ການເງິນຈີນບໍ່ເຫັນດີ ທາງ ຣົດໄຟ
2015.07.21
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ຜູ້ ຊີ້ແນະ ທາງດ້ານ ເສຖກິດ, ໄດ້ກ່າວ ຕໍ່ ກອງ ປະຊຸມ ສະພາ ທີ່ ຜ່ານມາ ນີ້ວ່າ, ໂຄງການ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ, ຈະ ຖືກ ສ້າງ ແນ່ນອນ, ໂດຍ ເວົ້າວ່າ ໂຄງການ ດັ່ງກ່າວ ໄດ້ ມີການ ຕົກລົງ ເຫັນພ້ອມຈາກ ກະຊວງ ຕ່າງໆ ທີ່ ກ່ຽວຂ້ອງ ຂອງຈີນ, ຍົກເວັ້ນ ກະຊວງ ການເງີນ ຊຶ່ງ ອາຈ ຍັງຕ້ອງການ ຣາຍລະອຽດ ກ່ຽວກັບ ເງິນກູ້ ແລະ ການ ປະເມີນ ຜົລ ທາງດ້ານ ເສຖກິດ, ແຕ່ ແນ່ນອນ ວ່າ ຈະໄດ້ ສ້າງ.
ທ່ານ ສົມສະຫວາດ ຍັງບໍ່ໄດ້ ບອກ ຣາຍລະອຽດ ວ່າ, ຈະເລີ້ມ ລົງມື ສ້າງ ເມື່ອໃດ, ມີແຕ່ ຂໍ ຕັກເຕືອນ ປະຊາຊົນ ໃນເຂດ ແລວ ເສັ້ນທາງ ທີ່ ຣົດໄຟ ຈະຜ່ານ ນັ້ນວ່າ, ບໍ່ໃຫ້ ປຸກສ້າງ ບ້ານເຮືອນ ຫຼື ສະຖານທີ່ ຕັ້ງ ປະເພດ ຕ່າງໆ ຢ່າງ ເດັດ ຂາດ.
ການ ທົດຖອຍ ທາງດ້ານ ການເມືອງ ແລະ ການເງີນ ໃນ ຣະຍະ ຜ່ານມາ, ເຮັດໃຫ້ ມີການ ຫລ້າຊ້າ ໃນ ໂຄງການ ຣົດໄຟ ຄວາມໄວ ສູງ ລາວ-ຈີນ ຊຶ່ງ ຕາມແຜນ ເດີມ, ໂຄງການ ນີ້ ຈະເລີ້ມ ສ້າງ ໃນປີ 2011 ແລະ ຈະ ສຳເຣັດ ໃນ ປີນີ້. ອີງຕາມ ຣາຍງານ ຈາກ ຫນັງສືພີມ ວຽງຈັນ ທາມ.
ເຖິງແມ່ນວ່າ ເຈົ້າຫນ້າທີ່ ລາວ ຈະ ບໍ່ ສາມາດ ເວົ້າໄດ້ ວ່າ ລາວ-ຈີນ ຍັງ ຕົກລົງ ກັນບໍ່ໄດ້ ກ່ຽວກັບ ການ ລົງທຶນ ໃນ ໂຄງການ ດັ່ງກ່າວ, ແຕ່ ອົງການ ຂ່າວ GOKUNMING.COM ໄດ້ ຣາຍງານ ໃນ ຕົ້ນເດືອນ ນີ້ວ່າ ຈີນ ແລະ ລາວ ໄດ້ ລົງທຶນ ຣະຫວ່າງ 40-60, ທາງການ ລາວ ລົງທຶນ 40% ຫລື ປະມານ 840 ລ້ານ ໂດລາ ຈີນ 60% ຫລື ປະມານ 1.26 ຕື້ ໂດລາ ສ່ວນເຫລືອ 5 ຕື້ ໂດລາ ແມ່ນ ບໍຣິສັດ ຮ່ວມຫຸ້ນ ລາວ-ຈີນ ຈະເປັນຜູ້ ລົງທຶນ.