ວຽງຈັນປັກຫລັກໝາຍທາງ ຣົດໄຟ ແລ້ວ
ທາງການ ລາວ ເລີ້ມ ປັກຫລັກ ຫມາຍ ສໍາລັບ ເສັ້ນທາງ ຣົຖໄຟ ຄວາມໄວ ສູງ ລາວ-ຈີນ ທີ່ ນະຄອນ ຫລວງ ວຽງຈັນ ແລ້ວ.
-
ສິດນີ
2014-04-21 -
-
-
Your browser doesn’t support HTML5 audio
ຊາວບ້ານ ນາທົ່ມ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ ທາງການ ລາວ ໄດ້ເລີ້ມ ປັກຫລັກ ຫມາຍ ເສັ້ນທາງ ຣົຖໄຟ ຄວາມໄວ ສູງ ລາວ-ຈີນ ທີ່ ນະຄອນ ຫລວງ ວຽງຈັນ ຊື່ງ ກວມເອົາ ຫລາຍຫມູ່ ບ້ານ ແລະ ປະຊາຊົນ ຫລາຍ ສິບ ຄອບຄົວ ຖືກໂຍກຍ້າຍ ເພື່ອ ຫລີກ ໂຄງການ ກໍ່ສ້າງ.
ທ່ານວ່າ ທາງ ຣົຖໄຟ ຄວາມໄວ ສູງ ຈະກວມເອົາ ເຂດ ບ້ານນາທົ່ມ ບ້ານ ຫນອງວຽງຄຳ ຊອດໃສ່ ບ້ານ ດອນຫນູນ ທີ່ ທາງການ ລາວ ໄດ້ປັກຫລັກ ຫມາຍ ສີແດງ ໄວ້ແລ້ວ ແລະວ່າ ປະຊາຊົນ ບາງ ຄອບຄົວ ຜູ້ທີ່ໄດ້ ຮັບ ຜົນກະທົບ ກໍຈະໄດ້ ຄ່າຊົດເຊີຍ. ທ່ານ ກ່າວວ່າ:
"ຫລັກແດງ ເຂົາມາ ຢູ່ຫັ້ນຫມົດ ເປີ້ເຈີ້ ແລ້ວ ຫລັກແດງ ສູງ ພຽງນີ້ເດ ກະຫັ້ນລະ ທາງຣົຖໄຟລະ ມາແຕ່ ດອນຫນູນ ມາອັນແຖວ ໜອງ ວຽງຄຳ ຂ້າງວັດ ຫນອງວຽງຄຳ ມາຊອດ ນາທົ່ມ ບາງຄົນ ກະໄດ້ ໃຫ້ຊົດເຊີຍ".
ເສັ້ນທາງ ຣົຖໄຟ ຄວາມໄວສູງ ລາວ-ຈີນ ຈະເຂົ້າມາ ນະຄອນຫລວງ ວຽງຈັນ ທາງ ພາກ ຕາເວັນຕົກ ລຽບຫລາຍ ຫມູ່ບ້ານ ຈາກ ບ້ານ ນາທົ່ມ ຊອດໃສ່ ດອນຫນູນ ແລ້ວ ຕັດໃສ່ ເສັ້ນທາງ 450 ປີ ຈົນຮອດ ບ້ານ ດົງໂພສີ ຊື່ງເປັນ ສະຖານີ ຫລັກ ໃນເຂດ ນະຄອນຫລວງ ວຽງຈັນ.
ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ຊື່ງ ຣັຖບານ ລາວ ຈະລົງທຶນ ສ້າງ 7 ຕື້ ໂດລາ ດ້ວຍເງີນກູ້ ຈາກ ທະນາຄານ ຈີນ ດັ່ງກ່າວ ຫລາຍ ພາກສ່ວນ ໃຫ້ຄວາມເຫັນ ວ່າເປັນ ໂຄງການ ທີ່ບໍ່ສ້າງ ຜົລປໂຍດ ແກ່ ປະຊາຊົນ ລາວ ພໍເທົ່າໃດ.