ມ.ໄຊທານີວ່າຄ່າຊົດເຊີຍ ບໍ່ມີ ໃນຫົວຂໍ້ ປະຊຸມ
ເຈົ້າໜ້າທີ່ ເມືອງ ໄຊທານີ ເວົ້າວ່າ ທາງການ ໄດ້ຮັບມອບໝາຍ ໃຫ້ພຽງແຕ່ ເຜີຍແພ່ ຄວາມສໍາຄັນ ຂອງ ທາງຣົດໄຟ, ສ່ວນເຣຶ່ອງ ການຊົດເຊີຍ ບໍ່ໄດ້ມີ ໃນ ເອກກະສານ.
-
ຈໍາປາທອງ
2016-11-01 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ອຳນາດ ການປົກຄອງ ເມືອງ ໄຊທານີ ຜູ້ຂໍສງວນຊື່ ຊີ້ແຈງຕໍ່ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 28 ຕຸລາ ວ່າ ສາເຫຕ ທີ່ວ່າຫ້າມ ຊາວບ້ານ ບໍ່ໃຫ້ຕັ້ງ ຄຳຖາມ ເຣື້ອງ ການຊົດເຊີຍ ຢູ່ໃນ ກອງປະຊຸມ ກ່ຽວກັບ ໂຄງການ ສ້າງ ທາງຣົຖໄຟ ລາວ-ຈີນ ເມື່ອ ຕອນເຊົ້າ ຂອງວັນທີ 27 ຕຸລາ ນັ້ນ ກໍ່ຍ້ອນວ່າ ກອງປະຊຸມ ດັ່ງກ່າວ ແມ່ນເປັນພຽງ ການເຜີຍແຜ່ ເອກກະສານ ທາງການ ກ່ຽວກັບ ການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ຂອງຄນະ ໂຄສະນາ ຊື່ໆ ວ່າໂຄງການ ດັ່ງກ່າວ ນັ້ນມີ ຄວາມສຳຄັນ ແນວໃດ ຕໍ່ທັງ ປະຊາຊົນ ແລະ ຕໍ່ ປະເທສຊາຕ:
"ຊັ້ນລະມື້ ວານນີ້, ຄນະ ກັມມະການ ທີ່ເຜີຍແຜ່ ເອກກະສານ ວານນີ້ ມີແຕ່ເຜີຍແຜ່ ວ່າເປັນຫຍັງ ເຮົາຈະຕ້ອງມີ ທາງຣົຖໄຟ. ອັນທີ 2 ແມ່ນຄວາມເປັນມາ ຂອງ ໂຄງການ ທາງຣົຖໄຟ ລາວ-ຈີນ ນີ້ເປັນຈັ່ງໃດ ຈຶ່ງມາເປັນ ຈັ່ງຊີ້. ອັນທີ 3 ເນື້ອໃນ ຣະອຽດ ຂອງໂຄງການນັ້ນ ຫຼືວ່າສັນຍາ ຕ່າງໆຫັ້ນເນາະ, ແມ່ນເວົ້າ ແນວນັ້ນ ສ່ວນຫຼາຍ".
ທ່ານເວົ້າວ່າ ສ່ວນຄຳຖາມ ຂອງ ຊາວບ້ານນັ້ນ ອຳນາດ ການປົກຄອງ ເມືອງ ໄຊທານີ ກໍ່ເຂົ້າໃຈດີ. ໃນກອງປະຊຸມ ບໍ່ໃຫ້ຊາວບ້ານ ຖາມ ເພາະຖ້າຖາມ ກໍ່ຈະບໍ່ ສາມາດ ຕອບໄດ້:
"ໃນກອງປະຊຸມ, ສ່ວນວ່າ ຄຳສົນໃຈ ຂອງ ປະຊາຊົນ ຫັ້ນນ່າ ທີ່ພົວພັນເຖິງ ຂໍ້ການຊົດເຊີຍ ພົວພັນເຖິງ ການເວນຄືນ ເວລາໃດ ທໍ່ໃດຫັ້ນ ຄນະ ກັມມະການ ຂະເຈົ້າໄດ້ ລົງໄປເກັບກໍາ ກ່ອນເບິດແລ້ວ. ຖ້າຖາມ ຢູ່ມື້ນີ້, ບໍ່ສາມາດ ຈະຕອບໄດ້ ຣາຍລະອຽດ ເພາະວ່າ ໃນມື້ນີ້ ແມ່ນເວົ້າ ກ່ຽວກັບ ເຣື້ອງໃຫ້ເຂົ້າໃຈ ຄວາມໝາຍ ຄວາມສຳຄັນ".
ເຖິງຢ່າງໃດກໍ່ຕາມ, ຊາວບ້ານ ຫຼາຍຄົນ ແມ່ນຮູ້ສຶກ ບໍ່ດີໃຈຫຼາຍ ທີ່ຕ້ອງໄດ້ ຂາດວຽກ ຂາດການ ຄ້າຂາຍ ເຖິງເຄິ່ງມື້ ເພື່ອມານັ່ງຟັງ ໃນສິ່ງທີ່ ຕົນ ບໍ່ຢາກຮັບຮູ້, ແຕ່ສິ່ງທີ່ ພວກຕົນ ຢາກຮູ້ ອຳນາດ ການປົກຄອງ ກັບບໍ່ເວົ້າເຖິງ ແລະ ກໍ່ບໍ່ໃຫ້ ຖາມອີກ:
ຜູ້ໃດ ກະອົດສາໄປ ລາພັກວຽກ ພັກງານ ເຄິ່ງມື້ແມ່ນບໍ ໄປຮອດລະເວົ້າ ແບບຊັ້ນ ຫັ້ນນ່າ ມັນຊິຕຣົງ ປະເດັນຈັ່ງໃດ ວ່າແຕ່ອ້ອມໄປ ຈັ່ງຊັ້ນນ່າ. ຄົນທີ່ວ່າ ຢາກຮູ້ແທ້ ຫັ້ນນ່າ ຢາກຮູ້ວ່າ ເອີ ທາງຣົຖໄປ ມັນຊິມາ ຮອດອີກ 2 ປີ, ໄດ້ໂຍກ ໄດ້ຍ້າຍ, ຜົລກະທົບ ຊິໃຊ້ຈ່າຍໃຫ້ ທໍ່ໃດ ເຂົາຢາກຮູ້ ແບບນີ້, ບໍ່ເວົ້າເຣື້ອງ ນີ້! ວ່າມັນມີແລ້ວ ຢູ່ໃນປຶ້ມ",
ການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ທີ່ຄາດວ່າ ຈະເຣີ້ມຂຶ້ນ ໃນເດືອນທັນວາ 2016 ນີ້, ທ່ານ ສຸພັນ ແກ້ວມີໄຊ ຣັຖມົນຕຼີ ກະຊວງ ແຜນການ ແລະ ການລົງທຶນ ກໍ່ໄດ້ຕອບ ຄຳຖາມ ຂອງ ສະມາຊິກ ສະພາ ແຫ່ງຊາດ ຢູ່ໃນ ກອງປະຊຸມ ເມື່ອວັນທີ 26 ຕຸລາ ເຖິງຄວາມ ຄືບໜ້າ, ແຕ່ສ່ວນ ຣາຍລະອຽດ ກ່ຽວກັບ ການຊົດເຊີຍ ແລະ ເວນຄືນທີ່ດິນ ຕໍ່ ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ນັ້ນ, ຊ້ຳພັດ ຍັງບໍ່ສາມາດ ຫາຄວາມ ກະຈ່າງແຈ້ງ ໄດ້ເທື່ອ.