ບັນຫາເງິນກີບເຟີ້ ຍັງສົ່ງຜົນໃຫ້ລາຄາສິນຄ້າ ຖີບໂຕສູງຂຶ້ນຕໍ່ເນື່ອງ

ໃນໄລຍະບຸນປີໃໝ່ລາວ 2024 ນີ້ຄາດວ່າລາ ຊີ້ນໝູ ແລະ ຊີ້ນໄກ່ ເພີ່ມສູງຂຶ້ນ ຂະນະທີ່ທາງການລາວ ມີແຜນ ອອກແຈ້ງການຄວບຄຸມ ລາຄາສິນຄ້າ ເພື່ອປ້ອງກັນ ການສວຍໂອກາດຂຶ້ນລາຄາ ສິນຄ້າປະເພດຕ່່າງໆ.

ຮ້ານຂາຍຊີ້ນໝູທີ່ຕະຫຼາດແຫ່ງນຶ່ງ ໃນແຂວງຈຳປາສັກ. ເດືອນກໍລະກົດ ປີ 2023. RFA

ມາຮອດປັດຈຸບັນນີ້ ບັນຫາດ້ານເສຖກິດ-ການເງິນ ຂອງປະເທດລາວ ເຮັດໃຫ້ສິນຄ້າບາງປະເພດ ເປັນຕົ້ນ ຊີ້ນໝູ ແລະ ຊີ້ນໄກ່ ອາດມີລາຄາ ເພີ່ມສູງຂຶ້ນອີກ ເນື່ອງຈາກຕົ້ນທຶນການຜະລິດ ແລະ ການຂົນສົ່ງ ສິນຄ້າທີ່ເພີ່ມສູງຂຶ້ນ ຍ້ອນອັດຕາເງິນເຟີ້ ແລະ ອາດມີລາຄາເພີ້ມສູງຂຶ້ນອີກຕື່ມ ໃນໄລຍະງານປີໃໝ່ລາວ ທີ່ກໍາລັງຈະຮອດນີ້.

ດັ່ງ ແມ່ຄ້າຂາຍຊີ້ນສັດປະເພດຕ່າງໆ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ມີນາ 2024 ນີ້ວ່າ: 

ຊີ້ນໝູຫວ່າ ບາງຊ່ວງກໍປັບ ບາງຊ່ວງກໍບໍ່ປັບ ອໍ 75,000 ກີບ. ອໍ ລາຄາຂາຍອອກຕະຫລາດເລີຍ ອໍ ສ່ວນຫລາຍ ມັນຢູ່ໜ້າຟາມຂຶ້ນ ເຮົາກໍຕ້ອງໄດ້ຂຶ້ນ. ອື້ ອັນນີ້ຂະເຈົ້າເອົາມາແລ້ວກໍ...ຕໍ່. ໂຕນີ້ນ່າ ຊີ້ນໝູເອົາໄປສົ່ງຕ່າງຫາກ ໄປຮັບເອົາຢູ່ໜ້າຟາມ. ມັນມີຫລາຍຕໍ່ ເຮົາຕ້ອງໄປເຊັນສັນຍານໍາຂະເຈົ້າ ຢູ່ຟາມ CP ກ່ອນ ແລ້ວເຮົາຈຶ່ງໄດ້ອັນນັ້ນ ໄປເອົາແມ່ນໝູ CP ເລີຍ. 

ເຖິງແມ່ນວ່າ ພໍ່ຄ້າ-ແມ່ຄ້າ ຈະຍັງບໍ່ສາມາດກໍານົດ ລາຄາສິນຄ້າ ໃນໄລຍະງານບຸນປີໃໝ່ລາວ ໄດ້ຢ່າງຄັກແນ່ ແຕ່ເຖິງຢ່າງໃດກໍຕາມ ຄາດຄະເນວ່າ ລາຄາສິນຄ້າ ປະເພດຊີ້ນໝູ ອາດມີການປັບຂຶ້ນປະມານ ກິໂລກະຣາມລະ 5,000 ກີບ ເມື່ອທຽບກັບການຊື້-ຂາຍ ໃນໄລຍະເວລາປົກກະຕິ, ພໍ່ຄ້າຂາຍຊີ້ນໝູ ຢູ່ໃນນະຄອນຫລວງວຽງຈັນ ອີກທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ: 

ອໍ! ໂຕນີ້ ຕ້ອງໄດ້ເບິ່ງເງິນບາດກ່ອນເດີ້ເຈົ້າ. ຕ້ອງໄປເບິ່ງລາຄາເງິນບາດກ່ອນ ວ່າມັນຊິຂຶ້ນບໍ່ (ລາຄາຊີ້ນໝູ. ໃນໄລຍະງານບຸນປີໃໝ່) ກໍບໍຂຶ້ນຫລາຍ ກໍປະມານ 5,000 ໜ້າຟາມ. ເພິ່ນຈະເປັນຄົນຂຶ້ນລາຄາ ເຈົ້າ. 

ທີ່ຜ່ານມາ ຊີ້ນໝູ, ຊີ້ນໄກ່ ແລະ ປະເພດຊີ້ນອື່ນໆ ທີ່ຖືກນໍາມາຊື້-ຂາຍ ຢູ່ພາຍໃນປະເທດລາວ ຈໍານວນຫລາຍ ແມ່ນນໍາເຂົ້າຈາກປະເທດໄທ ຂະນະທີ່ ອັດຕາ ເງິນກີບລາວ ກັບເງິນບາດໄທ ແມ່ນມີລາຄາເພີ່ມສູງຂຶ້ນເລື້ອຍໆ ສະນັ້ນຈຶ່ງເຮັດໃຫ້ຜູ້ບໍລິໂພກ ຈໍາເປັນຕ້ອງໄດ້ໃຊ້ຈ່າຍເພີ່ມຂຶ້ນ ສໍາລັບຊື້ສິນຄ້າ ດັ່ງກ່າວນີ້, ດັ່ງ ແມ່ຄ້າຂາຍຊີ້ນໝູສົດ ແບບຍົກ ແລະ ແບບຍ່ອຍຢູ່ຕະຫລາດ ທົ່ງຂັນຄໍາ ນະຄອນຫລວງວຽງຈັນ ນາງນຶ່ງກ່າວວ່າ:

ສ່ວນຫລາຍ CP, Betagro ເນາະ. ຂອງລາວມັນບໍ່ມີອັນນັ້ນ ມັນມີແຕ່ຂອງມາແຕ່ໄທເນາະ ມັນເປັນບໍລິສັດເຂົ້າມາ ມັນບໍ່ມີຂອງສໍາແຫລະ ຢູ່ຕະຫລາດສົດ ອິຫຍັງຫັ້ນນ່າ. ມັນມີແຕ່ຂອງແຊເຢັນມາ ຂອງມີກາ ວ່າຊັ້ນສ່າ ກໍປະມານຢູ່ 50,000. ຊີ້ໄກ່ສູງສຸດແມ່ນໆ ແລ້ວກໍຂຶ້ນກັບ ອັນນັ້ນຂອງມັນໄດ໋. ຍີ່ຫໍ້ມັນ ໄກ່ມັນບໍ່ຄືກັນ ກ່ຽວໆໆ ເຄື່ອງມັນມາແຕ່ໄທ ມັນກໍຕ້ອງໄດ້ຄູນເລດເງິນ ແຕ່ສ່ວນຫລາຍ ໝູທີ່ເຂົາຂາຍຢູ່ລາວມັນກໍ ມັນກໍກ່ຽວຢູ່ແຫລະ ມັນກໍກ່ຽວ 660,000 ບໍ່ ມັນຈະຂຶ້ນ-ລົງຕະຫຼອດ. 

ໃນໄລຍະ 2 ເດືອນທໍາອິດ (ເດືອນມັງກອນ ຫາ ເດືອນກຸມພາ) ຂອງປີ 2024 ນີ້, ປະເທດລາວ ໄດ້ບັນລຸ ມູນຄ່າການຄ້າ ກັບຕ່າງປະເທດ 2,325 ລ້ານໂດລ້າຣ໌ ສະຫະລັດ ໃນນີ້ ແມ່ນເປັນການສົ່ງອອກ 958 ລ້ານໂດລ້າຣ໌ ສະຫະລັດ ແລະ ເປັນການນໍາເຂົ້າ 1,366 ລ້ານໂດລ້າຣ໌ ສະຫະລັດ ເຮັດໃຫ້ມີການຂາດດຸນການຄ້າ ປະມານ 408 ລ້ານໂດລ້າຣ໌ ສະຫະລັດ ທັງນີ້ ສໍາລັບປະເທດທີ່ລາວ ນໍາເຂົ້າສິນຄ້າ ຫລາຍທີ່ສຸດ ແມ່ນປະເທດຈີນ, ໄທ, ຫວຽດນາມ ແລະ ສະຫະລັດອາເມຣິກາ. 

ຂະນະດຽວກັນ ເຂົ້າສານປະເພດຕ່າງໆ ກໍມີທ່າອ່ຽງວ່າ ຈະປັບຂຶ້ນລາຄາ ສ່ວນນຶ່ງ ແມ່ນເປັນຍ້ອນ ໃນໄລຍະ ກາງເດືອນເມສານີ້ ແມ່ນກົງກັບບຸນປີໃໝ່ລາວ ແລະ ອີກສ່ວນນຶ່ງ ເປັນຍ້ອນ ອັຕຣາເງິນເຟີ້ ພາຍໃນປະເທດລາວ ເພີ່ມສູງຂຶ້ນ ເຮັດໃຫ້ຕົ້ນທຶນການຜະລິດ, ຄ່າຈ້າງແຮງງານ ແລະ ການຂົນສົ່ງສິນຄ້າ ມີລາຄາເພີ່ມຂຶ້ນສູງນໍາດ້ວຍ.

ດັ່ງ ແມ່ຄ້າມືກາງ ຂາຍເຂົ້າສານໜຽວ ແລະ ເຂົ້າສານຈ້າວ ຢູ່ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ: 

ໂອ້! ອັນນີ້ກໍຍັງບໍ່ຮູ້ຄືກັນ (ວ່າຕະຫລາດ ຊິພາກັນປັບລາຄຂຶ້ນເທົ່າໃດ). ເອື້ອຍກະບໍ່ແນ່ໃຈ ເພາະວ່າແຕ່ລະປີ ມັນກໍບໍ່ຄືກັນ ແມ່ນແຫລະ ອັດຕາແລກປ່ຽນ ລາຄາ ນ້ໍາມັນ ເພາະວ່າ ຄ່າແກ່ຂ້າວ ແລ້ວກໍຄ່າກ່ຽວ ຄ່າຈ້າງກ່ຽວ ແລະກໍລາຄາປຸ່ຍ ອັນນັ້ນ ມັນບໍ່ຄືກັນ ມັນຈະຂຶ້ນກັບ (ແຕ່ລະຊ່ວງ ເວລາ).” 

ອີງຕາມລາຍງານຂອງ ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ວ່າ ອັດຕາເງິນເຟີ້ຂອງປະເທດລາວ ປະຈໍາເດືອນ ມີນາ 2024 ຢູ່ໃນລະດັບ 24.98% ແລະຖ້າຫາກລວມໄຕມາດທໍາອິດ (ລະຫວ່າງເດືອນມັງກອນ ຫາ ເດືອນມີນາ 2024) ແມ່ນຢູ່ໃນລະດັບ 24.93% ເຊິ່ງຖືວ່າ ຍັງຢູ່ໃນລະດັບທີ່ ຂ້ອນຂ້າງສູງ ເມື່ອທຽບໃສ່ຄສາມຄາດໝາຍ ຂອງລັດຖະບານລາວ ທີ່ຕັ້ງເປົ້າໝາຍວ່າ ຈະຄວມຄຸມອັດຕາເງິນເຟີ້ ພາຍໃນປະເທດ ບໍ່ໃຫ້ເກີນ 9% ໃຫ້ສໍາເລັດ ພາຍໃນໄລຍະທ້າຍປີ 2024 ນີ້

ກ່ຽວກັບເລື່ອງນີ້, ໃນໄລຍະບຸນປີໃໝ່ລາວ ທີ່ກໍາລັງຈະຮອດນີ້ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີແຜນຈະ ອອກແຈ້ງການຄຸ້ມຄອງລາຄາສິນຄ້າ ເພື່ອປ້ອງກັນບໍ່ໃຫ້ພໍ່ຄ້າ-ແມ່ຄ້າ ສວຍໂອກາດ ໃນການປັບຂຶ້ນລາຄາສິນຄ້າ ຕາມລໍາພັງໃຈ ໂດນສະເພາະຊີ້ນໝູ ແລະ ຊີ້ນໄກ່.

ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບ ການຄຸ້ມຄອງລາຄາສິນຄ້າ ຢູ່ ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ: 

ສ່ວນຫລາຍປະເພດຊີ້ນ ປະເພດຫຍັງນີ້ແຫລະ ຊີ້ນໝູ ເຂົ້າສານ-ເຂົ້າໜຽວນີ້. ສ່ວນຫລາຍຈະບໍ່ມີບັນຫາ ເຮົາກໍຄວມຄຸບໄດ້ ສ່ວນຫລາປະເພດຊີ້ນ. ເຮົາມາສົມທຽບນີ້ ໃນຊ່ວງໄລຍະທີ່ຜ່ານມາເນາະ ກໍບໍ່ຂຶ້ນຫລາຍປານໃດ ເພາະວ່າເຮົາມີມາດຕະການ ມີແຈ້ງການລົງໄປ ຫາບັນດາແຂວງທົ່ວປະເທດ ສນັ້ນ ເຂົາກໍລົງໄປຕິດຕາມເປັນປະຈໍາ. ສາເຫດການຂຶ້ນລາຄານີ້ຊິແມ່ນ ບັນຫາຍັງມີພໍ່ຄ້າມືກາງ ຮັບຊື້ຈາກໜ້າຟາມ ແລ້ວກໍໃຫ້ຂອດລູກຂຽງປະມານນີ້. ສາເຫດ ມາຈາກພໍ່ຄ້າມືກາງ ນີ້ແຫລະ. 

ອີງຕາມລາຍງານ ຂອງກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ລະບຸວ່າ ໃນມື້ວັນທີ 1 ເມສາ 2024 ທີ່ຜ່ານມາ ລາຄາຊີ້ນໝູ ປະເພດ 1 ເພີ່ມຂຶ້ນ 425 ກີບ ຈາກ 78,742 ກີບ/ກິໂລກະຣາມ ເປັນ 79,167 ກີບ/ກິໂລກະຣາມ, ຊີ້ງົວ ປະເພດ 1 ຫລຸດລົງ 381 ກີບ ຈາກ 132,048 ກີບ/ກິໂລກະຣາມ ເປັນ 131,667 ກີບ/ກິໂລກະຣາມ, ລາຄາປານິນ ຫລຸດລົງ 110 ກີບ ຈາກ 16,610 ກີບ/ກິໂລກະຣາມ ເປັນ 16,500 ກີບ/ກິໂລກະຣາມ ແລະ ເຂົ້າສານໜຽວ ປະເພດ 1 ເພີ່ມຂຶ້ນ 1,272 ກີບ ຈາກ 49,561 ກີບ/ກິໂລກະຣາມ ເປັນ 50,833 ກີບ/ກິໂລກະຣາມ. 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org