ຊາວຊຽງເງິນຕ້ອງຍ້າຍ ຈາກທາງ ຣົດໄຟ
ປະຊາຊົນ 120 ຄອບຄົວ ທີ່ ເມືອງຊຽງເງິນ ແຂວງ ຫລວງພຣະບາງ ຈະຖືກ ໂຍກຍ້າຍ ຍ້ອນ ເສັ້ນທາງຣົດໄຟ ຈະຕັດຜ່ານ.
-
ສິດນີ
2017-06-22 -
-
-
Your browser doesn’t support HTML5 audio
ປະຊາຊົນຈຳນວນ 120 ຄອບຄົວ ຢູ່ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫລວງພຣະບາງ ຈະໄດ້ຖືກ ໂຍກຍ້າຍ ຍ້ອນການສ້າງ ເສັ້ນທາງ ຣົດໄຟ ລາວ-ຈີນ ຈະຜ່ານເຂດ ດັ່ງກ່າວ ແຕ່ປະຊາຊົນ ຍັງບໍ່ຮູ້ວ່າ ຈະຖືກໂຍກຍ້າຍ ແລະ ຈະໄດ້ຄ່າຊົດເຊີຍ ເທົ່າໃດ. ດັ່ງ ເຈົ້າຫນ້າທີ່ ທ້ອງຖິ່ນ ທ່ານນຶ່ງ ກ່າວໃນວັນທີ 21 ມິຖຸນາ ນີ້ວ່າ:
"ຖືກທາງແຣວຣົດໄຟຫັ້ນແນ່ ຈຳນວນ 120 ຄອບຄົວ ຜົລສຳຣວດທັງຫມົດຫັ້ນ 442 ເຮົາກໍມີ ຄຳຕອບເທົ່ານັ້ນ ຕ້ອງໄດ້ໂຍກຍ້າຍຫມົດ ຈັດສັນຍາມໃດ ບໍ່ຮູ້ເທື່ອ".
ທ່ານກ່າວຕື່ມວ່າ ນອກຈາກນັ້ນຍັງມີອີກ 58 ຄອບຄົວ ທີ່ຈະເສັຽທີ່ດິນ ໃຫ້ແກ່ໂຄງການ ຣົດໄຟລາວ-ຈີນ ສ່ວນໃຫຍ່ເປັນດິນປູກຝັງ ຂອງ ຊາວບ້ານ ຊຶ່ງໃນປັດຈຸບັນ ຊາວບ້ານ ຜູ້ທີ່ຈະໄດ້ຮັບ ຜົລກະທົບ ຍັງບໍ່ມີ ປະຕິກິຣິຍາ ແນວໃດ ຍ້ອນວ່າ ຫາກໍຮູ້ຂ່າວ ເມື່ອບໍ່ດົນມານີ້.
ເຈົ້າໜ້າທີ່ໂຍທາທິການ ແລະການຂົນສົ່ງ ແຂວງຫຼວງພຣະບາງ ທ່ານນຶ່ງເວົ້າວ່າ ໂຄງການຣົດໄຟລາວຈີນ ມີແຜນການ ຈະສ້າງສະຖານີ ນ້ອຍແລະບ່ອນຂົນຖ່າຍ ສິນຄ້າ ໃນເຂດບ້ານດັ່ງກ່າວ ຈຶ່ງຈຳເປັນຕ້ອງໄດ້ ໂຍກຍ້າຍ ຊາວບ້ານ ຫລາຍກວ່າບ່ອນອື່ນ ດັ່ງທ່ານກ່າວວ່າ:
"ຢູ່ເຂດຊຽງເງິນນີ້ຈະມີແຕ່ບ້ານດຽວ ບ້ານບວມອໍ້ ຈຸດດັ່ງກ່າວ ເປັນຖືກເປັນຈຸດ ເຄື່ອນຖ່າຍສິນຄ້າ ສະຖານີນ້ອຍ".
ໃນປັດຈຸບັນ ວຽກງານການສ້າງ ເສັ້ນທາງຣົດໄຟ ລາວ-ຈີນ ທີ່ເມືອງຊຽງເງິນ ນັກວິສວະກອນຈີນ ກຳລັງເຈາະອຸມົງ ສອງແຫ່ງ ແຫ່ງນຶ່ງ ຢູ່ຫນ້າເຂື່ອນນ້ຳຄານ ອີກແຫ່ງນຶ່ງ ຢູ່ແຄມນ້ຳນີງ ແຕ່ທາງການ ຍັງບໍ່ບອກວ່າ ການເຈາະອຸມົງ ນັ້ນຈະໃຊ້ ລະເບີດ ຫລື ໃຊ້ເທັກໂນໂລຈີ ແນວອື່ນ.