ທາງຣົດໄຟຈະຜ່ານ 19 ບ້ານໃນ ຂ.ຫຼວງພຣະບາງ
2014.04.30

ໂຄງການ ສ້າງ ທາງຣົດໄຟ ຄວາມໄວ ສູງ ລາວ-ຈີນ ມູລຄ່າ 7 ຕື້ ໂດລ່າ ສະຫະຣັຖ ຈາກ ຊາຍແດນ ບໍ່ເຕັນ ຮອດ ນະຄອນ ຫລວງ ວຽງຈັນ ຈະຜ່ານ ຫລາຍ ແຂວງ ພາກເໜືອ ນັ້ນ ເຈົ້າໜ້າທີ່ ລາວ ທ່ານນຶ່ງ ກ່າວວ່າ ເວົ້າສະເພາະ ແຂວງ ຫລວງ ພຣະບາງ ຈະມີ 19 ບ້ານ ໄດ້ຮັບ ຜົລກະທົບ ຮວມທັງ ໂຮງຮຽນ:
"ມີຢູ່ 19 ຕໍາບົນ ເນາະ ແລ້ວ ມີໂຮງຮຽນ ອີ່ຫຍັງ ຕ່າງໆແດ່ ກະມີ ຈໍານວນ ຫລາຍຢູ່ ຜ່ານໃນ ເມືອງແທ້ໆ ກວມເປີເຊັນ ນ້ອຍ ປະມານ 30 ເປີເຊັນ".
ທ່ານກ່າວ ຕື່ມວ່າ ຕາມ ແຜນການ ເບື້ອງຕົ້ນ ທາງຣົດໄຟ ຄວາມ ໄວ ສູງນີ້ ຈະຕັດຜ່ານ ແຂວງ ຫລວງ ພຣະບາງ ຄວາມຍາວ ປະມານ 80 ກິໂລແມັຕ ໂດຍ ຜ່ານ 4 ເມືອງ ຄື ເມືອງ ຫລວງພຣະບາງ ຈອມເພັດ ຊຽງເງິນ ແລະ ເມືອງພູຄູນ ແຕ່ຍັງ ບໍ່ທັນ ຮູ້ວ່າ ຈະມີ ຈັກຄອບ ຄົວກັນແທ້ ທີ່ ຈະໄດ້ຮັບ ຜົລກະ ທົບ. ແລະ ມາຮອດ ມື້ນີ້ ກໍຍັງບໍ່ມີ ການປັກ ແລວທາງ ທີ່ ຈະເປັນເຂດ ສ້າງທາງ ຢູ່ແຂວງ ຫລວງ ພຣະບາງ ນັ້ນເທື່ອ. ແຕ່ກໍມີ ການລົງໄປ ເບິ່ງພື້ນທີ່ ຈະສ້າງ ແລ້ວ. ແຕ່ກໍບໍ່ຮູ້ ສະຖານທີ່ ຄັກແນ່ ເທື່ອ, ຕ້ອງໄດ້ ລໍຖ້າ ໃຫ້ ເຈົ້າໜ້າທີ່ ວິຊາການ ຈີນ ມາສໍາຫຣວດ ຕື່ມ.
ການສ້າງ ທາງຣົດໄຟ ໃນແຂວງ ຫລວງ ພຣະບາງ ນີ້ ຖືວ່າເປັນ ເຣື່ອງ ຍາກ ພໍສົມຄວນ ເພາະຕ້ອງ ໄດ້ ເຈາະພູ ຫລາຍໜ່ວຍ. ຢ່າງໃດ ກໍຕາມ ຍັງບໍ່ມີ ການເປີດເຜີຍ ເທື່ອວ່າ ໂຄງການ ທາງຣົດໄຟ ນີ້ ຈະເລີ່ມ ສ້າງເມື່ອໃດ ມີພຽງແຕ່ ຂ່າວອອກມາ ເລື້ອຍໆວ່າ ຣັຖບານ ລາວ ກໍາລັງ ເຈຣະຈາ ຂໍກູ້ຢືມ ເງິນ ຈາກ ທະນາຄານ ຈີນ ເພື່ອ ເປັນທຶນ ກໍ່ສ້າງ ຊຶ່ງກ່ອນ ໜ້ານັ້ນ ນັກຊ່ຽວຊານ ດ້ານ ເສຖກິດ ໄທ ກໍເຄີຍ ເວົ້າວ່າ ໂຄງການ ດັ່ງກ່າວ ຍັງອາຈ ຕ້ອງລໍເບິ່ງ ການ ເມືອງໄທ ນໍາ ເພາະ ທາງຣົດໄຟ ສາຍນີ້ ຈະເຊື່ອມຕໍ່ ກັບໄທ.