13 ຄອບຄົວຢູ່ບ້ານນາແລ ຕ້ອງຍ້າຍ
2017.07.24
ຊາວບ້ານນາແລ ແຂວງອຸດົມໄຊ ຈຳນວນ 13 ຄອບຄົວ ຈະຖືກໂຍກຍ້າຍ ແລະເສັຽທີີ່ດິນ ຍ້ອນໂຄງການ ຣົດໄຟ ລາວ-ຈີນ ເນື່ອງຈາກວ່າ ໃນເຂດນັ້ນ ຈະມີການສ້າງ ສະຖານີີ ຣົດໄຟ ຂນາດໃຫຍ່, ຈະກວມເອົາດິນ ປະຊາຊົນ ຢ່າງຫລວງຫລາຍ ຊືຶ່ງປັດຈຸບັນ ຍັງບໍ່ຮູ້ວ່າ ຈະຖືກ ໃຫ້ຍ້າຍເມື່ອໃດ. ດັ່ງເຈົ້າຫນ້າທີ່ ເມືອງໄຊ ແຂວງອຸດົມໄຊ ທ່ານນຶ່ງກ່າວໃນ ວັນທີ 24 ກໍຣະກະດາ ນີ້ວ່າ:
"ຢູ່ບ້ານເຮົານີ້ຖືກ 13 ຄອບຄົວ ເນື້ອທີ່ນີ້ 83 ຕອນ, ເຮັກຕາ ຍັງບໍ່ໄດ້ແທກ ລະອຽດເທື່ອ ຍັງບໍ່ທັນຍ້າຍເທື່ອ ເພີ່ນວ່າບໍ່ໄດ້ເງິນ ຊົດເຊີຍ ເທື່ອ ມີແຕ່ລົງເກັບກຳຂໍ້ມູນ ແທກໂຕຈີງ ຣາຄາ ທີ່ດິນເຮືອນ".
ທ່ານກ່າວຕື່ມວ່າ ລາຍລະອຽດກ່ຽວກັບ ການໃຫ້ຄ່າຊົດເຊີຍນັ້ນ ປັດຈຸບັນ ຍັງບໍ່ໄດ້ຮັບ ຄຳຕອບຈາກ ເຈົ້າຫນ້າທີ່ ກ່ຽວຂ້ອງເທື່ອ ເປັນແບບ ດຽວກັນກັບ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການຣົດໄຟ ໃນແຂວງອື່ນໆ. ປັດຈຸບັນ ທາງການ ມີແຕ່ຫ້າມບໍ່ໃຫ້ ປະຊາຊົນ ປູກຝັງໃນພື້ນທີ່ ຈະຖືກແຣວທາງຣົດໄຟ ເທົ່ານັ້ນ.
ນອກຈາກບ້ານແລ 13 ຄອບຄົວແລ້ວ ປະຊາຊົນ ທີ່ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ອີກ 30 ຄອບຄົວ ກໍຈະຖືກໂຍກຍ້າຍ ແລະ ເສັຽທີີ່ດິນ ໃຫ້ໂຄງການ ຣົດໄຟ ເຊັ່ນກັນ. ແລະ ເຣື້ອງຄ່າຊົດເຊີຍ ນັ້ນກໍຍັງມິດງຽບ ຄືກັນ.
ໃນປັດຈຸບັນ ຄວາມຄືບຫນ້າ ໃນການສ້າງ ເສັ້ນທາງຣົດໄຟ ທີ່ ແຂວງອຸດົມໄຊ ໂດຍສະເພາະ ເຂດເມືອງໄຊ ເມືອງນາຫມໍ້ ແລະ ເມືອງງາ ກຳລັງ ຢູ່ໃນຂັ້ນຕອນ ການເຈາະອຸມົງ ພ້ອມທັງສ້າງບ່ອນຢູ່ ໃຫ້ພະນັກງານ ສະເພາະ ແຂວງອຸດົມໄຊ ມີອຸມົງ 9 ແຫ່ງ ໃນຈຳນວນອຸມົງ ທັງຫມົດ 75 ແຫ່ງ ໃນໂຄງການຣົດໄຟ.