ທາງຣົດໄຟ ລາວ-ວຽດນາມ ຈະ ຜ່ານ ສວນຢາງ

ມະນີຈັນ
2014.10.23
f-default ທາງຣົດໄຟ ລາວ-ວຽດນາມ ຈະຜ່ານ ສວນຢາງພາຣາ
RFA

 

ທາງຣົດໄຟ ຄວາມໄວສູງ ລາວ-ວຽດນາມ ສວັນນະເຂດ ລາວບາວ ທີ່ ຈະຕັດຜ່ານ ຫລາຍເມືອງ ຮວມທັງ ເມືອງພິນ ນັ້ນ ຈະຕັດ ຜ່ານ ສວນຢາງ ພາຣາ ວຽດນາມ ເປັນ ຈໍານວນ ຫລວງຫລາຍ ໂດຍ ຈະບໍ່ຕັດ ຜ່ານ ທົ່ງນາ ຂອງ ປະຊາຊົນ ແນ່ນອນ. ດັ່ງ ເຈົ້າໜ້າທີ່ ລາວ ເວົ້າວ່າ:

"ໄດ້ຍິນ ເຂົາວ່າ ເຂົາ ໝາຍແລ້ວ ວ່າຊັ້ນ ແຕ່ຫາກ ບໍ່ທັນ ຣະອຽດນໍ ແມ່ນຖືກ ສວນຢາງ ພາຣາ ເດີ ແມ່ນສິ ຖືກຫລາຍ ຂອງ ບໍຣິສັດ ຮົວຊາ ຫັ້ນແຫຼະ ແມ່ນຫຼາຍ".

ທ່ານເວົ້າ ຕໍ່ໄປວ່າ ການທີ່ ເສັ້ນທາງ ຣົດໄຟ ຈະຕັດຜ່ານ ສວນ ຢາງພາຣາ ນັ້ນ ຝ່າຍ ເຈົ້າຂອງ ໂຄງການ ຣົດໄຟ ຈະ ເຈຣະຈາ ກັບ ເຈົ້າຂອງ ສວນຢາງ ກ່ອນ ແຕ່ ກໍຄິດວ່າ ໜ້າຈະ ບໍ່ມີ ບັນຫາ ຫຍັງ ຂັດຂ້ອງ, ຈະຕົກລົງ ເຣຶ່ອງ ຄ່າຊົດເຊີຍ ກັນໄດ້.

ທ່ານ ເວົ້າອີກວ່າ ເມື່ອ ໄດ້ຍິນຂ່າວ ວ່າ ທາງຣົດໄຟ ຈະບໍ່ຜ່ານ ທົ່ງໄຮ່ ທົ່ງນາ ຂອງ ປະຊາຊົນ ປະຊາຊົນ ກໍມີ ຄວາມດີໃຈ ທີ່ ພວກເຂົາ ເຈົ້າ ຈະ ບໍ່ໄດ້ຮັບ ຜົນກະທົບ. ຢ່າງໃດ ກໍຕາມ ມາ ເຖິງ ປັດຈຸບັນ ຢູ່ເຂດ ເມືອງພິນ ກໍຍັງ ບໍ່ມີ ເຈົ້າໜ້າທີ່ ໂຄງການ ທາງ ຣົດໄຟ ລົງ ໄປ ສໍາຣວດ ແລວທາງ ຢ່າງ ຣະອຽດ ເທື່ອ ມີແຕ່ໄປ ໝາຍ ແລວທາງ ເບື້ອງຕົ້ນ ເທົ່ານັ້ນ.

ໂຄງການ ທາງຣົດໄຟ ສາຍນີ້ ຍາວ 220 ກິໂລແມັຕ ມູນຄ່າ ການກໍ່ສ້າງ 5 ຕື້ ໂດລາ ສະຫະຣັດ ມີກໍານົດ ລົງມື ກໍ່ສ້າງ ໃນ ທ້າຍປີ 2014 ນີ້. ແຕ່ ເຈົ້າຂອງ ໂຄງການ ຍັງບໍ່ໃຫ້ ຣາຍຣະອຽດ ກ່ຽວກັບ ຄວາມຄືບໜ້າ ຂອງ ໂຄງການ ນີ້ ໃຫ້ ທາງການ ລາວ ຊາບນໍາ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.