອງລັດ ເຮົາກະຍັງ ຊັກຊ້າຢູ່ ການແກ້ໄຂ ໄກ່ເກັຽຫັ້ນ ຄນະກັມມະການ ຂະເຈົ້າ ແຕ່ງຕັ້ງ ຢູ່ເມືອງ ຢູ່ແຂວງ ບໍ່ທັນມາ ສົມທົບ".

ທ່ານກ່າວຕື່ມວ່າ ທຸກມື້ນີ້ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ດັ່ງກ່າວ ມີຄວາມກັງວົນ ເພາະຫຼາຍຄົນ ຍັງບໍ່ແນ່ວ່າ ຈະໄດ້ ຄ່າຊົດເຊີຍ ຫຼາຍປານໃດ ຖ້າຫາກ ພວກຂະເຈົ້າ ໄດ້ເງີນໄວ ກໍຈະສາມາດ ໄປຕັ້ງຖີ່ນຖານ ສ້າງຊີວິດ ໃນບ່ອນໃຫມ່ ໄດ້ໄວຂ໋ຶ້ນ ແຕ່ຖ້າຫາກ ຍັງຫລ້າຊ້າ ຄືໃນ ປັດຈຸບັນ ກໍຈະເຮັດໃຫ້ ພວກຂະເຈົ້າ ລຳບາກ.

ທ່ານວ່າ ໃນຂນະທີ່ ການຈ່າຍຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ຍັງຫລ້າຊ້າ ແຕ່ການກະຕຽມ ການສ້າງທາງ ຣົດໄຟ ກໍມີຄວາມ ຄືບຫນ້າໄວ ຂຶ້ນ ໃນແຕ່ລະມື້. ຖ້າມີການ ໃຫ້ໂຍກຍ້າຍ ຂະເຈົ້າ ຈະເອົາມາເງິນ ຈາກໃສ.

ເຈົ້າຫນ້າທີ່ ຫ້ອງການ ປົກຄອງແຂວງ ຫຼວງນ້ຳທາ ເວົ້າວ່າ ການໃຫ້ ຄ່າຊົດເຊີຍ ແກ່ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ຣົດໄຟ ລາວ-ຈີນ ເປັນຫນ້າທີ່ ຂອງ ຂັ້ນສູນກາງ ເປັນຜູ້ ພິຈາຣະນາ ໃຫ້ມີ ຄວາມສເມີພາບກັນ ດັ່ງນັ້ນ ອຳນາດ ການປົກຄອງ ທ້ອງຖິ່ນ ຈື່ງບໍ່ສາມາດ ເຮັດໄດ້ ຕ້ອງໄດ້ລໍຖ້າ ຄຳສັ່ງຈາກ ຂັ້ນເທິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.