ຊຸດນັກຮຽນ ໂຮງຮຽນເອກຊົນ ແພງເກີນກຳລັງ ຂອງຜູ້ປົກຄອງ
ໃນສະພາເງິນເຟີ້ ທີ່ປະເທດລາວ ກຳລັງປະສົບບັນຫາຢູ່ນີ້ ເຮັດໃຫ້ ພໍ່, ແມ່ ຜູ້ປົກຄອງນັກຮຽນ ຫຼາຍຄົນທີ່ສົ່ງລູກຮຽນ ໂຮງຮຽນສາມັນເອກຊົນ ປະສົບບັນຫາ ການຊື້ຊຸດນັກຮຽນ ທີ່ມີລາຄາແພງເກີນໄປ ຊຶ່ງລາຄາເສື້ອ 1 ຜືນ ປະມານ 1 ແສນປາຍກີບ, ແພງຂຶ້ນເທົ່າໂຕ ຈາກແຕ່ກ່ອນລາຄາ ປະມານ 80 ພັນປາຍກີບ.
-
ໄຊຍາ
2022-09-02 -
-
-
Your browser doesn’t support HTML5 audio
ໃນສະພາເງິນເຟີ້ ທີ່ປະເທດລາວ ກຳລັງປະສົບບັນຫາຢູ່ນີ້ ເຮັດໃຫ້ ພໍ່, ແມ່ ຜູ້ປົກຄອງນັກຮຽນ ຫຼາຍຄົນທີ່ສົ່ງລູກຮຽນ ສາມັນເອກຊົນ ປະສົບບັນຫາ ການຊື້ຊຸດນັກຮຽນ ທີ່ມີລາຄາແພງເກີນໄປ ຊຶ່ງລາຄາເສື້ອ 1 ຜືນ ປະມານ 1 ແສນປາຍກີບ, ແພງຂຶ້ນເທົ່າໂຕ ຈາກແຕ່ກ່ອນລາຄາ ປະມານ 80 ພັນປາຍກີບ. ລັກສະນະຊຸດນັກຮຽນ ກໍບໍ່ໄດ້ແຕກຕ່າງ ຈາກຂ້າງນອກ ແຕ່ໂຮງຮຽນສາມັນ ເອກຊົນ ບໍ່ໃຫ້ຊື້ຂ້າງນອກມາໃສ່ ຕ້ອງຊື້ຊຸດນັກຮຽນ ພ້ອມກັບໂລ້ໂກ້ ຢູ່ໃນພາຍໃນໂຮງຮຽນ ເທົ່ານັ້ນ.
ທາງດ້ານ ພໍ່-ແມ່ ຜູ້ປົກຄອງຫຼາຍຄົນ ກໍຢາກໃຫ້ທາງພາກສ່ວນທີ່ກ່ຽວຂ້ອງ ເຂົ້າມາກວດກາ ແລະຄຸ້ມຄອງລາຄາຊຸດນັກຮຽນ ແລະອຸປກອນ ການຮຽນຕາມໂຮງຮຽນ ສາມັນເອກຊົນຕ່າງໆ ບໍ່ໃຫ້ແພງເກີນໄປໂດຍໃຫ້ຂາຍໃນລາຄາ ທີ່ສົມເຫດສົມຜົລ ຫຼື ສາມາດຊື້ຊຸດນັກຮຽນ ຈາກຂ້າງນອກໄດ້ ແລະ ຊື້ໂລໂກ້ແຕ່ພາຍໃນໂຮງຮຽນ ເພື່ອຫຼຸດຄ່າໃຊ້ຈ່າຍລົງ ໄປລະດັບບນຶ່ງ.
ດັ່ງຜູ້ປົກຄອງນັກຮຽນ ໃນນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 02 ກັນຍານີ້ວ່າ:
“ໂຮງຮຽນພາກເອກຊົນ ເຂົາເຈົ້າຈະມີຮ້ານຂາຍພວກເສື້ອ ພວກສີ້ນ ພວກອີ່ຫຍັງ ຂອງໂຮງຮຽນ ຕ່າງຫາກເນາະ ແບບວ່າ ເຂົາເຈົ້າບໍ່ໃຫ້ຊື້ຂ້າງນອກຫັ້ນນ່າເນາະ ຄວາມໝາຽຄື ມັນບໍ່ໄດ້ຕ່າງກັນ ຄືຢູ່ນອກຫັ້ນ ເປັນເສື້ອກາສະໝໍທັມມະດານີ້ແຫຼະ ປະມານແສນປາຍ ແຄ່ເອົາໂລ່ໂກ້ ຂອງໂຮງຮຽນມາຖັກໃສ່ ຖົງເສື້ອສື່ໆນ່າ ແຕ່ວ່າລາຄາອູ້ແພງຫຼາຍ ແຕ່ມັນກໍຈຳເປັນເພາະວ່າ ຊື້ແຕ່ໂລໂກ້ເຂົາ ເຂົາເຈົ້າບໍ່ຂາຍເດ້ ຄັນມີທາງຜູ້ໃຫຍ່ ເພິ່ນມາກຳນົດຊ່ອຍແນວນີ້ ກໍດີ.”
ຂະນະທີ່ ຜູ້ປົກຄອງອີກທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າກ່ຽວກັບ ເຣື່ອງຊຸດນັກຮຽນ ໃນໂຮງຮຽນສາມັນ ເອກຊົນມີລາຄາແພງນີ້ ເປັນຄວາມຈິງ ຊຶ່ງທາງໂຮງຮຽນບັງຄັບໃຫ້ ພໍ່-ແມ່ ຜູ້ປົກຄອງທຸກຄົນຊື້ ເພາະເປັນເອກລັກ ຂອງທາງໂຮງຮຽນ ບໍ່ສາມາດຊື້ ຂ້າງນອກໄດ້ ກໍຈຳເປັນຕ້ອງຊື້ ແຕ່ຕົນເອງກໍສູ້ຄ່າໃຊ້ຈ່າຍບໍ່ໄຫວ ຈຶ່ງຍ້າຍລູກໄປຮຽນ ໂຮງຮຽນຣັຖ.
“ເທົ່າທີ່ຜ່ານມາ ທີ່ວ່າລູກເຄີຍຢູ່ເນາະ ຫຼືວ່າຫາງສຽງ ຂອງຫຼາຍຄົນ ມັນກໍມີຂອງໂຮງຮຽນໃຜ ໂຮງຮຽນມັນ ເຂົາເຈົ້າກໍເຮັດເປັນເອກລັກ ຂອງໃຜຂອງມັນ ຕ້ອງໄດ້ຊື້ນຳເຂົາເຈົ້າ ໄປຊື້ຢູ່ນອກກໍບໍ່ມີເດ້ ຄັນເຮົາໄປຊື້ຊຸດຢູ່ນອກ ມັນກາບໍ່ໄດ້ອັນນັ້ນແຫຼະ ຍ້ອນເຫດຜົລນັ້ນແຫຼະ ເຮົາຈຶ່ງຍ້າຍລູກເຮົາ ໄປໂຮງຮຽນຣັຖ.”
ທ່ານໄດ້ກ່າວຕື່ມວ່າ ປັດຈຸບັນນີ້ບໍ່ແມ່ນແຕ່ ໂຮງຮຽນສາມັນເອກຊົນ ທີ່ສວຍໂອກາດຂຶ້ນລາຄາ ຊຸດນັກຮຽນ ແລະອຸປະກອນການຮຽນ ໃນໄລຍະນີ້ ກໍຍັງມີຮ້ານຕ່າງໆ ຕາມທ້ອງຕຣາດ ທີ່ຮັບມາຈາກໂຮງພີມ ໂດຍຕຣົງກໍຍັງ ສວຍໂອກາດ ຂາຍອຸປະກອນການຮຽນ ແພງຂຶ້ນເຊັ່ນປື້ມ 100 ໜ້າ 1 ມັດ ມີ 50 ຫົວລາຄາ 4 ແສນປາຍກີບ ແພງຂຶ້ນ 1-2 ເທົ່າ ຊຶ່ງແຕ່ລະຮ້ານລາຄາ ບໍ່ມີຄວາມເປັນມາຕຖານ ຖ້າເຈົ້າໜ້າທີ່ ບໍ່ມີການກຳນົດລາຄາ ຢ່າງຈະແຈ້ງ.
ກ່ຽວກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນໂຮງຮຽນສາມັນ ເອກຊົນແຫ່ງນຶ່ງ ກໍໄດ້ກ່າວໃນມື້ດຽວກັນນີ້ວ່າ ເປັນກົດຣະບຽບ ຂອງທາງໂຮງຮຽນ ໄດ້ວາງອອກທີ່ ພໍ່-ແມ່ ຜູ້ປົກຄອງ ທີ່ສົ່ງລູກມາຮຽນໂຮງຮຽນເອກຊົນ ຈະຕ້ອງຊື້ຊຸດນັກຮຽນ ແລະອຸປະກອນ ການຮຽນ ພາຍໃນໂຮງຮຽນເທົ່ານັ້ນ.
“ແມ່ນແຫຼະ ທຸກຄົນຕ້ອງໄດ້ຊື້ເປັນຊຸດ ສະເພາະຂອງໂຮງຮຽນ ເພາະເຂົ້າໂຮງຮຽນ ເຮົາຕ້ອງໃສ່ຊຸດເຄື່ອງແບບ ຂອງໂຮງຮຽນປື້ມ ຕ້ອງໄດ້ຊື້ທຸກຢ່າງ ເຮົາຕ້ອງຊື້ຢູ່ໃນໂຮງຮຽນ ເຮົາໝົດເລີຍ ເພາະວ່າເຮົາມີຂາຍແຕ່ຢູ່ໂຮງຮຽນເຮົາ.”
ເຈົ້າໜ້າທີ່ ໂຮງຮຽນສາມັນເອກຊົນ ອີກທ່ານນຶ່ງກ່າວວ່າ ທີ່ໃຫ້ພໍ່-ແມ່ ຜູ້ປົກຄອງ ຊື້ຊຸດນັກຮຽນ ໃຫ້ລູກຫຼານ ພາຍໃນໂຮງຮຽນນັ້ນ ກໍເພື່ອຄວາມເປັນລະບຽບ ຮຽບຮ້ອຍ ແລະກົດລະບຽບ ຂອງໂຮງຮຽນ.
“ແມ່ນແຫຼະ ຕ້ອງຖືກກົດລະບຽບ ຂອງໂຮງຮຽນ ແຕ່ລະໂຮງຮຽນ ມັນຈະມີໂລໂກ້ ໂຮງຮຽນ ຂອງໃຜຂອງລາວເດ້ ມັນເປັນລະບຽບ ຂອງໂຮງຮຽນ.”
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງດ້ານການສຶກສາ ທີ່ຂໍສງວນຊື່ ແລະຕຳແໜ່ງ ກ່າວວ່າເຣື່ອງນີ້ ກໍເຫັນຫາງສຽງ ຂອງປະຊາຊົນແລ້ວ ກໍຍັງບໍ່ທັນໄດ້ສຶກສາ ຄົ້ນຄ້ວາກັນເທື່ອ ຖືວ່າເປັນເຣື່ອງທີ່ຫຍຸ້ງຍາກ ຢູ່ລະດັບນຶ່ງທີ່ຈະແກ້ໄຂໄດ້ ເນື່ອງຈາກປະເທດລາວ ກໍປະສົບບັນຫາ ສະພາວະເງິນເຟີ້ ນຳດ້ວຍ ແລະປະເທດລາວຍັງຕ້ອງຮັບຊຸດ ນັກຮຽນມາຈາກຕ່າງປະເທດ.
“ຍັງບໍ່ທັນມີ ການກຳນົດລາຄາ ຈາກກະຊວງເນາະ ຊ່ວງນີ້ກາແນ່ນອນແລ້ວ ອັດຕຣາເງິນເຟີ້ ຂອງລາວມັນກາສູງ ເຄື່ອງມັນກໍແພງແດ່ ກາຄືຮູ້ນຳກັນເນາະ ສິນຄ້າສ່ວນຫຼາຍ ເປັນເຄື່ອງນຸ່ງນີ້ ສ່ວນຫຼາຍກໍແມ່ນນຳເຂົ້າ ມັນກໍຂຶ້ນຢູ່ກັບການແລກປ່ຽນເງິນ.”
ນອກຈາກນີ້ ຍັງມີບາງໂຮງຮຽນ ສາມັນເອກຊົນ ແລະຫ້າງຮ້ານຕ່າງໆ, ໂຮງແຮມ, ເຮືອນພັກຄິດໄລ່ ເງິນໃນການຈັບຈ່າຍ ຊື້ເຄື່ອງເປັນເງິນບາທໄທຍ ແລະ ເງິນໂດລ້າຣ໌ສະຫະຣັຖ ທັງທີ່ກະຊວງການເງິນ ເຄີຍແຈ້ງການ ໄປຫວ່າງເດືອນມິຖຸນາປີ 2022 ວ່າບໍ່ໃຫ້ໃຊ້ຈ່າຍເງິນ ສະກຸນຕ່າງປະເທດ ໃນລາວ, ໃຫ້ໃຊ້ແຕ່ເງິນກີບເທົ່ານັ້ນ ເພື່ອບໍ່ໃຫ້ເງິນກີບເຟີ້ ຂຶ້ນເກີນໄປ.