ລາວປະຊຸມແຜນໂຄງການທາງ ຣົດໄຟ
2015.03.12
ຫ້ອງການ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໄດ້ ອອກ ແຈ້ງການ ໃຫ້ກົມ ຂົວ-ທາງ ກົມ ຂົນສົ່ງ ກົມ ທາງຣົດໄຟ ແລະ ໂຄງການ ຣົດໄຟ ຄວາມໄວ ສູງ ລາວ-ຈີນ ຄົ້ນຄວ້າ ແລະ ຣາຍງານ ກ່ຽວກັບ ຄຳຖາມ ຂອງ ກະຊວງ ຄົມມະນາຄົມ ແຫ່ງ ຣາຊອານາຈັກ ໄທ ທີ່ ໄດ້ຖາມ ທາງການ ລາວ ໃນວ່າງ ຫລັງໆ ມານີ້. ຫລັງຈາກ ນັ້ນ ກໍສົ່ງ ຂໍ້ມູນ ໃຫ້ ຫ້ອງການ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ເພື່ອ ຣາຍງານ ໃຫ້ ຄນະນຳ ຂອງກະຊວງ. ຂໍ້ ຂ້ອງໃຈ ທີ່ ທາງການ ໄທ ໄດ້ຖາມ ທາງການ ລາວ ມີຄື:
1. ປັດຈຸບັນ ສປປລາວ ມີແຜນ ແນວໃດ ກ່ຽວກັບ ໂຄງການ ສ້າງ ຂົວ ມິຕພາບ ລາວ-ໄທ ແຫ່ງທີ 5 ທີ່ ແຂວງ ບຶງການ ຣະຫວ່າງ ແຂວງ ບໍຣິຄຳໄຊ ຂອງລາວ ຖ້າ ມີການ ສ້າງ ເສັ້ນທາງ ຣົດໄຟ ຄວາມ ໄວສຸງ?
2. ປັດຈຸບັນ ໂຄງຮ່າງ ຣົດໄຟ ສາຍຄູ່ ແບບ ມາຕຖານ ໃນ ສປປລາວ ມີ ຄວາມຍາວ ໂດຍຮວມ ເທົ່າໃດ ຮວມທັງ ມີ ແຜນງານ ໂຄງການ ທີ່ ຈະເຊື່ອມຕໍ່ ເຄືອຂ່າຍ ກັບ ປະເທດໄທ ຫລືບໍ່ ແລະ ຖ້າມີ ຈະ ດຳເນີນ ການ ຢ່າງໃດ?
3. ໃນການ ເຈຣະຈາ ເຣື້ອງ ການ ຂົນສົ່ງ ສິນຄ້າ ຣະຫວ່າງ 3 ປະເທດ ຄື ປະເທດ ໄທ ສປປລາວ ແລະ ວຽດນາມ ທາງການ ລາວ ມີຄວາມ ຄາດຫວັງ ແລະ ຕ້ອງການ ຫຍັງແດ່? ເພື່ອໃຫ້ ການ ເຈຣະຈາ ດັ່ງກ່າວ ລຸລ່ວງ ໄປ ດ້ວຍດີ?
4. ປັດຈຸບັນ ດ່ານ ຊາຍແດນ ລາວ-ໄທ ທີ່ ສຳຄັນ ມີ ຈັກດ່ານ ແລະ ສປປລາວ ຕ້ອງການ ເຊື່ອມຕໍ່ ກັບ ປະເທດໄທ ໃນ ດ່ານໃດ ແລະ ເປັນ ດ້ວຍເຫດໃດ ຈຶ່ງ ຢາກເຊື່ອມຕໍ່ ໃນ ເຂດ ດັ່ງກ່າວ?
ທັງຫມົດ ນີ້ ແມ່ນ ຄຳຖາມ ຂອງ ທາງການ ໄທ ຕໍ່ ທາງການ ລາວ ຍ້ອນ ຣັຖບານ ໄທ ຍັງ ບໍ່ແນ່ໃຈ ວ່າ ສປປລາວ ຈະສ້າງ ເສັ້ນ ທາງ ຣົດໄຟ ຄວາມໄວສູງ ຫລືບໍ່.