ຣົດໄຟລາວຈີນເລີ້ມໃຫ້ຄ່າ ຊົດເຊີຍ

ສິດນີ
2016.10.13
F-railway ຫຼັກເຄື່ອງໝາຍ ຂອງເສັ້ນທາງຣົດໄຟ ລາວ-ຈີນ ຈະຜ່ານ
RFA/LX

ທາງການນະຄອນຫຼວງ ວຽງຈັນ ເລີ້ມໃຫ້ຄ່າຊົດເຊີຍ ແກ່ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ຣົດໄຟ ລາວ-ຈີນ ທີ່ເມືອງ ຫາດຊາຍຟອງ ໃນບ່ອນທີ່ ຈະສ້າງ ສະຖານີ ຣົດໄຟແລ້ວ, ເຖິງວ່າ ການກໍ່ສ້າງ ທາງຣົດໄຟ ໃນເຂດ ນະຄອນຫຼວງ ວຽງຈັນ ຍັງບໍ່ມີ ກຳນົດການ ຄັກແນ່ ເທື່ອກໍຕາມ. ດັ່ງ ເຈົ້າຫນ້າທີ່ ທ້ອງຖິ່ນ ທີ່ເມືອງ ຫາດຊາຍຟອງ ທ່ານນຶ່ງກ່າວ ໃນວັນທີ 13 ຕຸລາ ນີ້ວ່າ:

"ໂຕນີ້ຂອງຢູ່ເຂດ ສະຫງວນ ຂອງ ສະຖານີຣົດໄຟ ມັນຖືກເຂດ ຫວງຫ້າມ ທີ່ ປະຊາຊົນ ເຂົ້າໄປຢູ່ ຫັ້ນຊື່ໆດອກ ຕາດິນ ຂະເຈົ້າ ບໍ່ຊົດເຊີຍດອກ ຊົດເຊີຍ ແຕ່ສິ່ງປຸກສ້າງ ເທົ່ານັ້ນ ອັນນີ້ຄ່າ ທີ່ດິນ ເພີ່ນ ສິບໍ່ໃຫ້".

ທ່ານກ່າວຕື່ມວ່າ ສຳລັບ ຄ່າຊົດເຊີຍ ທີ່ ປະຊາຊົນ ໄດ້ຮັບນັ້ນ ທາງການ ບໍ່ໄດ້ ເປີດເຜີຍວ່າ ໃຫ້ຄອບຄົວ ລະເທົ່າໃດ ແລະ ປະຊາຊົນ ພໍໃຈ ຫລືບໍ, ສາເຫດທີ່ ທາງການ ເສັຽຄ່າຊົດເຊີຍ ໃຫ້ ສະເພາະ ແຕ່ສິ່ງປຸກສ້າງ ເທົ່ານັ້ນ ກໍຍ້ອນວ່າ ດິນ ໃນບໍຣິເວນ ນັ້ນ ເປັນປ່າສງວນ ເປັນດິນ ຂອງຣັດ.

ທ່ານວ່າ ນອກຈາກນັ້ນ ຍັງມີ ປະຊາຊົນ ອີກຫຼາຍຄົນ ທີ່ອາສັຍຢູ່ ໃນເຂດນັ້ນ ຍັງບໍ່ໄປ ຕິດຕໍ່ເອົາ ຄ່າຊົດເຊີຍ ນຳຣັດ ເທື່ອ ອາດເປັນ ຍ້ອນວ່າ ບໍ່ພໍໃຈກັບ ຈຳນວນ ເງິນ ທີ່ຄົນຜູ້ ກ່ອນຫນ້ານັ້ນ ໄດ້ຮັບ ຫລື ຂະເຈົ້າ ອາດລໍຖ້າຂໍ ຄ່າຊົດເຊີຍ ເພີ້ມຕື່ມ ແຕ່ ເຖິງຢ່າງໃດກໍຕາມ ປະຊາຊົນ ຢູ່ໃນພື້ນທີ່ ຜົລກະທົບ ໃນເຂດນັ້ນ ຈະຕ້ອງຖືກ ຍ້າຍອອກຫມົດ ບໍ່ມີຂໍ້ ຍົກເວັ້ນ.

ສຳລັບເຂດອື່ນໆ ໃນນະຄອນຫຼວງ ວຽງຈັນ ທີ່ໄດ້ຮັບ ຜົລກະທົບ ຈາກ ທາງຣົດໄຟ ໃນປັດຈຸບັນ ຍັງບໍ່ມີ ຣາຍງານວ່າ ໄດ້ຮັບຄ່າ ຊົດເຊີຍ ເທື່ອ, ແຕ່ອີງຕາມ ການ ຣາຍງານຂອງ ເຈົ້າຫນ້າທີ່ ທ້ອງຖິ່ນ ທາງຣົດໄຟ ລາວ-ຈີນ ໃນເຂດ ນະຄອນຫຼວງ ວຽງຈັນ ຈະຖືກ ເຮືອນ ປະຊາຊົນ ຢ່າງຫຼວງຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.