ຄົນງານລາວເພີ້ມຂຶ້ນແຕ່ໄປ ຕ່າງປະເທດ

ການເພີ້ມຂຶ້ນ ຂອງຈໍານວນ ແຮງງານ ຫນຸ່ມນ້ອຍ ຊຶ່ງ ເປັນ 64 ສ່ວນຮ້ອຍ ຂອງ ປະຊາກອນ ທັງໝົດ ຫລື ປະມານ 4 ລ້ານ ຄົນ.

ຊາວລາວໃນນະຄອນຫຼວງວຽງຈັນ Screen captured Laos video

ການເພີ້ມຂຶ້ນ ຂອງຈໍານວນ ແຮງງານ ຫນຸ່ມນ້ອຍ ຊຶ່ງ ເປັນ 64 ສ່ວນຮ້ອຍ ຂອງ ປະຊາກອນ ທັງໝົດ ຫລື ປະມານ 4 ລ້ານ ຄົນນັ້ນ ຣັຖບານລາວ ຫວັງວ່າ ຈະມາ ປະກອບສ່ວນ ເຂົ້າໃນການ ພັທນາ ປະເທດ, ແຕ່ແຮງງານ ສ່ວນໃຫຍ່ ໜີໄປ ເຮັດວຽກ ຢູ່ ນອກປະເທດ.

ເມື່ອວັນທີ 21 ຕຸລາ ຜ່ານມານີ້ ສູນ ສະຖິຕິ ແຫ່ງຊາຕ ຖແລງວ່າ ຈາກປີ 2005 ມາຣອດປີ 2015 ຫລື ວ່າໃນ 10 ປີ ມານີ້ ການເພີ້ມ ຂຶ້ນຂອງ ປະຊາກອນລາວ ຊ້າລົງ ສະເລັ່ຽແລ້ວ ມີແຕ່ 1.45 ສ່ວນຮ້ອຍ ຕໍ່ປີ ເມື່ອທຽບກັບ 10 ປີ ຫລັງ ຄືຈາກ ປີ 2005 ລົງໄປຫາ 1995 ອັດຕຣາ ເພີ້ມຂຶ້ນ ແມ່ນ 2.8 ສ່ວນຮ້ອຍ, ຈໍານວນ ປະຊາກອນ ລາວ ມີທັງໝົດ 5 ລ້ານ ກັບ 6 ແສນ ກວ່າຄົນ.

ແລະ ໃນປັດຈຸບັນ ຈໍານວນ ປະຊາກອນ ລາວ ມີເກືອບ 6 ລ້ານ ກັບ 5 ແສນຄົນ. ທາງການລາວ ວ່າ ການເພີ້ມຂຶ້ນ ຂອງ ປະຊາກອນ ປະກອບກັບ ຈໍານວນ ຜູ້ອອກ ແຮງງານ ຫນຸ່ມນ້ອຍ ຮຸ້ນໃໝ່ ໃນນັ້ນ 64 ສ່ວນຮ້ອຍ ຂອງ ປະຊາກອນ ທັງໝົດ ຫລື ປະມານ 4 ລ້ານ ຄົນນີ້ ຈະເປັນການ ປະກອບສ່ວນ ເຂົ້າໃນ ການພັທນາ ປະເທດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org