ປະຊາຊົນຈົ່ມ ຄ່າເຮັດ ພາສປອດ ແພງຫຼາຍ
2018.03.26

ປະຊາຊົນລາວ ທີ່ໄປເຮັດໜັງສືຜ່ານແດນ ຫລື ພາສປອດ ຢູ່ຜແນກ ການຕ່າງປະເທສ ແຂວງຄໍາມ່ວນ ຈົ່ມວ່າ ຈ່າຍຄ່າເຮັດໜັງສື ແພງ ເກີນໄປ ຄືຕ້ອງໄດ້ຈ່າຍເຖິງ 6-7 ແສນກີບ ຫລື ຫຼາຍກວ່ານັ້ນ ພ້ອມທັງ ຕ້ອງໄດ້ລໍຖ້າ ເຖິງ 2 ອາທິດ ຈຶ່ງໄດ້, ດັ່ງປະຊາຊົນ ແຂວງຄໍາມ່ວນ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 21 ມີນາ ນີ້ວ່າ:
"ຕົກປະມານ ລ້ານປາຍນີ້ແຫລະ ກໍເຮົາຢາກໄດ້ໄວເດ ເຮົາເຮັດໄດ້ຕາມ ຄັນບອກອອກກໍປະມານ 6-7 ແສນນີ້ແຫລະ ໃຊ້ເວລາແນ່ຈັກໜ່ອຍ ມັນກໍມີຄິວມັນເດ ຄັນແບບວ່າດ່ວນໆນະ ຂະເຈົ້າ ເຮັດໃຫ້ໝົດທຸກຢ່າງ."
ທ່ານກ່າວຕື່ມວ່າ ປະຊາຊົນ ຢາກຮ້ອງຂໍ ໃຫ້ກະຊວງການຕ່າງປະເທດ ລົງກວດກາ ເບິ່ງສະພາບຄວາມເປັນຈິງ ຍ້ອນວ່າ ເຈົ້າໜ້າທີ່ ເຮັດວຽກຊັກຊ້າ, ຜູ້ມີເງິນຫລາຍ ມັກລັດຄິວຄົນອື່ນ. ກ່ຽວກັບ ເຣື້ອງດັ່ງກ່າວ ເຈົ້າໜ້າທີ່ ຜແນກ ການຕ່າງປະເທສ ແຂວງຄໍາມ່ວນ ກ່າວໃນມື້ດຽວກັນ ນັ້ນວ່າ ສໍາລັບປະຊາຊົນ ທີ່ຕ້ອງການ ເຮັດ ພາສປອດ ຈະຕ້ອງໄດ້ເສັຽຄ່າເຮັດ 3 ແບບ ແລ້ວແຕ່ ຈະເລືອກເອົາ ຄື: ເສັຽ 450,000 ກີບ ຈະໄດ້ຮັບພາສປອດ ພາຍໃນ 2 ອາທິດ; ເສັຽ 650,000 ຈະໄດ້ຮັບໃນ 1 ອາທິດ ແລະ ຖ້າເສັຍ 1,000,000 ກີບ ຈະໄດ້ຮັບ ພາຍໃນ 3 ມື້.
ແຕ່ເຈົ້າໜ້າທີ່ ກົມກົງສຸນ ຜແນກວີຊາ ກະຊວງການຕ່າງປະເທສ ພັດເວົ້າວ່າ ຄ່າເຮັດພາສປອດ ຢູ່ ສປປລາວ ຈະຕ້ອງອີງໃສ່ ຣະບຽບການ ຂອງກະຊວງການຕ່າງປະເທສ ຄືຄົນນຶ່ງ ຈະໄດ້ເສັຍແຕ່ 450,000 ຫາ 500,000 ກີບ ແລະ ຈະຕ້ອງໄດ້ຮັບ ພາສປອດ ບໍ່ເກີນ 1 ອາທິດ.