ລາວ-ໄທຫາລືໂຄງການທາງ ຣົດໄຟ

ໄມຊູລີ
2015.02.03
F-image ລາວ-ໄທ ຫາລືໂຄງການທາງ ຣົດໄຟ
RFA

ພົນເອກ ປຣະຈີີນ ຈັນຕອງ ຣັຖມົນຕຣີ ກະຊວງ ຄົມມະນາຄົມ ຂອງໄທ ເປິດເຜີຍ ວ່າ ຣະຫວ່າງ ວັນທີ 1 ຫາ 3 ກຸມພາ ນີ້ ໄທ ແລະ ລາວ ໄດ້ ຮ່ວມກັນ ປຶກສາ ຫາລື ກ່ຽວກັບ ໂຄງການ ພັທນາ ທາງ ຣົດໄຟ ຂັ້ນ ມາຕຖານ ທີ່ ຣັຖບານ ຈີນ ແລະ ໄທ ຈະ ຮ່ວມກັນ ລົງທຶນ ຈາກ ຄຸນໝີງ ຫາ ວຽງຈັນ ຕໍ່ກັບ ລາງ ຣົຖໄຟ ຂນາດ ກວ້າງ 1 ແມັດ ກັບ 435 ມິລລີແມັດ ຂອງໄທ ແຂວງ ໜອງຄາຍ ທີ່ ຈະສ້າງ ໃນ ເສັ້ນທາງ ໜອງຄາຍ ນະຄອນ ຣາຊສີມາ ແກ່ງຄອຍ ມາດຕາພຸດ ແລະ ແກ່ງຄອຍ ກຸງເທບ ຮວມ ໄລຍະ ທາງ 875 ກິໂລແມັດ.

ພົລເອກ ປຣະຈີນ ຈັນຕອງ ເວົ້າວ່າ ການໄປ ຫາລືກັນ ເທື່ອນີ້ ກໍເພື່ອ ໃຫ້ ປະໂຫຍດ ແກ່ 2 ປະເທດ  ສອດຂ່ອງ ກັນ ຕາມທີ່ ທາງການໄທ ຄາດຫວັງ ໄວ້ ຄື ເຊື່ອມຕໍ່ ຈາກ ຄຸນໝິງ ວຽງຈັນ ໜອງຄາຍ ກຸງເທບ ຈະ ເຮັດໃຫ້ ປະໂຫຍດ ລາວ-ໄທ ມີຄວາມ ສົມບູນ ຫລາຍຂື້ນ ແລະ ເຊື່ອມຕໍ່ ກັບຈີນ ໃນ ການເດີນທາງ ດ້ວຍ ຣົຖໄຟ ຄວາມ ໄວສູງ 160 ຫາ 180 ກິໂລແມັດ ຕໍ່ຊົ່ວ ໂມງ.

ທ່ານວ່າ ຫາກ ໂຄງການ ນີ້ ສ້າງ ສໍາເຣັດ ລົງ ຈະເປັນ ແບບຢ່າງ ໃຫ້ ບັນດາ ປະເທດ ໃກ້ຄຽງ ທີ່ຍັງໃຊ້ ຣົຖໄຟ ຣາງ 1 ແມັດ ຢູ່ ເຊັ່ນ: ວຽດນາມ , ກໍາພູຊາ, ມາເລເຊັຽ. ສໍາລັບ ຄວາມ ຄຶບໜ້າ ໂຄງການ ສ້າງ ທາງຣົຖໄຟ ຄວາມໄວສູງ ນັ້ນ ຈີນ ແລະ ລາວ ໄດ້ ລົງນາມ ຮ່ວມກັນ ວ່າ ຈະຮ່ວມກັນ ພັທນາ ສ້າງ ທາງ ຣົຖໄຟ ຂັ້ນ ມາຕຖານ ແຕ່ປີ 2011 ແຕ່ຍັງ ບໍ່ທັນ ລິເລີ້ມ ຍ້ອນວ່າ ຕິດຄ້າງ ເຣື້ອງ ກົດໝາຍ ແຕ່ ຄາດວ່າ ຈະມີການ ລົງນາມ ໃນປີ 2015 ນີ້ ແລະ ຈະເຣີ້ມ ສ້າງ ພ້ອມກັນ ກັບ ໂຄງການ ຂອງໄທ ໃນ ປີ 2016 ທາງການ ໄທ ຄາດວ່າ ການ ຫາລື ກັນ ເທື່ອນີ້ ຈະ ມີຄວາມ ແຈ້ງຂາວ ຂຶ້ນຕື່ມ ກ່ຽວກັບ ໂຄງການ ສ້າງ ທາງຣົຖໄຟ ດັ່ງກ່າວ.

ອີກ ດ້ານນຶ່ງ ຣົຖໄຟ ເສັ້ນທາງ ຄຸນໝິງ ວຽງຈັນ ມີ ໄລຍະ ທາງ ກ່ວາ 420 ກິໂລແມັດ ໃຊ້ ທຶນ ປະມານ 7,000 ລ້ານ ດອນລ້າ ສະຫະຣັຖ ໂດຍ ຣັຖບານ ຈີນ 70 ສ່ວນຮ້ອຍ ແລະ ສປປລາວ 30 ສ່ວນຮ້ອຍ ຈະເປັນ ເສັ້ນທາງ ເຊື່ອມຕໍ່ ຣະຫວ່າງ ຈີນ ກັບ ອາຊຽນ ເລີ້ມ ຈາກ ມົນທົນ ຢູນານ ຜ່ານ ລາວ ໄທ ມາເລເຊັຽ ເຂົ້າໄປ ຍັງ ສິງກະໂປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.