ລາຄາ ຊີ້ນໝູ ແພງ ແຕ່ປະຊາຊົນ ເຮັດຫຍັງບໍ່ໄດ້
ລາຄາຊີ້ນໝູ ແພງຂຶ້ນຫຼາຍ ເຮັດໃຫ້ ປະຊາຊົນທົ່ວໄປ ໄດ້ຮັບຜົລກະທົບ ຢ່າງໜັກ ແລະ ຕ້ອງໄດ້ປະຢັດຄ່າຄອງຊີບ ທີ່ແພງຢູ່ແລ້ວ ຫຼາຍຂຶ້ນກວ່າເກົ່າ.
-
ອຸ່ນແກ້ວ
2022-01-24 -
-
-
Your browser doesn’t support HTML5 audio
ປະຊາຊົນລາວ ກຳລັງໄດ້ຮັບຜົລກະທົບຈາກຊີ້ນໝູ ຂຶ້ນລາຄາ ເຮັດໃຫ້ບາງຄົນ ຕ້ອງພາກັນຊື້ໜ້ອຍລົງ ແລະ ປະຢັດກິນ. ປະຊາຊົນຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວໃຫ້ສັມພາດ ຕໍ່ເອເຊັຽເສຣີວ່າ:
ນັກຂ່າວ: ເບິ່ງຊີ້ນໝູເປັນຈັ່ງໃດ?
ປະຊາຊົນ: ເຮົາໄປຖາມມື້ວັນອັງຄານ ທີ່ຜ່ານມຫັ້ນ ຕລາດລາວໃໝ່ນີ້ລະແມ່ນ 52,000 ກີບ ຕໍ່ກິໂລກຼາມ ໝູຟາຣ໌ມຫັ້ນເນາະ ແຕ່ວ່າ ໝູລາດລະແມ່ນ 65,000 ກີບ ປະມານນັ້ນ. ແບ້ລະແມ່ນ 120,000 ກີບ ຕໍ່ກິໂລກຼາມ. ຄວາຍ ຫຼື ງົວ ລະແມ່ນ 87,000 ກີບ ຕໍ່ກິໂລກຼາມ.
ນັກຂ່າວ: ຖືວ່າ ແພງຂຶ້ນຫຼາຍເນາະ ແຕ່ກ່ອນທໍ່ໃດ?
ປະຊາຊົນ: ແຕ່ກ່ອນນີ້ ຊີ້ນງົວນີ້ 81,000 ກີບ ເນາະ ແຕ່ ມັນຂຶ້ນໄປ ປະມານ 4,000-5,000 ກີບ ພຸ້ນໄດ໋ ເນາະ ຢູ່ຕລາດລາວໃໝ່. ຕລາດໂພນສະຫວ່າງລະ 85,000 ກີບ.
ນັກຂ່າວ: ສະເພາະຊີ້ນໝູນີ້ນ່າ ເປັນຈັ່ງໃດ?
ປະຊາຊົນ: ຢູ່ຕລາດໂພນສະຫວ່າງນີ້ ສະເພາະຊີ້ນນີ້ ມັນກະບໍ່ຄືກັນເນາະ. ຊີ້ນໝູນີ້ ມັນມີຫຼາຍລະດັບເດ້ທ່ານ. ຄືຣັຖບານນີ້ ກົມການຄ້າພາຍໃນ ເພິ່ນໃຫ້ຂາຍ 38,000 ກີບ ຕໍ່ກິໂລກຼາມເບາະ ຫັ້ນນ່າ ໃນໄລຍະ 2-3 ເດືອນທີ່ຜ່ານມາ ນີ້ຫັ້ນເນາະ. ເພິ່ນບອກໃຫ້ຂາຍຂນາດນີ້ ແຕ່ ແມ່ຄ່າເຂົາເຈົ້າເວົ້າ ອັນ 38,000 ກີບ ມັນແມ່ນຊີ້ນ ແຕ່ມັນມີນ້ຳມັນປົນກັນຫັ້ນນ່າ ປົນກັນມີເອັນ ມີ….ເວົ້າງ່າຍໆ ກະຊີ້ນບໍ່ງາມຫັ້ນນ່າ.
ແຕ່ວ່າ ຄັນຊີ້ນແດງແບບວ່າ ຊີ້ນສົດໆ ຊີ້ນໝູແບບທີ່ວ່າ ພວກເຮົາເອົາມາເຮັດລາບ ເຮັດກ້ອຍທີ່ວ່າ ໂຕນີ້ລະແມ່ນ 48,000 ກີບ ແມ່ຄ້າເຂົາຂາຍຕອນໃນໄລຍະນັ້ນ, ແຕ່ວ່າ ໜ້າຮ້ານທີ່ຜ່ານມານີ້ລະແມ່ນ 52,000 ກີບ ຊີ້ນກ້ອນລະແມ່ນ 52,000 ກີບ ສະເລັ່ຽລະຂຶ້ນ 4,000 ກີບ ຈາກປີທີ່ຜ່ານມາຫັ້ນເນາະ.
ອັນນີ້ ຄື ຕລາດລາວໃໝ່ ແລະ ຕລາດໂພນສະຫວ່າງ ເນາະ ເວົ້າງ່າຍໆ ຄື ເຮົາໄປຊື້ດ້ວຍຕົວເຮົາເອງຫັ້ນລະເນາະ ຊີ້ນໝູທີນຶ່ງ ຄື ກະດູກຂ້າງເບາະ ຊີ້ນກ້ອນເບາະ.
ຊີ້ໝູທີ 1 ເພາະວ່າ ຄົນລາວເຮົາກໍຈະນິຍົມເນາະ. ຊີ້ນກ້ອນກັບກະດູກຂ້າງ ມັນກໍຈະລາຄາເທົ່າກັນເດ້ ມັນງາມນະ.
ນັກຂ່າວ: ແຕ່ວ່າ ມາເບິ່ງແລ້ວນີ້ ມັນບໍ່ສະເພາະແຕ່ຊີ້ນໝູຕົ່ວຊັ້ນນະ ທີ່ຂຶ້ນລາຄານິ?
ປະຊາຊົນ: ກະແມ່ນ.
ນັກຂ່າວ: ຊີ້ນງົວ ຊີ້ນຄວາຍ ຊີ້ນແບ້ ອີ່ຫຍັງກະຂຶ້ນລາຄາໝົດ?
ປະຊາຊົນ: ແມ່ລະ ແຕ່ຊີ້ນແບ້ ນີ້ ແມ່ນຂຶ້ນເປັນພິເສດນະ.
ນັກຂ່າວ: ຂຶ້ນຈາກທໍ່ໃດ ເປັນທໍ່ໃດເກາະ?
ປະຊາຊົນ: ຂຶ້ນໃນເມື່ອກ່ອນ ເວົ້າງ່າຍໆ ໃນກາງປີ 2021 ນີ້ລະແມ່ນ 60,000-70,000 ຕໍ່ນຶ່ງກະໂລກຼາມຫັ້ນລະເນາະ. ມັນຂຶ້ນຮອດເປັນ 120,000 ກີບ ພຸ້ນນະ ໂດຍສະເພາະຊີ້ນແບ້ຫັ້ນນະ ເພາະວ່າ ມັນນ້ຳມັນໜ້ອຍວ່າຊັ້ນຊະ. ໄຂມັນກະໄຂມັນ ແຕກຕ່າງກວ່າຄວາຍເດ້.
ນັກຂ່າວ: ດຳລົງຊີວິດຈັ່ງໃດຊັ້ນນະ ຖ້າອັນໃດກະມີແຕ່ແພງຈັ່ງຊີ້?
ປະຊາຊົນ: ໂອ້ຍ ອັນນີ້ ກະບໍ່ຈັກແນວຊິວ່າແຫຼະ ທ່ານເອີຍ. ຂັ້ນເວົ້າໃນນາມສ່ວນຕົວນີ້ກະ ຈາກຊີ້ນທີ່ເຮົາເຄີຍຊື້ກິໂລນຶ່ງ ເຮົາກະໄດ້ຊື້ 2-3 ຂີດ ຫັ້ນແຫຼະ ເຮັດຈັ່ງໃດຊັ້ນນະ ປະສົມກັບຜັກເອົາ ຜັກກະແພງພໍຜັກຫັ້ນນ່າ.
ຄືກະລໍ່າຫັ້ນກະ ໂລນຶ່ງ 4,000 ກີບ ແຕ່ວ່າ ບາງຊ້ວງກະແພງໃດ ກະລ່ຳປີ ເຮົາຊື້ ຕອນກາງປີທີ່ຜ່ານມາຫັ້ນກະ 8,000 ກີບ ພຸ້ນນະ ຈັກເປັນຈັ່ງໃດ ງົງຢູ່ໃດນິ.
ປານີ້ກະແພງ ຄືປາທັມຊາດ ຄືພວກອ່ຽນຈັ່ງຊີ້ນິ ຂໍອະໄພເນາະ ໂລລະ 100,000 ກີບ ຈາກ 80,000 ກີບ ຂຶ້ນ 20,000 ເລີຍໃດ.
ເຈົ້າຂອງຕລາດເຂົາກຳນົດ ຫຼືວ່າ ພໍ່ຄ້າແມ່ຄ້າເຂົາກຳນົດເອງເບາະກະງົງ ໄກ່ຫັ້ນກະໂລນຶ່ງ 40,000 ກີບ ເດ້ ໄກ່ປອກຫັ້ນ 42,000 ກີບ ຊັ້ນດອກ ຂໍໂທດ.
ນັກຂ່າວ: ດຳລົງຊີວິດຈັ່ງໃດຊັ້ນນະ ຂັ້ນຖ້າວ່າ ອັນໃດກະແພງຈັ່ງຊີ້?
ປະຊາຊົນ: ເຮົາກະບໍ່ຈັກຊິໃຫ້ຄຳຕອບນະທ່ານເອີຍ ຂັ້ນວ່າ ບໍ່ຈັກຊິໃຫ້ຄຳຕອບນີ້ ຄືເຮົາເວົ້າຫັ້ນລະ ອອກຕລາດ ຈາກທີ່ຊື້ຊີ້ນໂລນຶ່ງ ເຮົາກະຊື້ແຕ່ 2-3 ຂີດ, ໄຂ່ ເຮົາເຄີຍຊື້ເປັນແຕະ ເຮົາກະຊື້ 10-20 ໜ່ວຍເອົາ ຈັ່ງຊີ້ນ່າ.
ເຈົ້າເບິ່ງແຕ່ນ້ຳມັນເຄື່ອງຣົຖຈັກຊີ້ນ່າ ຈາກ 25,000 ກີບ ມາເປັນ 35,000-38,000 ກີບ ຫັ້ນລະໃດ.
ລາຄາຊີ້ນໝູແພງ ກໍບໍ່ສາມາດເຮັດຫຍັງໄດ້ ປະຊາຊົນຈຳເປັນກໍຕ້ອງໄດ້ທົນໄປ, ຊາວນະຄອນຫລວງວຽງຈັນ ອີກທ່ານນຶ່ງ ກໍກ່າວວ່າ: ລາຄາຊີ້ນໝູຫວະ ທໍ່ໃດວະ ກະຢູ່ປະມານຢູ່ 2 ໂລ ຕົກຢູ່ 110,000 ກີບ ກະໂລນຶ່ງຕົກຢູ່ປະມານ 55,000 ກີບ ພຸ້ນໃດ.
ນັກຂ່າວ: 55,000 ກີບ ອັນນີ້ ຢູ່ເຂດໃດນິ?
ຊາວນະຄອນຫລວງ: ແຖວໜອງໜ້ຽວນິແຫຼະ.
ນັກຂ່າວ: ຢູ່ນະຄອນຫລວງຄືກັນ ບາງຕລາດ 55,000 ກີບ?
ຊາວນະຄອນຫລວງ: ຊີ້ນອັນນັ້ນໃດ ແບບວ່າ ຊີ້ນຄໍ ແຕ່ລະສ່ວນມັນກະບໍ່ຄືກັນ.
ນັກຂ່າວ: ແຕ່ກ່ອນນີ້ ລາຄາເທົ່າໃດ?
ຊາວນະຄອນຫລວງ: ກະ 40,000 ປາຍ ກີບ. ສ່ວນຫຼາຍສິນຄ້າບ້ານເຮົາ ຄືເຮົາຮູ້ຫັ້ນແຫຼະ ຢູ່ໄທຍຍັງຂຶ້ນ ຢູ່ບ້ານເຮົານຳເຂົ້າຈາກໄທຍ ສິນຄ້າຫຼາຍຢ່າງ. ເງິນບາດມັນກະຍັງຂຶ້ນຢູ່ແລ້ວ ແຖມຍັງສິນຄ້າບ້ານເຂົາມັນກະຍັງຂຶ້ນຢູ່ແລ້ວ.
ນັກຂ່າວ: ຢູ່ຈັ່ງໃດຊັ້ນນະ ຂັ້ນມັນຂຶ້ນຈັ່ງຊີ້?
ຊາວນະຄອນຫລວງ: ບໍ່ມີປາກມີສຽງແຫຼອັນນີ້ ມີກະກິນ ບໍ່ມີລະກະແລ້ວ. ປາກບໍ່ໄດ້ ໄອບໍ່ດັງຢູ່ແລ້ວ ມີເຮັດລະກິນໄປ ບໍ່ມີປາກ ມີສຽງ ສິນຄ້າຢູ່ຕລາດລະຂຶ້ນ ລາຄາກຳນົດມາແນວນັ້ນແນວນີ້ ມີແຕ່ເວົ້າບາດໄປອັນນັ້ນແທ້ ເຮັດຫຍັງເຂົາບໍ່ໄດ້.
ນອກຈາກນີ້ ຢູ່ພາກເໜືອ ລາຄາຊີ້ນໝູກໍເໜັງຕິງເຊັ່ນດຽວກັນ ປະຊາຊົນຢູ່ ແຂວງຫລວງນ້ຳທາ ທ່ານນຶ່ງກ່າວວ່າ.
ຊາວແຂວງຫລວງນຳທາ: ຖືວ່າແພງໃດ.
ນັກຂ່າວ: ລາຄາເທົ່າໃດ?
ຊາວແຂວງຫລວງນ້ຳທາ: ລາຄາ 55,000 ກີບ ຄັນແມ່ນຢູ່ແຖວນາເຕີຍຫັ້ນລະແມ່ນກິໂລນຶ່ງລະແມ່ນ 50,000 ກີບ ຄັນວ່າ ຢູ່ແຖວອື່ນລະແມ່ນ 55,000-60,000 ກີບ.
ນັກຂ່າວ: ແຕ່ກ່ອນນີ້ ລາຄາທໍ່ໃດນີ້?
ຊາວແຂວງຫລວງນ້ຳທາ: ແຕ່ກ່ອນກະຊິແມ່ນລາຄາ 45,000 ກີບນີ້ແຫຼ.
ນັກຂ່າວ: ຂອງກິນແພງໝົດແມ່ນເບາະ?
ຊາວແຂວງຫລວງນ້ຳທາ: ແພງໝົດ ຂອງກິນປະເພດປາ ຊີ້ນໝູ ໄປຫາຜັກ ອີ່ຫຍັງ ໂອ້ແພງ.
ນັກຂ່າວ: ປາລາຄາທໍ່ໃດແຕ່ກີ້ນະ ດຽວນີ້ລາຄາທໍ່ໃດ?
ຊາວແຂວງຫລວງນ້ຳທາ: ກິນບໍ່ໄດ້ແຫຼ ເປັນປາດຸກທັມດາ ນີ້ລະໂລ 30,000 ກີບ. ປານິນກະໂລນຶ່ງ 35,000 ກີບ.
ນັກຂ່າວ: ແຕ່ກີ້ລາຄາເທົ່າໃດລະ?
ຊາວແຂວງຫລວງນ້ຳທາ: ປົກຕິ ແຕ່ລາຄາ 20,000 ປາຍພັນ ກີບ.
ນັກຂ່າວ: ລະເຮົາຢູ່ຈັ່ງໃດຊັ້ນນະ ລາຄາສິນຄ້າແພງຈັ່ງຊີ້?
ຊາວແຂວງຫລວງນ້ຳທາ: ໂອ້ຍ ຈຳເປັນຕ້ອງໄດ້ຊື້ກິນ ມັນກະຈຳເປັນແຫຼະ.
ສະເພາະລາຄາຊີ້ນໝູ ແຂວງພາໃຕ້ຂອງປະເທດລາວ ກໍຂຶ້ນຈາກ 40,000 ປາຍກີບ ມາເປັນ 50,000 ປາຍກີບ ຕໍ່ກິໂລກຼາມ.
ຊາວແຂວງອັດຕະປື ທ່ານ ນຶ່ງໄດ້ກ່າວວ່າ:
“ຢູ່ແຂວງອັດຕະປື ສ່ວນຫຼາຍຈະເປັນຊີ້ນໝູ່ ທີ່ວາງຂາຍຢູ່ຕາມຕລາດ ມັນບໍ່ມີແນວອື່ນເປັນທາງເລືອກ.”
ເຈົ້າໜ້າທີ່ກ່ຽວຂ້ອງໄດ້ອອກມາຊີ້ແຈງເຖິງສາເຫດ ລາຄາຊີ້ນໝູແພງ ນັ້ນ ເປັນຍ້ອນຫຼາຍສາເຫດ.
ໃນອາທິດທີ່ຜ່ານມາ ທ່ານ ຫລ້າສາຍ ນວນທາສິງ ຫົວໜ້າຜແນກກະສິກັມ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນລາວວ່າ:
“ສາເຫດທີ່ເຮັດໃຫ້ລາຄາຊີ້ນໝູເໜັງຕີງເພີ່ມຂຶ້ນ ຍ້ອນຄວາມຕ້ອງການບໍລິໂພກຊີ້ນໝູຢູ່ປະເທດໃກ້ຄຽງຍັງບໍພຽງພໍກັບຄວາມຕ້ອງການ ເຮັດໃຫ້ມີການຂາຍໝູຊີ້ນໄປຕ່າງປະເທດ, ຕົ້ນທຶນໃນການຜລິດໝູເພີ່ມຂຶ້ນ ເປັນຕົ້ນ ອາຫານໝູ, ໝູນ້ອຍ, ຄ່າຂົນສົ່ງ, ບວກກັບອັດຕາເງິນເຟີ້.”
ທ່ານ ຫລ້າສາຍ ກ່າວຕື່ມອີກວ່າ:
“ມີຫລາຍຟາຣ໌ມຢຸດເຊົາການລ້ຽງໝູ ເຮັດໃຫ້ກໍາລັງການຜະລິດບໍ່ເຕັມຄວາມສາມາດຜະລິດ, ມີບໍລິສັດຍ້າຍຖານການຜະລິດໄປຕ່າງແຂວງ ຍ້ອນຄວາມບໍ່ເອກະພາບໃນການຈັດຕັ້ງປະຕິ ບັດລະບຽບ ເຊັ່ນ: ການເກັບອາກອນ, ຄ່າບໍລິການວິຊາການ.”
ອີງຕາມ ທ່ານ ຫລ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ, ໄດ້ມີການປະເມີນວ່າ ໃນປີ 2022 ທົ່ວປະເທດ ມີຄວາມຕ້ອງການໝູເກືອບ 300,000 ໂຕ ແຕ່ ຜູ້ລ້ຽງໝູສາມາດສນອງໝູໃຫ້ໄດ້ພຽງແຕ່ 240,000 ໂຕ ເທົ່ານັ້ນ ຊຶ່ງບໍ່ພຽງກັບຄວາມຕ້ອງການຂອງປະຊາຊົນລາວ.