ໂຄງການຣົຖໄຟລາວຈີນອາຈເປັນ ໄປໄດ້
2014.08.05
ໂຄງການ ຣົຖໄຟ ລາວ-ຈີນ ອາດເປັນ ຄວາມຈິງ ຫລັງຈາກ ຜູ້ນຳ ທະຫານໄທ ໄດ້ ອະນຸມັດ ງົປມານ ໃນການ ທາງຣົຖໄຟ ຄວາມໄວສູງ ໃນໄທ ຈາກ ເຂດ ອຸດສາຫະກັມ ທາງຝັ່ງ ທະເລ ພາກ ຕາເວັນອອກ ຂອງໄທ ໄປສູ່ ແຂວງ ຫນອງຄາຍ ພາກອີສານ ແລະ ຫລັງຈາກ ປະທານ ປະເທດລາວ ຢ້ຽມຢາມ ຈີນ.
ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ຈາກ ຂຸນຫມີງ ຫາ ນະຄອນຫລວງ ວຽງຈັນ ຖືກເລື່ອນ ເວລາ ມາຕຣອດ ວ່າງປີ ຫລັງໆ ມານີ້ ອາຈເປັນຍ້ອນ ວ່າ ທາງການຈີນ ກຳລັງລໍຖ້າ ການຕັດສິນໃຈ ຂອງ ຜູ້ນຳໄທ ໃນການສ້າງ ເສັ້ນທາງ ຣົຖໄຟ ຄວາມໄວສູງ ພາຍໃນ ປະເທດ ໂດຍສະເພາະ ມາຫາ ແຂວງຫນອງຄາຍ ເພື່ອ ເຊື່ອມຕໍ່ ກັບລາວ ຈື່ງຈະໃຫ້ ເງິນກູ້ ແກ່ ສປປລາວ.
ໃນອາທີດ ທີ່ຜ່ານມາ ກຸ່ມຜຸ້ນຳ ທະຫານໄທ ໄດ້ ອະນຸມັດ ງົປມານ ເພື່ອປັບປຸງ ໂຄງການ ພື້ນຖານ ການ ຄົມມະນາຄົມ ໃນໄທ ໃນນັ້ນ ຮ່ວມດ້ວຍ ໂຄງການ ຣົຖໄຟ ຄວາມໄວສູງ ທີ່ ຈະເຊື່ມຕໍ່ ໄປຈີນ ຜ່ານລາວ ຊື່ງ ເປັນແຜນການ 8 ປີ ຂອງ ທາງການໄທ ໃນການສ້າງ ໂຄງຮ່າງ ພື້ນຖານ ການຄົມມະນະຄົມ ພາຍໃນ ປະເທດ.
ກຸ່ມຜູ້ນຳ ທະຫານໄທ ໄດ້ ອະນຸມັດ ງົປມານ 741.46 ຕື້ ບາດ ຫລືປະມານ 23.3 ຕື້ ໂດລາ ສະຫະຣັດ ໃນການສ້າງ ເສັ້ນ ທາງຣົຖໄຟ ຄວາມໄວສູງ ເສັ້ນ ຄູ່ໄປກັບ ຈາກ ເມືອງ ອຸດສາຫະກັມ ແຄມທະເລ ພາກ ຕາເວັນອອກ ຂອງໄທ ໄປສູ່ ພາກເຫນືອ ແລະ ພາກ ຕາເວັນອອກ ສ່ຽງເຫນືອ ຫລື ພາກອິສານ ຂອງໄທ ດັ່ງ ແຂວງຫນອງຄາຍ ທີ່ ມີຊາຍແດນ ຕິດກັບ ລາວ ອິງຕາມ ຄຳໃຫ້ການ ຂອງ ທ່ານ ສອຍທີບ ໄຕຣສຸດ ປລັດ ກະຊວງ ຂົນສົ່ງ ແລະ ຄົມມະນາຄົມ ຂອງໄທ.
ທ່ານວ່າ ແຜນການ ດັ່ງກ່າວ ເປັນແບບ ດຽວກັນກັບ ແຜນການ ຂອງ ຣັຖບານ ຊຸດກ່ອນ ຂອງ ນາງສາວຍິງລັກ ຊິນນະວັດ ທີ່ ຖືກລົບລ້າງ ໂດຍສານ ຣັຖທັມມະນູນ ໃນເດືອນ ມິນາ ຜ່ານມາ ຊື່ງ ສານ ເຫັນວ່າ ໂຄງການ ຂອງ ນາງຍິງລັກ ແພງເກີນໄປ ແລະ ບໍ່ຖືກຕ້ອງ ຕາມກົດຫມາຍ ແຕ່ເທື່ອນີ້ ສານ ບໍ່ເວົ້າຫຍັງ ສະແດງວ່າ ສ້າງໄດ້.
ຄວາມໄວ ຂອງ ໂຄງການ ຣົຖໄຟ ຄວາມໄວສູງ ຂອງ ກຸ່ມຜູ້ນຳ ທະຫານໄທ ສເນີນັ້ນ ຄາດວ່າ ປະມານ 160 ກິໂລແມັດ ຕໍ່ຊົ່ວໂມງ ຕ່ຳກວ່າ ຂອງ ຣັຖບານ ນາງສາວ ຍິງລັກ ຣະຫວ່າງ 220 ຫາ 300 ກິໂລແມັດ ຕໍ່ຊົ່ວໂມງ ທັງສອງ ແຜນການ ແມ່ນເພື່ອ ເຊື່ອມຕໍ່ກັບ ຈີນ ຜ່ານລາວ ລົງໄປຮອດ ມາເລເຊັຽ ແລະ ສິງກະໂປ.
ຈີນ ມີຄວາມ ສຳພັນ ອັນແຫນ້ນແຟ້ນ ກັບ ບັນດາ ປະເທດ ອາຊຽນ ທັງຫລາຍ ທັ້ງໆທີ່ ຍັງມີຄວາມ ຂັດແຍ່ງ ໃນເຂດ ທະເລຈີນໃຕ້ ກັບ ບາງປະເທດ ຢູ່ ແຕ່ການເຊື່ອມຕໍ່ ທາງຣົຖໄຟ ຄວາມໄວສູງ ຈະຊ່ອຍ ຍົກ ຣະດັບ ການຄ້າ ແລະ ຄວາມສຳພັນ ກັບຂົງເຂດ ໃຫ້ສະດວກ ດີຂື້ນ.
ໂຄງການ ຣົຖໄຟ ຄວາມໄວສູງ ທີ່ ກຸ່ມຜູ້ນຳ ທະຫານ ສເນີນັ້ນ ຈະມີສອງສາຍ ຄື ສາຍນຶ່ງ ແມ່ນຈາກ ແຂວງ ຫນອງຄາຍ ພາກ ຕາເວັນອອກ ສ່ຽງເຫນືອ ໄປເມືອງ ທ່າເຮືອ ນ້ຳເລິກ ຂອງໄທ ແລະ ສາຍສອງ ແມ່ນ ຈາກ ແຂວງ ຊຽງຣາຍ ທາງ ພາກເຫນືອ ໄປຫາ ແຂວງ ອຸດສາຫະກັມ ທາງພາກ ຕາເວັນອອກ ທັງສອງສາຍ ອາດຈະຜ່ານ ບາງກອກ ຈະເລີ້ມ ລົງມື້ສ້າງ ໃນປີ 2015 ແລະ ຈະສຳເຣັດ ໃນປີ 2021.
ແຜນການ ຂອງ ກຸ່ມ ທະຫານໄທ ບໍ່ຄືກັນ ກັບ ແຜນການ ຣົຖໄຟ ຄວາມໄວສູງ ຂອງ ອະດີດ ຣັຖບານ ນາງສາວ ຍິງລັກ ທີ່ຈະສ້າງ ຈາກ ບາງກອກ ໄປ ຊຽງໃຫມ່ ບາງກອກ ສົງຄຣາ ແລະ ບາງກອກ ຫນອງຄາຍ.
ໃນ ແຜນການ ຂອງ ກຸ່ມຜູ້ນຳ ທະຫານໄທ ຈະສ້າງ ທາງ ຣົຖໄຟ ຄວາມໄວສູງ ເປັນເສັ້ນຄູ່ ໄປກັບ ແລະ ຈະຜ່ານ ຫົວເມືອງ ທີ່ ສຳຄັນ ຫລາຍ ຫົວເມືອງ ໃນນັ້ນ ຮ່ວມທັງ ບາງກອກ ເພື່ອ ແກ້ໄຂ ບັນຫາ ການ ຈະຣາຈອນ ແອອັດ ໃນເຂດ ເມືອງໃຫຍ່ໆ ໃນໄທ.
ແຕ່ເຖິງ ຢ່າງໃດ ກໍຕາມ ກໍສະແດງ ໃຫ້ເຫັນວ່າ ຖ້າມີການ ສ້າງ ຢ່າງແທ້ຈີງ ໃນໄທ ໂຄງເສັ້ນທາງ ຣົຖໄຟ ຄວາມໄວສູງ ລາວ-ຈີນ ກໍອາດເປັນ ຄວາມຈິງ ຂຶ້ນມາ ທີ່ ຈີນ ຈະໃຫ້ເງິນກູ້ ແກ່ ສປປລາວ ໃນການສ້າງ. ກ່ຽວກັບ ເງິນກູ້ ຈາກຈີນ ເຈົ້າຫນ້າທີ່ ລາວ ທ່ານນຶ່ງເວົ້າວ່າ: ----ສຽງ--
ທີ່ຜ່ານມາ ຈີນ ຍັງລໍຖ້າ ການຕັດສິນໃຈ ຂອງໄທ ມາຕຣອດ ວ່າງສອງສາມ ເດືອນ ກ່ອນຫນ້ານີ້ ທາງການຈີນ ກໍບອກວ່າ ພວກຕົນ ຍັງລໍຖ້າ ການຢືນຢັນ ຈາກໄທຢູ່ ກ່ອນ ຈະຕັດສິນໃຈ ໃຫ້ເງີນກູ້ ແກ່ ລາວ. ແຕ່ເມື່ອໄທ ຫາກ ອະນຸມັດ ການສ້າງສາ ຢ່າງເປັນ ທາງການ ວ່າງອາທິດ ທີ່ຜ່ານມາ ກໍສະແດງວ່າ ໂຄງການ ໃນລາວ ອາດເປັນ ຄວາມຈີງ.
ວ່າງ ເດືອນຕຸລາ ຜ່ານມາ ສະພາ ແຫ່ງຊາດ ລາວ ກໍໄດ້ ອອກສຽງ ເຫັນພ້ອມ ໃນການສ້າງ ເສັ້ນທາງ ຣົຖໄຟ ຄວາມໄວສູງ ໃນຣະຍະ ທາງຍາວ ປະມານ 420 ກິໂລແມັດ ຈາກຂຸນຫມີງ ຂອງຈີນ ມາຫາ ນະຄອນ ຫລວງ ວຽງຈັນ.
ທ່ານ ສົມສະຫວາດ ເລັງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ໄດ້ກ່າວ ຕໍ່ສະພາ ແຫ່ງຊາດ ໃນຕອນນັ້ນວ່າ ພວກເຮົາຕ້ອງ ສ້າງທາງ ຣົຖໄຟ ຄວາມໄວສູງ ໃນລາວ ໃຫ້ໄດ້ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ເປັນພາກສ່ວນ ຂອງ ໂຄງຮ່າງ ພື້ນຖານ ການ ຄົມມະນາຄົມ ໃນຂົງເຂດ ອາຊຽນ ແລະ ໃນເດືອນ ພຶສພາ ຜ່ານມາ ທາງການໄທ ກໍໄດ້ ໂອ້ລົມ ກັບລາວ ໃນແຜນການ ດັ່ງກ່າວ.
ກຸ່ມທີ່ ເຫັນພ້ອມ ແລະ ບໍ່ເຫັນພ້ອມ ກັບ ໂຄງການ ຣົຖໄຟ ຄວາມໄວສູງ ໃນລາວ ກໍອອກ ຄວາມເຫັນ ຕ່າງໆນານາ ດັ່ງ ຕົວຢ່າງ ກຸ່ມທີ່ເຫັນພ້ອມ ກັບ ໂຄງການ ດັ່ງກ່າວ ກໍຈະບອກວ່າ ເປັນໂຄງການ ທີ່ຈະຍົກ ຣະດັບ ພາບພົດ ຂອງລາວ ໃນສາຍຕາ ຂອງ ນັກລົງທຶນ ຕ່າງຊາດ ຈະເຮັດໃຫ້ລາວ ກາຍເປັນ ປະເທດ ເຊື່ອມຕໍ່ ທາງບົກ ໃນຂົງເຂດ, ການຄ້າ ການລົງທືນ ຕ່າງໆ ກໍຈະລັ່ງໄຫລ ເຂົ້າມາລາວ ລາວຈະມີ ທາງ ອອກສູ່ທະເລ ໃນ ຫລາຍດ້ານ.
ແຕ່ສຳລັບ ກຸ່ມ ບໍ່ເຫັນພ້ອມ ກັບ ໂຄງການ ຣົຖໄຟ ຄວາມໄວສູງ ໃນລາວ ກໍຈະເວົ້າວ່າ ລາວ ຈະຕິດຫນີ້ ຫລາຍຂຶ້ນ ທັ້ງໆທີ່ ໃນທຸກມື້ນີ້ ປະຊາຊົນ ກໍທຸກຍາກ ຢູ່ແລ້ວ ແທນທີ່ ຈະເອົາມາ ສ້າງສາ ພັທນາ ປະເທດ ໃຫ້ມີຢູ່ ມີກິນ ໃຫ້ຫລຸດພົ້ນ ຈາກ ຄວາມທຸກຈົນ ໃນລາວ, ເສັ້ນທາງ ຣົຖໄຟ ຄວາມໄວສູງ ຈະບໍ່ໃຫ້ ຜົລປໂຍດ ຫຍັງຫລາຍ ແກ່ລາວ ຈີນຈະໄດ້ ຜົລປໂຍດ ຫລາຍກວ່າ ເພາະຈີນ ມີສີນຄ້າ ສົ່ງອອກ. ສປປລາວ ບໍ່ມີ ອຸດສາຫະກັມ ການຜລິດ ຫລາຍ ລາວ ຈະເປັນທາງ ຜ່ານລ້າໆ ເຫມືອນດັ່ງ ເສັ້ນທາງ ສຳຄັນ ຫລາຍສາຍ ໃນລາວ. ກຸ່ມທີ່ ຈະໄດ້ຮັບ ຜົລປໂຍດ ອີກກຸ່ມນຶ່ງ ກໍແມ່ນ ຜູ້ມີອຳນາດ ໃນລາວ ເທົ່ານັ້ນ.
ສປປລາວ ຂາດ ນັກວິຊາການ ໃນການ ບໍຣິຫານ ຈັດການ ການສ້ອມແປງ ແລະ ການ ດຳເນີນ ກິຈການ ທາງດ້ານ ຣົຖໄຟ ປະເພດຕ່າງໆ ຕ້ອງໄດ້ ອາສັຍຈີນ ໄປຕຣອດ ສະແດງວ່າ ຈີນ ໃຫ້ເງີນກູ້ ແກ່ຈີນ ເອງ ເພາະ ບໍຣິສັດຈີນ ເປັນຜູ້ສ້າງ ຈ້າງ ພະນັກງານ ຈີນ ສ້າງ, ບໍຣິຫານ ໂດຍ ບໍຣິສັດ ຈີນ, ສປປລາວ ເປັນຜູ້ຕິດຫນີ້ ແລະ ຜົລປໂຍດ ເປັນຂອງຈີນ, ສບາຍດີ.