ຊາວບ້ານເຂດເຂື່ອນປາກລາຍ ບໍ່ພໍໃຈ ແຜນໂຍກຍ້າຍ
2014.11.16
ຊາວບ້ານ ຢູ່ ໃນເຂດ ກໍ່ສ້າງ ທີ່ ໂຄງການ ເຂື່ອນ ປາກລາຍ ແຂວງ ໄຊຍະບູຣີ ກວມເອົາ ເປີດເຜີຍ ວ່າ ຊາວບ້ານ ຈໍານວນຫຼາຍ ບໍ່ພໍໃຈ ນໍາແຜນ ທີ່ ທາງ ໂຄງການ ເຂື່ຶອນ ນີ້ ຈະໃຫ້ ພວກ ເຂົາເຈົ້າ ໂຍກຍ້າຍ ອອກໄປໄກ ຈາກ ບ້ານເດີມ ທັງມີ ຄວາມກັງວົນ ນໍາເຣື່ອງ ຄ່າ ຊົດເຊີຍ ຄວາມ ເສັຽຫາຍ ນໍາດ້ວຍ ຍ້ອນວ່າ ທາງ ໂຄງການ ບໍ່ໄດ້ບອກ ຣາຍຣະອຽດ ໃຫ້ ຮູ້ແນວໃດ:
"ໂຍກຍ້າຍ ໄປໄວ້ ເຂດ ຫັ້ນນະ ບ້ານໃຫຍ່ ເມືອງປາ ຣະຫວ່າງ ບ້ານນາຈັນ ກັບ ບ້ານນາຄາ ເພິ່ນວ່າ ຊິ ປະມານ 20 ກວ່າກະໂລແມັຕ ນີ້ແຫລະ ຊາວບ້ານ ກໍບໍ່ ຢາກພໍໃຈ ປານໃດ ແລ້ວເນາະ ເພາະວ່າ ອັນນີ້ ກໍ ຂະເຈົ້າ ຫລາຍ ພາກສ່ວນ ກໍຢາກສເນີ ວ່າ ຍ້າຍໄປ ເພິ່ນ ຈະ ເຮັດແນວໃດ ກັບເຮົາ ຈະຍ້າຍໄປ ຢູ່ພຸ້ນ ເປັນເຂດ ຫ່າງໄກ ສອກຫລີກ ຕົວເມືອງ ບໍ໋ ແລ້ວເພິ່ນ ຈະ ພັທນາ ໃຫ້ເຮົາບໍ່".
ທ່ານເວົ້າ ຕໍ່ໄປວ່າ ມີແຕ່ຂັ້ນ ປົກຄອງ ບ້ານ ຫລື ນາຍບ້ານ ເທົ່ານັ້ນ ທີ່ ມີໂອກາດ ຮູ້ ຣາຍຣະອຽດ ຂອງ ໂຄງການ ເຂື່ອນ ປາກລາຍ. ນາຍບ້ານ ບອກ ໃຫ້ຮູ້ວ່າ ຈໍາເປັນ ຕ້ອງໄດ້ ຍ້າຍ ຊາວບ້ານ ບາງສ່ວນ ອອກຈາກ ພື້ນທີ່ ກໍ່ສ້າງ ເພື່ອ ປ້ອງກັນ ຜົລກະທົບ ແຕ່ ເຣື່ອງ ຣາຍຣະອຽດ ກ່ຽວກັບ ຄ່າຊົດເຊີຍ ຄວາມ ເສັຽຫາຍ ແລະ ການລ້ຽງດູ ພາຍຫລັງ ການ ໂຍກຍ້າຍ ນັ້ນ ຍັງບໍ່ມີ ຄວາມ ຊັດເຈນ ແລະ ທາງ ໂຄງການ ຍັງບໍ່ມາ ຖາມ ຄວາມຄິດເຫັນ ຂອງ ຊາວບ້ານ ເຮັດໃຫ້ ພວກ ເຂົາເຈົ້າ ມີຄວາມ ກັງວົນ.
ເຂື່ອນ ແຫ່ງນີ້ ຈະຖືກ ກໍ່ສ້າງກັ້ນ ແມ່ນໍ້າຂອງ ໃນເຂດບ້ານ ຜາລຽບ ເມືອງ ປາກລາຍ ຄາດວ່າ ຈະມີກໍາລັງ ການຜລິດ 770 MW ຈະ ໃຊ້ ງົບປະມານ ກໍ່ສ້າງ ປະມານ 1,800 ລ້ານ ໂດລາ ສະຫະຣັຖ ຈະ ສໍາປະທານ 30 ປີ ແລະ ຄາດວ່າ ຈະ ເລີ່ມກໍ່ສ້າງ ບໍ່ເກີນ ປີ 2020. ເຂື່ອນນີ້ ຈະເຮັດໃຫ້ ປະຊາຊົນ 7 ບ້ານ 800 ຄອບຄົວ ປະມານ 3,500 ຄົນ ໃນ 2 ເມືອງ ຄື ເມືອງແມດ ແຂວງ ວຽງຈັນ ແລະ ເມືອງ ປາກລາຍ ຕ້ອງໄດ້ ໂຍກຍ້າຍ ອອກໄປ.
ພື້ນທີ່ ການຜລິດ ຂອງ ປະຊາຊົນ ຈະເສັຽຫາຍ 10 ພັນ ກ່ວາ ເຮັກຕາ ແລະ ຈະສົ່ງ ຜົລກະທົບ ຕໍ່ ການ ປ່ຽນແປງ ຂອງນໍ້າ ການປະມົງ ຣະບົບ ນິເວດ ແລະ ວິຖີຊີວິດ ຂອງ ປະຊາຊົນ. ຊາວບ້ານ ເວົ້າວ່າ ຖ້າຫາກ ຈະ ໃຫ້ຍ້າຍ ກໍຂໍໃຫ້ ທາງການ ລາວ ລົງມາຖາມ ຄໍາຄິດ ເຫັນ ຂອງ ຊາວບ້ານ ກ່ອນ ແລະ ຕົກລົງ ເຣື່ອງ ຄ່າຊົດເຊີຍ ຄວາມ ເສັຽຫາຍ ແລະ ການລ້ຽງດູ ໃຫ້ ແລ້ວກ່ອນ.