ຣາຍໄດ້ຕໍ່ຫົວຄົນຂຶ້ນແຕ່ ຊາວບ້ານ ຍັງທຸກ
2014.11.17

ແຂວງ ຫລວງນໍ້າທາ ເປີດເຜີຍ ວ່າ ປັຈຈຸບັນ ຊາວແຂວງ ຫລວງ ນໍ້າທາ ມີຣາຍໄດ້ ສເລັ່ຽຕໍ່ ຫົວຄົນ 9 ລ້ານ 8 ແສນກີບ ຕໍ່ປີ ຖືວ່າ ເພີ່ມຂຶ້ນ ຈາກປີ 2013 ເລັກນ້ອຍ. ແຕ່ເມື່ອ ເບິ່ງ ຕົວຈິງ ພົບວ່າ ປະຊາຊົນ ສ່ວນຫລາຍ ຍັງ ລໍາບາກ ຢູ່. ຕາມ ຄໍາເວົ້າ ຂອງຊາວ ເມືອງສິງ ແຂວງ ຫລວງນໍ້າທາ ທ່ານໜຶງ ໃນວັນທີ 17 ພຶສຈິກາ 2014:
"ອັນຢູ່ ອັນເກນ ກໍສ່ວນຫລາຍ ກໍ ເລີກວຽກ ເລີກການ ມາ ກໍເຮັດ ໄຮ່ ເຮັດສວນ ຊອກ ຜັກກິນ ແລ້ວກໍວັນ ເສົາ-ອາທິດ ເພິ່ນກໍໄປ ຊອກຫາ ເພີ່ມ ໄປຈ້າງບໍ່ ໄປນີ້ ໄປນັ້ນ ຂະເຈົ້າ ກໍເຮັດ ທຸກຢ່າງ ຫັ້ນແຫລະ ສິໃຫ້ ກິນ 50 ພັນ 80 ພັນ ກີບຕໍ່ 30 ວັນ ມັນກໍ ຫຍູ້ງຍາກ ພໍສົມຄວນ ສິໃຫ້ມາ ໃຊ້ຈ່າຍ ໃນ ຄອບຄົວ ແຕ່ເງິນນີ້ ກໍຍັງ ບໍ່ພໍ ສິ ໃຫ້ມີເງິນ ເກັບ ບໍ່ມີແຫລະ ເຣື່ອງ ເງິນ ເດືອນ".
ຍານາງ ເວົ້າວ່າ ຖ້າເບິ່ງ ແຕ່ຕົວ ເລກ ເງິນເດືອນ 8 ແສນ ຫາ 1 ລ້ານ ກີບ ກໍຖືວ່າ ຫລາຍກວ່າ ເມື່ອກ່ອນ ພໍສົມຄວນ. ແຕ່ ສໍາລັບ ການ ໃຊ້ຈ່າຍ ໃນ ຕົວຈິງ ມັນກໍບໍ່ ພຽງພໍ ທັງຄ່າ ກິນ ຄ່າໃຊ້ ຈ່າຍ ໃນເຮືອນ. ຄ່າຮັກສາ ປິ່ນປົວ ກໍຖືວ່າ ລໍາບາກ ໃນ ແຕ່ລະ ເດືອນ ຊາວບ້ານ ສ່ວນຫລາຍ ຈຶ່ງ ຕ້ອງເຮັດ ຫລາຍ ອາຊີບ. ຍົກ ຕົວຢ່າງ ຄຣູ ບາງຄົນ ກໍຕ້ອງ ເຮັດໄຮ່ ເຮັດນາ ນໍາ ຂາຍເຄື່ອງ ນໍາ ຮັບຈ້າງ ນໍາ ຈຶ່ງ ຈະຢູ່ໄດ້.
ຕາມຂໍ້ມູລ ແຂວງ ຫລວງນໍ້າທາ ປີ 2014 ນີ້, ປະຊາຊົນ ໃນແຂວງ ມີຣາຍໄດ້ ຕໍ່ ຫົວຄົນ ຕໍ່ປີ 9.82 ລ້ານ ກວ່າກີບ ຫລື ຕົກ 81,800 ກວ່າກີບ ຕໍ່ ຄົນ ຕໍ່ເດືອນ ຊຶ່ງຖືວ່າ ເພີ່ມຂຶ້ນ ຈາກປີ 2013 ປະມານ 0.28 ເປີເຊັນ. ຊາວບ້ານ ຜູ້ເດີມ ເວົ້າວ່າ ເຖິງ ຣາຍໄດ້ ຈະເພີ່ມຂຶ້ນ ແຕ່ຣາຄາ ເຄື່ອງ ຂອງ ຈໍາເປັນ ກໍ ແພງຂຶ້ນ; ສະບູ ຢາ ສະຫົວ ຄ່າຮັກສາ ປິ່ນປົວ ເວລາ ເຈັບເປັນ ກໍຄືກັນ ເຮັດໃຫ້ ຊີວິດ ການເປັນຢູ່ ຂອງ ຊາວບ້ານ ບໍ່ໄດ້ດີ ຂຶ້ນ ຕາມ ຕົວເລກ ຣາຍໄດ້ ຕໍ່ຄົນ ທີ່ ເພີ່ມຂຶ້ນ ນັ້ນ ແຕ່ ຢ່າງໃດ.