ລາວ-ຈີນຈະລົງນາມທາງ ຣົດໄຟ
2015.03.16
ຈີນ ແລະ ລາວ ຈະ ລົງນາມ ໃນ ຂໍ້ ຕົກລົງ ກ່ຽວກັບ ໂຄງການ ຣົດໄຟ ຄວາມ ໄວສູງ ເປັນ ເງິນ ສົດ ຈໍານວນ 7.2 ຕື້ ໂດລາ ສະຫະຣັຖ. ທາງ ຣົດໄຟ ສາຍນີ້ ຈະ ເຊື່ອມຕໍ່ ຣະຫວ່າງ ສອງ ປະເທສ ແລະ ຈະ ຕໍ່ໄປຍັງ ປະເທສ ໄທ. ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ຣັຖບາລ ສປປລາວ ຊຶ່ງ ຮັບຜິດຊອບ ໂຮງການ ນີ້. ເຈົ້າໜ້າທີ່ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຜູ້ ຂໍສງວນຊື່ ກ່າວຕໍ່ ເອເຊັຽ ເສຣີ ວ່າ:
“ປັດຈຸບັນ ພວກທ່ານ ກໍາລັງ ລໍຖ້າ ການ ລົງນາມ ໃນ ຂໍ້ ຕົກລົງ ສອງຝ່າຍ ກ່ຽວກັບ ການ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ຣະຫວ່າງ ລາວ-ຈີນ, ແລະວ່າ ພວກເຮົາ ກໍາລັງ ພຍາຍາມ ຊຸກຍູ້ ໃຫ້ ມີການ ລົງນາມ ໃນ ຂໍ້ຕົກລົງ ນັ້ນ ໃນໄວໆ ນີ້ ແລະ ຄາດວ່າ ຈະໄດ້ຮັບ ການ ລົງນາມ ໃນ ກາງປີ ຫລື ທ້າຍ ປີນີ້“.
ແຕ່ ເຖິງ ຢ່າງໃດ ກໍຍັງ ບໍ່ທັນມີ ຣາຍຣະອຽດ ກ່ຽວກັບ ຂໍ້ຕົກລົງ ຮວມທັງ ທາງດ້ານ ການເງິນ ໃຫ້ ມວນຊົນ ລາວ ຮູ້ນໍາ ເທື່ອ ຂນະທີ່ ຮອງ ນາຍົກ ຣັຖມົນຕຣີ ສົມສະຫວາດ ເລັ່ງສະຫວັດ ເວົ້າຕໍ່ ເຈົ້າໜ້າທີ່ ທາງການ ແຂວງ ຫຼວງພຣະບາງ ວ່າ ໃຫ້ ກະຕຣຽມ ເສັ້ນທາງ ຣົດໄຟ ຄວາມໄວສູງ ທີ່ ຈະຜ່ານ ນະຄອນ ຫລວງ ເກົ່າ ຂອງ ລາວ ນີ້. ທາງລົດໄຟ ຄວາມໄວສູງ ສາຍນີ້ ຈະເຊື່ອມຕໍ່ ຣະຫວ່າງ ນະຄອນ ຫຼວງ ວຽງຈັນ ແລະ ປະເທສຈີນ, ຜ່ານ ຫລາຍແຂວງ, ຄວາມຍາວ 417 ກິໂລ ແມັດ.