ເຮືອນຖາວອນຢູ່ສນາມໄຊ ແລ້ວປີນີ້ ແນ່ນອນ
2021.07.27
ທາງການ ແຂວງອັດຕະປື ເວົ້າວ່າ ວຽກງານການກໍ່ສ້າງ ເຮືອນຖາວອນ ໃຫ້ປະຊາຊົນຜູ້ໄດ້ຮັບຜົລກະທົບ ຈາກ ເຂື່ອນເຊປຽນ- ເຊນໍ້ານ້ອຍແຕກ ຢູ່ເມືອງສນາມໄຊ ຈໍານວນ 700 ຫລັງ ຈະຊັກຊ້າໜ້ອຍນຶ່ງ, ບໍ່ແລ້ວຕາມແຜນເດີມ ທີ່ວ່າຈະໃຫ້ແລ້ວໝົດ ໃນ ເດືອນເມສາ 2021 ຍ້ອນມີບັນຫາຫລາຍຢ່າງ ແຕ່ຢືນຢັນວ່າ ຈະສ້າງໃຫ້ແລ້ວໃນທ້າຍປີ 2021 ນີ້, ດັ່ງທີ່ ທ່ານ ລັດຕະນະພອນ ເທບສຸວັນ ຫົວໜ້າຜແນກໂຍທາທິການ ແລະຂົນສົ່ງ ແຂວງອັດຕະປື, ຫົວໜ້າຮັບຜິດຊອບວຽກງານ ການກໍ່ສ້າງເຮືອນຖາວອນ ຢູ່ ເມືອງສນາມໄຊ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 27 ກໍຣະກະດາ ນີ້ວ່າ:
“ສ້າງເຮືອນພວກພັຍພິບັດເບາະ ຍັງໆ ບໍາທັນແລ້ວ ບໍ່ແລ້ວ ຄາດວ່າທ້າຍປີຈັ່ງສິແລ້ວ ມັນກະຊ້າໜ້ອຍນຶ່ງ.”
ທ່ານ ລັດຕະນະພອນ ກ່າວຕໍ່ວິທຍຸແຫ່ງຊາດລາວ ໃນມື້ວັນທີ 26 ກໍຣະກະດາ 2021 ໃນໂອກາດຄົບຮອບ 3 ປີ ທີ່ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກວ່າ ປັດຈຸບັນ ການກໍ່ສ້າງ ເຮືອນຖາວອນ 700 ຫລັງ ໂດຍລວມແລ້ວແມ່ນກໍ່ສ້າງໄດ້ 65%, ແຕ່ໄດ້ພົບກັບ ຄວາມຫຍຸ້ງຍາກ ສົມຄວນ ຍ້ອນການຣະບາດ ຂອງໂຄວິດ-19 ທີ່ເຮັດໃຫ້ຄົນງານຂອງ ບໍຣິສັດຮັບເໝົາ ກໍ່ສ້າງ ແລະການຂົນສົ່ງ ອຸປກອນ ກໍ່ສ້າງເຂົ້າມາ ບໍ່ສະດວກເທົ່າທີ່ຄວນ.
ແຕ່ຕົວແທນບໍຣິສັດຮັບເໝົາກໍ່ສ້າງ ເຮືອນຖາວອນ 700 ຫລັງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ບັນຫາການກໍ່ສ້າງເຮືອນຢູ່ ຖາວອນນັ້ນບໍ່ກ່ຽວຂ້ອງກັບການຣະບາດ ຂອງ ໂຄວິດ-19 ແລະຈໍານວນນາຍຊ່າງ ແລະຈໍານວນຄົນງານກໍ່ສ້າງ ເພາະທາງບໍຣິສັດມີ ຄົນງານຫລາຍຢູ່ແລ້ວ ທີ່ພ້ອມຈະເຂົ້າມາເຮັດວຽກ, ແຕ່ທາງການແຂວງ ແລະ ຜູ້ຮັບຜິດຊອບ ໂຄງການກໍ່ສ້າງ ມັກຈະເບີກຈ່າຍເງິນ ຄ່າຈ້າງໃຫ້ ບໍຣິສັດລ້າຊ້າ, ບໍ່ກົງຕາມກໍານົດ, ເຮັດໃຫ້ບໍຣິສັດບໍ່ມີເງິນ ຈ່າຍໃຫ້ນາຍຊ່າງ ແລະ ຄົນງານທັນເວລາໄດ້.
ຄົນງານກໍ່ສ້າງ ສ່ວນໃຫຍ່ຈະເປັນຄົນງານຣາຍວັນ ທີ່ບໍຣິສັດຈ້າງມາເຮັດວຽກນໍາ, ເມື່ອເຮັດວຽກແລ້ວ ກໍຕ້ອງໄດ້ລໍຖ້າຮັບເງິນຄ່າແຮງ ງານອີກຫຼາຍມື້ ຫຼື ຫຼາຍອາທິດ ກວ່າຈະໄດ້ຮັບ. ເມື່ອການເບີກຈ່າຍເງິນ ຄ່າແຮງງານ ຫລ້າຊ້າຄືແນວນັ້ນ ຄົນງານຫຼາຍຄົນ ກໍພາກັນ ໄປຊອກຫາເຮັດວຽກອື່ນ.
ກ່ຽວກັບບັນຫາທີ່ວ່ານີ້ ທາງເຈົ້າໜ້າທີ່ແຂວງອັດຕະປື ຢືນຢັນວ່າ ຈະແກ້ໄຂໃຫ້ມີການເບີກຈ່າຍ ເງິນຄ່າຈ້າງນັ້ນໃຫ້ໄດ້ຕາມກໍານົດ ເວລາ ແລະຈະອໍານວຍຄວາມສະດວກໃຫ້ ນາຍຊ່າງ ແລະຄົນງານ ແລະວ່າ ໃນທ້າຍປີນີ້ ການກໍ່ສ້າງເຮືອນຖາວອນຈໍານວນ 700 ຫລັງ ຈະໃຫ້ສໍາເຣັດຕາມແຜນ:
“5 ເດືອນ 6 ເດືອນເນາະ ຄັນວ່າໄດ້ຄົນ ຄົນງານ ເຂົ້າຫລາຍຫັ້ນ ກະມີໂອກາດຢູ່ ເພາະວ່າມັນມີຫລາຍໜ້າທີ່ເຮັດ ແຕ່ວ່າມັນກະມີ ແນວຂັດຂ້ອງຫລາຍອັນ ຫລາຍແນວຫັ້ນແຫລະ ແຕ່ເງິນຄໍາມັນບໍ່ຢາກທ່ວງຢາກທັນ ກະບໍ່ມີຜູ້ຢາກໄປວ່າຊັ້ນສາເນາະ ເວົ້າແຈ້ງໆ ສູ່ກັນຟັງ ມັນກະມີແນ່ຢູ່ດອກ ຄົນ ຄົນງານ. ເຮົານໍາໃຊ້ໄປຫັ້ນ ເຂົາກະລໍຈັງຫວະຄືກັນ ໂຕມັນສໍາຄັນ ແນ່.”
ໃນຂນະດຽວກັນ ປະຊາຊົນຜູ້ປະສົບພັຍເຂື່ອນແຕກ ຢູ່ເມືອງສນາມຫາໄຊ ສ່ວນຫຼາຍຢາກໃຫ້ທາງການແຂວງອັດຕະປື ເອົາໃຈໃສ່ ແລະ ເລັ່ງມືກໍ່ສ້າງເຮືອນນັ້ນໃຫ້ແລ້ວ ຕາມແຜນ ເພາະໄດ້ລໍຖ້າເຮືອນຢູ່ຖາວອນ ມາຕັ້ງແຕ່ດົນ ເພື່ອຈະໄດ້ເຣີ່ມຕົ້ນຊີວິດໃໝ່.
ແຕ່ມາເບິ່ງສະພາບການກໍ່ສ້າງເຮືອນຕົວຈິງແລ້ວ ເຫັນວ່າ ອາຈບໍ່ສໍາເຣັດໄດ້ຕາມແຜນ ທີ່ ທາງການວາງໄວ້ ຍ້ອນນາຍຊ່າງ ແລະ ຄົນງານກໍ່ສ້າງມີໜ້ອຍ ແລະຍັງມີບັນຫາເຣື່ອງ ເງິນຄ່າຈ້າງຕື່ມອີກ ດັ່ງຊາວບ້ານຜູ້ປະສົບພັຍ ເຂື່ອນແຕກຢູ່ເມືອງສນາມໄຊ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 27 ກໍຣະກະດາ ນີ້ວ່າ:
“ໝົດປີນີ້ກະບໍ່ແລ້ວດອກ ມັນກະຫຼາຍຢ່າງ ມັນໄດ້ເງິນຍາກ ມັນບໍ່ແມ່ນບໍຣິສັດເດ໋ ຄືຈ້າງຊ່າງທາງນອກມາເຮັດ ສ່ວນຫຼາຍພວກເຂົາ ເຮັດເຮືອນ ເຂົາແລ້ວກ່ອນຫັ້ນ ບາງທີເຂົາກະເຮັດເອງ ເຂົາຈ້າງຊ່າງເຮັດເອງ ແຕ່ວ່າຖ້າໂຄງການນີ້ແມ່ນຊ້າ ບໍ່ແມ່ນບໍຣິສັດຮັບເໝົາ ມາເຮັດແບບຄື ໂຄງການແບບບ້ານຈັດສັນ.”
ຊາວບ້ານຢູ່ເມືອງສນາມໄຊ ອີກຜູ້ນຶ່ງກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ດຽວນີ້ເຫັນນາຍຊ່າງບໍ່ພໍເທົ່າໃດຄົນ ແລະຄົນງານ ກໍ່ສ້າງເຮືອນ ມາເຮັດວຽກເປັນປົກກະຕິ ຢູ່ບາງບ່ອນເທົ່ານັ້ນ ຍັງເຮັດຄືເກົ່າຢູ່:
“ຍັງເຮັດຄືເກົ່າ ດຽວນີ້ຂະເຈົ້າເຮັດຄືເກົ່າ ກະມີຢູ່ຄົນງານ ຫາກກະສິບໍ່ຄືຊ່ວງແລ້ງແຫລະ ມີຫລັງແລ້ວຫລັງບໍ່ທັນແລ້ວ.”
ແລະຊາວບ້ານຢູ່ເມືອງສນາມໄຊ ອີກຜູ້ນຶ່ງກໍເວົ້າໃນມື້ດຽວກັນນັ້ນວ່າ ຍັງລໍຖ້າມື້ທີ່ຈະໄດ້ໂຍກຍ້າຍ ເຂົ້າໄປຢູ່ເຮືອນຖາວອນ, ແຕ່ເຮືອນ ນັ້ນກໍສ້າງບໍ່ແລ້ວຈັກເທື່ອ ແລະໝົດປີນີ້ ກໍຈະຍັງສ້າງບໍ່ສໍາເຣັດ ເພາະຍັງເຫັນການກໍ່ສ້າງ ເຮືອນຫລາຍຫລັງ ບໍ່ມີຄວາມຄືບໜ້າໄປ ແຕ່ຢ່າງໃດ ເຖິງມີບາງສ່ວນຍ້າຍໄປຢູ່ ເຮືອນປຸກໃໝ່ແລ້ວ:
“ກະມີບາງສ່ວນເຂົາຍ້າຍອອກໄປຢູ່ ໂຕເຮືອນປຸກແລ້ວໆ. ຍັງ ບໍ່ໄດ້ຍ້າຍ ມັນຍັງປຸກບໍ່ແລ້ວ ຄ້າງຢູ່ ມັນຍັງແລ້ວບໍ່ໝົດ ບໍ່ແລ້ວດອກ ມັນຍັງບັກຫລາຍໆພຸ້ນນະ.”
ເຮືອນຖາວອນສໍາລັບປະຊາຊົນ ຜູ້ປະສົບພັຍເຂື່ອນແຕກ ທັງໝົດມີ 811 ຫລັງ. ໃນນັ້ນ 45 ຫລັງ ແມ່ນຣັຖບາລໄທຍ ຊ່ອຍສ້າງ ແລະ 66 ຫລັງແມ່ນອົງການ UN-Habitat ປະເທດ ຍີ່ປຸ່ນຊ່ອຍສ້າງສໍາເຣັດ ແລະໄດ້ມອບຮັບກັນໄປແລ້ວ.
ສໍາລັບເຮືອນອີກ 700 ຫລັງ ທີ່ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ເປັນຜູ້ໃຫ້ທຶນສ້າງ ຈໍານວນ 24.5 ລ້ານໂດລາ ສະຫະຣັຖ ໂດຍແມ່ນ ທາງການແຂວງ ອັດຕະປື ເປັນຜູ້ຄວບຄຸມ ໂຄງການກໍ່ສ້າງ ແລະ ໃຫ້ບໍຣິສັດ ວັນແສງ ກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ ທັງໝົດ.
ເຮືອນຖາວອນແບ່ງອອກເປັນ 4 ປະເພດ ຄື ປະເພດທີ 1 ເປັນເຮືອນກໍ່ 2 ຊັ້ນ, ປະເພດທີ 2 ເປັນເຮືອນກໍ່ຊັ້ນລຸ່ມ, ຊັ້ນເທິງເປັນ ໄມ້, ປະເພດທີ 3 ເປັນເຮືອນກໍ່ ຊັ້ນດຽວ ແລະ ປະເພດທີ 4 ເປັນເຮືອນຍົກສູງ ກ້ອງລ່າງ.
ອີງຕາມການຣາຍງານ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງອັດຕະປື, ມາເຖິງປັດຈຸບັນ ໃນຈໍານວນເຮືອນ 700 ຫລັງທີ່ວ່ານັ້ນໄດ້ ສ້າງສໍາເຣັດ ແລະມອບຮັບໄປແລ້ວ 182 ຫລັງ. ສ່ວນທີ່ເຫລືອອີກ 518 ຫລັງ ຍັງຢູ່ໃນຣະຫວ່າງການກໍ່ສ້າງ ແລະ ຄາດວ່າຈະ ສ້າງໃຫ້ແລ້ວ ພາຍໃນເດືອນທັນວາ ທີ່ຈະມາເຖິງນີ້.