ການຂຸດຄໍາຂອງຈີນຢູ່ເມືອງ ປາກອູ
2014.06.12
ຊາວ ຫລວງພຣະບາງ ທ່ານນຶ່ງ ເປີດເຜີຍວ່າ ໂຄງການ ຂຸດຄົ້ນ ບໍ່ຄໍາ ຂອງ ນັກລົງທຶນ ຈີນ ຢູ່ບ້ານ ຜ້າປົ່ນ ເມືອງ ປາກອູ ແຂວງ ຫລວງພຣະບາງ ທີ່ຄາດວ່າ ຈະເລີ້ມ ຂຸດຄົ້ນ ໃນໄວໆນີ້ ນັ້ນ ຈະກະທົບ ໃສ່ ປະຊາຊົນ 100 ກວ່າ ຄອບຄົວ ທີ່ ຕ້ອງໄດ້ ໂຍກຍ້າຍ ອອກຈາກ ພື້ນທີ່ ທີ່ໂຄງການ ກວມເອົາ ແລະ ຊາວບ້ານ ທີ່ວ່ານັ້ນ ກໍຍັງລໍຖ້າ ຄ່າຊົດເຊີຍ ຈາກ ທາງໂຄງການ ນັ້ນຢູ່:
"ທີ່ວ່າ ຕົວເລກ ທີ່ກະທົບຫັ້ນ ບ້ານຜ້າປົ່ນ 60 ປາຍ ຫລັງຄາເຮືອນ ແຕ່ວ່າ ມັນມີ ຕົວບ້ານ ຕີນຜານີ້ 40 ປາຍ ນ້ອຍນຶ່ງ ພໍ່ແມ່ ປະຊາຊົນ ເຜົ່າມົ້ງ ຂໍໃຫ້ ຄັ້ນຊີ່ຂຸດຄົ້ນ ຕ້ອງໄດ້ ຍົກຍ້າຍ ຈັດສັນ ຂະເຈົ້າ ເພື່ອໃຫ້ ຮັບປະກັນ ສິ່ງແວດລ້ອມ".
ຊາວບ້ານ ທ່ານນີ້ ເວົ້າ ຕໍ່ໄປວ່າ ສໍາລັບ ຄ່າຊົດເຊີຍ ທາງ ບໍຣິສັດ ຂຸດຄົ້ນ ຄໍາ ສັນຍາວ່າ ຈະຈັດສັນ ພື້ນທີ່ ປຸກເຮືອນ ແລະ ພື້ນທີ່ ທໍາການຜລິດ ໃຫ້ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ໂດຍໃຫ້ ອໍານາດ ການປົກຄອງ ບ້ານ ໄປຊອກຫາ ທີ່ດິນ ອັນເໝາະສົມ ແລະ ທາງບ້ານ ກໍຊອກ ໄດ້ແລ້ວ, ມີເນື້ອທີ່ ປະມານ 7 ເຮັກຕາ ປາຍ ແລະ ໄດ້ສເນີຕໍ່ ທາງ ບໍຣິສັດ ໄປແລ້ວ ຕັ້ງແຕ່ຕົ້ນ ປີ 2014. ແຕ່ຈົນມາເຖິງ ປັດຈຸບັນ ທາງ ບໍຣິສັດ ກໍຍັງ ບໍ່ໃຫ້ ຄໍາຕອບ ກ່ຽວກັບ ວ່າຈະຈ່າຍ ຄ່າດິນ ດັ່ງກ່າວນັ້ນ ເມື່ອໃດ ຫລືວ່າ ຈະຊົດເຊີຍ ຄວາມເສັຍຫາຍ ໃຫ້ຊາວບ້ານ ຫລືບໍ່.
ບໍຣິສັດ ເອກກະຊົນ ທີ່ວ່ານີ້ ໄດ້ເຂົ້າມາຊອກ ສໍາຣວດ ບໍ່ຄໍາ ທີ່ບ້ານຜ້າປົ່ນ ຕັ້ງແຕ່ ປີ 2008 ໃນເນື້ອທີ່ 6 ກິໂລແມັດ ມົນທົນ. ປັດຈຸບັນ ທາງໂຄງການ ໄດ້ບຸກເບີກ ເນື້ອທີ່ ບາງສ່ວນ ແລ້ວ, ເລີ້ມຂຸດ ຄອງນໍ້າ ແລະ ຄາດວ່າ ຈະເລີ້ມ ຂຸດຄົ້ນຄໍາ ແທ້ໆນັ້ນ ໃນມໍ່ໆນີ້. ແລະວ່າ ທີ່ ຜ່ານມາ ບໍຣິສັດ ນີ້ ເສີຍຢູ່, ບໍ່ໃຫ້ຄໍາຕອບ ຊາວບ້ານ ເຮັດໃຫ້ ຊາວບ້ານ ກັງວົນ ຍ້ອນຢາກໃຫ້ ບໍຣິສັດ ຊ່ວຍຈັດສັນ ທີ່ດິນ ປຸກເຮືອນ ແລະ ພື້ນທີ່ ທໍາກິນ ກ່ອນຈະເລິ່ມ ຂຸດຄົ້ນ ບໍ່ຄໍາ.